Homeຂ່າວຕ່າງປະເທດກົວລາລຳເປີ ຝົນຕົກໜັກເຮັດໃຫ້ນ້ຳຖ້ວມກະທັນຫັນ

ກົວລາລຳເປີ ຝົນຕົກໜັກເຮັດໃຫ້ນ້ຳຖ້ວມກະທັນຫັນ

Published on

ໃນຕອນບ່າຍຂອງວັນອັງຄານ 7 ມີນາ 2022 ຜ່ານມາ ທີ່ນະຄອນກົວລາລຳເປີ ປະເທດມາເລເຊຍ ມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍກວ່າ 2 ຊົ່ວໂມງ ເຮັດໃຫ້ເກີດນໍ້າຖ້ວມກະທັນຫັນຢູ່ໃນຮ່ອມພູກາງຂອງມາເລເຊຍ. ກວມເອົານະຄອນຫຼວງກົວລາລຳເປີ ແລະ ພື້ນທີ່ອ້ອມຮອບຂອງລັດສະລັງງໍ (Selangor)

ເຂດທີ່ຖືກຜົນກະທົບຫຼາຍທີ່ສຸດໄດ້ແກ່ ຈາລັນຄູໄຊລາມະ (Jalan Kuchai Lama) ແລະ ຈາລັນປູດູ (Jalan Pudu) ນັບເປັນເຫດການທີ່ເກີດຂຶ້ນຊ້ຳຮອຍນ້ຳຖ້ວມທີ່ຮ້າຍແຮງພຽງສາມເດືອນຕໍ່ມາ  ເຊິ່ງເຫດການໃນ​ຄັ້ງນັ້ນມີ​ຜູ້​ເສຍ​ຊີວິດ​ຫຼາຍ​ສິບ​ຄົນ​ໃນ​ທົ່ວ​ປະ​ເທດ.

ທ່ານ ຕວນ ອິບຮາຮີມ ມານ (Tuan Ibrahim Man) ລັດຖະມົນຕີກະຊວງສິ່ງແວດລ້ອມແລະນໍ້າໄດ້ກ່າວວ່າ: ເຫດການນ້ຳ​ຖ້ວມໃນຄັ້ງນີ້ເກີດ​ຂຶ້ນ​ຍ້ອນ​ມີ​ຝົນ​ຕົກ​ໜັກ​​ໃນ​ໄລ​ຍະ​ສອງ​ຊົ່ວ​ໂມງ ແລະ ລະບົບລະບາຍນ້ຳທີ່ມີຢູ່ບໍ່ສາມາດຮັບຮອງກະແສນ້ຳທີ່ສູງໄດ້

ທ່ານໄດ້ກ່າວຕື່ມວ່າ: ມີເຮືອນຫຼາຍກວ່າຮ້ອຍຫຼັງໄດ້ຮັບຜົນກະທົບໃນເມືອງ (Kampung Periuk) ແລະ (Kampung Pasir Baru) ໃນນະຄອນຫຼວງ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...