Homeຂ່າວຕ່າງປະເທດ5 ເຫດ​ການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດ​ການສຳຄັນລະຫວ່າງຣັດເຊຍ-ຢູເຄຣນ

Published on

1. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ ເຂດ​ຫ້າມ​ບິນ​ເໜືອ​ອູ​ແກຣນ​ບໍ່​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ ເພາະ​ວ່າ​ມັນ​ອາດ​ຈະ​ພາ​ໃຫ້​ເກີດ​​ກອານປະ​ທະ​ກັນ​ໂດຍ​ກົງ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ.

2. ອົງການ​ອະນາ​ໄມ​ໂລກ​ຢືນຢັນ​ວ່າ​ສະຖານ​ທີ່​ຮັກສາ​ສຸຂະພາບ​ແລະ​ໂຮງ​ໝໍ 43 ​ແຫ່ງ​ໄດ້​ຖືກ​ໂຈມ​ຕີ​ຢູ່​ໃນ​ອູ​ແກຣນ ນັບ​ຕັ້ງ​ແຕ່​ການ​ໂຈມ​ຕີ​ໂດຍຣັດ​ເຊຍ​ໄດ້​ເລີ່​ມຂຶ້ນ.

3. ສະໜາມ​ບິນ​ໃຫຍ່​ອັນ​ດັບ​ສອງ​ຂອງ​ຢູ​ເຄຣນ​ໃນ​ເມືອງ Lviv ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ຊາຍ​ແດນ​ໂປ​ແລນ​ພຽງ 43 ກິ​ໂລ​ແມັດ ​ໄດ້​ຖືກ​ຣັດ​ເຊຍ​ໂຈມ​ຕີ​ໃນ​ຕອນ​ເຊົ້າມື້​ນີ້.

4. ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ທ່ານ​ນາງ Maria Zakharova ກ່າວ​ໃນ​ກອງ​ປະຊຸມ​ຂ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ການ​ປະຕິບັດ​ງານ​ທາງ​ທະຫານ​ພິ​ເສດ​ຂອງ​ຣັດ​ເຊຍ​ຢູ່​ຢູ​ເຄຣນ ບໍ່​ໄດ້​ແນ​ໃສ່​ທຳລາຍ​ອະທິປະ​ໄຕ​ຂອງ​ປະ​ເທດ​ນັ້ນ ຫຼື​ຂັບ​ໄລ່​ປະທານາທິບໍດີ.

5. ຍີ່ປຸ່ນ ​ແລະ ອົດ​ສະ​ຕາ​ລີ ​ໄດ້​ວາງ​ມາດ​ຕະການຂວ້ຳບາດ​ໃໝ່​ຕໍ່​ບຸກຄົນ ​ແລະ ຫົວໜ່ວຍທຸ​ລະ​ກິດ​ຂອງ​ລັດ​ເຊຍ ຍ້ອນ​ການ​ບຸກ​ໂຈມ​ຕີ​ຢູ​ແກຼນ.
ແຫຼ່ງຂໍ້ມູນ:

https://www.rt.com/news/552195-pentagon-no-fly-zone/

https://www.who.int/director-general/speeches/detail/who-director-general-s-opening-remarks-at-the-who-press-conference-16-march-2022

https://www.themoscowtimes.com/2022/03/17/ukraine-as-its-happening-a76553

https://sputniknews.com/20220317/russian-foreign-ministry-spokeswoman-zakharova-holds-press-briefing-1093946748.html

https://sputniknews.com/20220318/japan-imposes-sanctions-on-15-russian-nationals-and-9-entities-1093977888.html

https://www.foreignminister.gov.au/minister/marise-payne/media-release/australia-joins-uk-and-us-sanctioning-key-russian-oligarchs

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...