spot_img
Homeຂ່າວພາຍ​ໃນພິທີມອບ-ຮັບ ລົດຂົນສົ່ງວັກຊິນມູນຄ່າ 495.000 ໂດລາ

ພິທີມອບ-ຮັບ ລົດຂົນສົ່ງວັກຊິນມູນຄ່າ 495.000 ໂດລາ

Published on

ອີງຕາມການລາຍງານຂອງເພຈຂ່າວ ມີເດຍລາວ ລາຍງານ: ໃນວັນທີ 12 ມີນາ 2022 ຜ່ານມາ ທີ່ດ່ານສາກົນ ໜອງນົກຂຽນ-ຕຣາປຽງກຣຽນ, ໄດ້ມີພິທີມອບ-ຮັບ ລົດຂົນສົ່ງວັກຊິນ ຈໍານວນ 10 ຄັນ, ມູນຄ່າ 495.000 ໂດລາຈາກລັດຖະບານ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ.

ໃນພິທີຄັ້ງນີ້ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກ່າວມອບລົດຊ່ວຍເຫຼືອດັ່ງ ກ່າວ ແມ່ນ ທ່ານ ດຣ. ນາງ ອໍ ວັນດີນ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ປະທານຄະນະສະເພາະ ກິດເພື່ອປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ-19 ແຫ່ງ ຣາຊະອານາຈັກ ກໍາປູເຈຍ ແລະ ຕາງໜ້າໃຫ້ແກ່ລັດຖະ ບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກ່າວຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ, ຮອງຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍການເຂົ້າຮ່ວມຂອງ ທ່ານ ສະຫວາຍ ສົມອຽງ, ເຈົ້າແຂວງຊຽງແຕງ, ທ່ານ ວິໄລວົງ ບຸດດາຄຳ, ເຈົ້າແຂວງຈຳປາສັກ ແລະ ມີ ທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ການນຳທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງຂອງ ກຳປູເຈຍ ແລະ ລາວ ເຂົ້າຮ່ວມ.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ຄວາມສໍາຄັນຕໍ່ການຊ່ວຍເຫຼືອໃນຄັ້ງນີ້ ກໍຄືຄັ້ງຜ່ານມາ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ ບຸນຄຸນເປັນຢ່າງສູງ ໄປຍັງລັດຖະບານ ແລະ ປະຊາຊົນ ກໍາປູເຈຍ ເຊິ່ງຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫຼືອມາໃຫ້ປະຊາຊົນ ລາວ ໃນຍາມທີ່ຫຍຸ້ງຍາກ, ເຖິງແມ່ນວ່າ ກໍາປູເຈຍ ເອງ ກໍຍັງປະເຊີນໜ້າກັບ ການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ, ຄວາມສາມັກຄີທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ ແລະ ກຳປູເຈຍ ທີ່ນັບມື້ນັບໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນ ໃນປະຈຸບັນ ລັດຖະ ບານ ແຫ່ງ ສປປ ລາວ ຈະນໍາເອົາ ລົດທີ່ໄດ້ຮັບການຊ່ວຍເຫຼືອໄປນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດ ໂຄວິດ-19 ພາຍໃນປະເທດ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ມາເຖິງປັດຈຸບັນ, ລັດຖະບານ ກໍາປູເຈຍ ໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນການຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ເປັນເທື່ອທີ 4, ເທື່ອທໍາອິດ ໃນວັນທີ 16 ພະຈິກ 2020 ເປັນອຸປະກອນການແພດ ແລະ ຜ້າອັດປາກ ຈໍານວນ 2,000,000 ອັນ, ເທື່ອທີສອງ ໃນວັນທີ 28 ກັນຍາ 2021 ເປັນວັກຊີນ ຊີໂນແວັກ ຈໍານວນ 200,000 ໂດສ, ແລະ ໃນວັນທີ 30 ພະຈິກ 2021 ໂອກາດ ທ່ານ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ນາຍົກລັດຖະມົນຕີ ເຕໂຈ ຮຸນແຊນ ໄດ້ຕາງໜ້າລັດຖະບານ ມອບເງິນຊ່ວຍເຫຼືອ ຈໍານວນ 13 ລ້ານໂດລາສະຫະລັດ, ວັກຊີນ 500,000 ໂດສ ແລະ ລົດຂົນສົ່ງວັກຊີນ 13 ຄັນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...