Homeຄວາມງາມຜິວຂາວໃສ ດ້ວຍສະໝຸນໄພພື້ນບ້ານ ໝາກຂີ້ຫູດ

ຜິວຂາວໃສ ດ້ວຍສະໝຸນໄພພື້ນບ້ານ ໝາກຂີ້ຫູດ

Published on

          2272

           ຜິວຂາວ​ໃສ​ດ້ວຍ​ໝາກຂີ້ຫູດ ສະ​ໝຸນ​ໄພ​​ພື້ນ​ບ້ານ​ ນອກ​ຈາກ​ຈະ​ມີ​ສັບ​ພະຄຸນ​ທາງ​ຢາ​ແລ້ວ ​ຍັງ​ສາມາດ​ເຮັດໃຫ້​ຜິວ​ຂອງ​ສາວໆ ຂາວ​ໃສ​ຂຶ້ນ​ໄດ້​ອີກ​
ໝາກຂີ້ ເປັນ​ສະ​ໝຸນ​ໄພ​​ທີ່​ມີ​ປະໂຫຍດ​ຫລວງຫລາຍ ນອກ​ຈາກ​ຈະ​ເອົາ​ມາ​ເພີ່ມ​ລົດ​ຊາດ​ໃຫ້​ອາຫານ​ແລ້ວ ແລະ ​ບຳ​ລຸງ​ຜົມ​ໃຫ້​ເງົາ​ງາມ​ດົກ​ດຳ​ໄດ້​ແລ້ວ ສາວໆ ຮູ້​ຫລື​ບໍ່​​ວ່າ ໝາກຂີ້ຫູດນັ້ນ​ສາມາດ​ຈະ​ເຮັດໃຫ້​ຜິວ​ຂອງ​ສາວໆ ງາມ​ໃສ​ຂຶ້ນ​ໄດ້​ອີກ​ດ້ວຍ ເພາະ​ເນື່ອງ​ຈາກ​ໝາກຂີ້ຫູດ​ເປັນ​ພືດ​ທີ່​ມີ​ລົດ​ສົ້ມ ຈຶ່ງ​ມີ​ສັບພະຄຸນ​​ທີ່​ຈະ​ຊ່ວຍ​ຜັດ​ເຊວ​ຜິວ​ໝອງ​ຄ້ຳ​ໃຫ້​ຫລຸດ​ລອກ​ອອກ​ໄປ ​ແລະ ​ເຮັດໃຫ້​ຜິວຂາວ​ກະ​ຈ່າງ​ໃສ​ຂຶ້ນ​ໄດ້ ໂດຍ​ວິທີ​ການ​ທີ່​ຈະ​ເຮັດໃຫ້​ຜິວ​ຂາວ​ໃສ​ດ້ວຍ​ໝາກຂີ້ຫູດນັ້ນ​ກໍ​ມີ​ສູດ​ການເຮັດ​ທີ່​ງ່າຍ​ແສນ​ງ່າຍ ລອງ​ມາ​ເຮັດ​ກັນ​ເບິ່ງ​
.- ສູດ​ຜິວ​ຂາວ​ໃສ​ດ້ວຍ​ໝາກຂີ້ຫູດ
         ພຽງແຕ່​ນຳ​ໝາກຂີ້ຫູດ 1 ໝ່ວຍມາ​ຜ່າເ​ຄຶ່ງ ແລ້ວ​ຄັ້ນ​ນ້ຳ​ອອກ​ມາ ຈາກ​ນັ້ນ​ໃຫ້​ນຳ​ນ້ຳ​ໝາກຂີ້ຫູດມາ​ປະສົມ​ໃຫ້​ເຂົ້າ​ກັບ​ນົມ​ສົດ 1 ຖ້ວຍ ເຂົ້າ​ໂອ໊​ດ 1 ຖ້ວຍ ແລະ ​ນ້ຳ​ເຜີ້ງ​ອີກ 1 ບ່ວງກະແຟ  ຄົນໃຫ້ເຂົ້າກັນ​ສ່ວນ​ປະສົມ​ທັງ​ໝົດ​ເຂົ້າ​ນຳກັນ ເມື່ອ​ກຽມ​ພ້ອມ​ແລ້ວ​ໃຫ້​ນຳ​ຄີມ​ໝາກຂີ້ຫູດ​ມາ​ພອກ​ຜິວ​ໃຫ້​ທົ່ວ​ຕົວ ປະໄວ້​ປະ​ມານ 20-30 ນາ​ທີ ຈາກ​ນັ້ນ​ໃຫ້​ໃຊ້​ໃຍ​ບວບ​ຊຸບ​ນ້ຳ​ຂັດ​ຜິວ​ຢ່າງ​ເບົາ​ມື ເພື່ອ​ຂັດ​ເຊວ​ຜິວ​ໝອງ​ຄ້ຳ​ໃຫ້​ຫລຸດ​ລອກ​ອອກ​ໄປ ສຳລັບ​ຜິວ​ໃນ​ສ່ວນ​ທີ່​ຫຍາບ​ກ້ານ​ກໍ​ໃຫ້​ເພີ່ມ​ເວລາ​ຂັດ​ດົນ​ຂຶ້ນ​ຈັກ​ເລັກນ້ອຍ​ກໍ​ໄດ້​ ເມື່ອ​ຂັດ​ສຳເລັດ​ແລ້ວ​ໃຫ້​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ ໃຊ້​ຜ້າ​ຂົນ​ໜູ​ຊັບ​ຕົວ​ໃຫ້​ແຫ້ງ ຈາກ​ນັ້ນ​ກໍ​ໃຫ້​ທາ​ຄີມ​ບຳ​ລຸງ​ຜິວ​ຕາມ​ປົກກະຕິ​ໄດ້​ເລີຍ​
ເຫັນ​ບໍ່ວ່າ​ວິທີ​ການເຮັດ​ນັ້ນ​ງ່າຍ​ຫລາຍ​ໆເລີຍ ເມື່ອ​ສາວໆໄດ້​ຮຽນ​ຮູ້​ເຄັດ​ລັບ​ການເຮັດ​ຄີມ​ພອກ​ຜິວ​ໃຫ້​ຂາວ​ກະ​ຈ່າງ​ໃສ​ດ້ວຍ​ໝາກຂີ້ຫູດ​ກັນ​ໄປ​ແລ້ວ ໃຜ​ທີ່​ຢາກ​ມີ​ຜິວ​ຂາວ​ໃສ​ກໍ​ຢ່າ​ລືມ​ໃຊ້​ສູດ​ນີ້​ກັນ​ເລື້ອຍໆ ນ ໂດຍ​ເຮັດ​ພຽງ​ອາທິດ​ລະ 1-2 ເທື່ອ ເທົ່າ​ນີ້​ຜິວ​ຂອງ​ສາວໆ ກໍ​ຈະ​ຂາວ​ກະ​ຈ່າງ​ໃສ​ໄດ້​ແລ້ວ​

 

ບົດຄວາມຫຼ້າສຸດ

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...