Homeຂ່າວຕ່າງປະເທດນັກສຶກສາຊາວອິນເດຍໃນຢູເຄຣນຖືກຍິງເສຍຊີວິດ ໃນຂະນະທີ່ລາວໄປຊື້ອາຫານ

ນັກສຶກສາຊາວອິນເດຍໃນຢູເຄຣນຖືກຍິງເສຍຊີວິດ ໃນຂະນະທີ່ລາວໄປຊື້ອາຫານ

Published on

ນັກ​ສຶກ​ສາ​ແພດ​ຊາວ​ອິນ​ເດຍເສຍຊີວິດ ຈາກ​ການບຸກໂຈມຕີໂດຍກການ​ຍິງ​ປືນ​ໃສ່​​ເມືອງ Kharkiv ຂອງ​ຢູ​ເຄ​ຣນ ຫຼັງ​ຈາກ​ທີ່​ລາວ​ໄດ້​ອອກ​ຈາກ​ບ່ອນ​ລີ້​ໄພ​ເພື່ອຈະໄປ​ຊື້​ອາ​ຫານ.

Naveen S Gyanagoudar studied at the Kharkiv National Medical University

ທ້າວ Srikanth Chennagowda, ໝູ່ຂອງຜູ້ເສຍຊີວິດໄດ້ບອກວ່າ: ທ້າວ Gyanagoudar ອາຍຸ 22 ປີ (ຜູ້ເສຍຊີວິດ) ກ່ອນເກີດເຫດແມ່ນໄດ້ເວົ້າລົມນຳກັນບໍ່ດົນກ່ອນລາວຈະເສຍຊີວິດໃນວັນອັງຄານຜ່ານມາ, ລາວໄດ້ບອກກັບ BBC Hindi ຈາກສູນພັກເຊົາພາຍໃຕ້ອາພາດເມັນໃນ Kharkiv. ເຊິ່ງມີເນື້ອໃນວ່າ:

” ທ້າວ Gyanagoudar ໄດ້ອອກຈາກທີ່ພັກອາໄສຕັ້ງແຕ່ເຊົ້າ, ທັນທີຫຼັງຈາກການຫ້າມປະກາດປະຊາຊົນອອກນອກທີ່ພັກຕາມເວລາທີ່ກໍານົດສີ້ນສຸດລົງ, ເພື່ອໄປຮ້ານສັບພະສິນຄ້າບໍລິເວນໃກ້ຄຽງ, ລາວໂທຫາຂ້ອຍໃນເວລາ 8 ໂມງເຊົ້າ ຕາມເວລາຂອງຢູເຄຣນ ແລະ ຂໍໃຫ້ຂ້ອຍໂອນເງິນໃຫ້ລາວເພາະວ່າລາວຢາກຊື້ອາຫານມາໃຫ້ພວກເຮົາເພີ່ມ ແລະ ຂ້ອຍໄດ້ໂອນເງິນ ຫຼັງຈາກ 5-10 ນາທີ ແລະ ຂ້ອຍພະຍາຍາມຕິດຕໍ່ກັບລາວ ແຕ່ບໍ່ໄດ້ຮັບສາຍຂ້ອຍ. ເວລາຕໍ່ມາ, ມີຄົນຕອບແຕ່ເວົ້າພາສາຢູເຄຣນ, ເຊິ່ງຂ້ອຍບໍ່ເຂົ້າໃຈ ຈາກ​ນັ້ນ, ຂ້ອຍ​ໄດ້ຂໍໃຫ້ຄົນຢູ່​ບ່ອນ​ພັກ​ເຊົາຊ່ວຍເວົ້າ​ກັບ​ຄົນ​ທີ່​ຢູ່​ໃນ​ໂທລະ​ສັບ ແລະ ​ໄດ້​ຮູ້​ວ່າ​: ໝູ່​ຂອງ​ລາວ​ໄດ້​ເສຍ​ຊີ​ວິດແລ້ວ”.

ພ້ອມກັນນັ້ນ ທ້າວ Gyanagoudar ໃຫ້ຮູ້ຕື່ມວ່າ: ລາວເອງພ້ອມກັບຄົນອື່ນໆ ທີ່ຢູ່ໃນທີ່ພັກອາໄສກໍາລັງວາງແຜນທີ່ຈະຍ້າຍອອກໄປໃນໄວໆນີ້, ຍ້ອນວ່າການຍິງປືນໃສ່ກັນກໍາລັງເພີ່ມທະວີຄວາມຮຸນແຮງຂື້ນໃນເມືອງ.

ທັງສອງເປັນນັກສຶກສາແພດ ປີທີ 4 ທີ່ມະຫາວິທະຍາໄລແພດສາດແຫ່ງຊາດ Kharkiv. ທ້າວ Gyanagoudar (ຜູ້ເສຍຊີວິດ) ມາຈາກເມືອງ Haveri ໃນລັດ Karnataka ພາກໃຕ້ຂອງອິນເດຍ, ມີນິໃສເປັນຄົນໃຈດີ, ຖ່ອມຕົນ ແລະ ສະຫລາດ, ລາວໄດ້ຄະແນນສູງເຖິງ 95% ໃນປີທີສາມ.

ຊາວ​ອິນ​ເດຍຫຼາຍ​ພັນ​ຄົນ​ຍັງ​ຢູ່​ໃນ​ຢູ​ເຄຣນ ​ແລະ ​ກຳລັງ​ຮຽກຮ້ອງ​ໃຫ້​ມີ​ການ​ອົບ​ພະຍົບ ຫຼັງຈາກ​ທະຫານຣັດ​ເຊຍ​ເຂົ້າ​ບຸກ​ໂຈມ​ຕີ. ສ່ວນນັກ​ສຶກ​ສາ​ອິນ​ເດຍ​ຕິດ​ຢູ່​ໃນ​ຢູເຄຣນແມ່ນ​ໝົດ​ຫວັງ​ສໍາ​ລັບ​ການ​ຊ່ວຍ​ເຫຼືອ​, ກະ​ຊວງ​ການ​ຕ່າງ​ປະ​ເທດຂອງ​ອິນ​ເດຍ​ໄດ້​ຢືນ​ຢັນ​ວ່າ Gyanagoudar ໄດ້​ເສຍ​ຊີ​ວິດ​ຈາກ​ການ​ຍິງ​ປືນ​ໃຫຍ່ ໃນ Kharkiv ແລະ​ ໃຫ້ຮູ້ວ່າໄດ້ແຈ້ງຕໍ່​​ຄອບ​ຄົວ​ຂອງ​ລາວແລ້ວ.

ທ່ານ Basavaraj S Bommai ລັດຖະມົນຕີຂອງລັດ, ໄດ້ໂພສໃນທະເວີເຕີວ່າ: “ຕົກໃຈ” ກັບຂ່າວດັ່ງກ່າວ. ພ້ອມກ່າວຕື່ມວ່າ ພວກເຮົາຕິດຕໍ່ພົວພັນກັບກະຊວງການຕ່າງປະເທດຢ່າງຕໍ່ເນື່ອງ ແລະ ຈະພະຍາຍາມຢ່າງເຕັມທີ່ເພື່ອນໍາເອົາສົບຂອງລາວກັບຄືນມາ.

ນັກສຶກສາຫຼາຍຄົນໃນຢູເຄຣນໄດ້ໂພສຜ່ານທະວີດເຕີ້ (tweet) ວ່າ: ການຊອກຫາສະບຽງອາຫານ ກາຍເປັນຄວາມຫຍຸ້ງຍາກນັບຕັ້ງແຕ່ຣັດເຊຍໄດ້ບຸກໂຈມຕີໃນອາທິດທີ່ຜ່ານມາ.

ນັກສຶກສາອິນເດຍໃນຢູເຄຣນຮ້ອງຂໍຄວາມຊ່ວຍເຫຼືອຈາກລັດຖະບານນັກສຶກສາກຸ່ມນີ້ລີ້ໄພຢູ່ໃນຂຸມລີ້ໄພໃນເມືອງ Kharkiv ຂອງ​ຢູ​ເຄ​ຣນພວກເຂົາກ່າວວ່າ: ພວກເຮົາຕ້ອງຢູ່ໃນຂຸມລີ້ໄພເພາະການສູ້ຮົບຈາກສົງຄາມທີ່ນີ້ຖືກຖະລົ່ມຢ່າງໜັກດ້ວຍລະເບີດ, ອາຫານ ແລະ ນໍ້າກໍາລັງຈະໝົດ. ເມື່ອໄດ້ຍິນສຽງລະເບີດ ໜ້າທີ່ຂອງສະມາຊິກຄອບຄົວທີ່ບ້ານຈະລອຍຂື້ນມາເລີຍ, ພວກເຮົາທັງເປັນຫ່ວງ ແລະ ກັງວົນ. ຕອນນີ້ມີອາຫານເຫຼຶອຢູ່ບໍ່ຫຼາຍແລ້ວ ປະມານ 2 ວັນ. ທຸກຄົນຕິດຢູ່ທີ່ນີ້ ລັດຖະບານອິນເດຍຄວາມກະລຸນາຊ່ວຍພວກເຮົາອອກໄປ. ເກີດການຍິງປະທະກັນຢ່າງຕໍ່ເນື່ອງ ພວກເຮົາບໍ່ຮູ້ວ່າຈະເກີດຫຍັງຂຶ້ນ ເປັນຫັຍງລັດຖະບານອິນເດຍບໍ່ເຮັດຫຍັງເລີຍ ເມື່ອໃດຈະມີຄົນພາພວກເຮົາອອກໄປຈາກທີ່ນີ້, ອຸນພະພູມຕໍ່າຫຼາຍ ແລະ ພວກເຮົາກໍາລັງໜາວສັ່ນ.

ອິນ​ເດຍ​ໄດ້​ເລີ່ມເປີດ​ການ​ປະ​ຕິ​ບັດ​ການ​ເພື່ອນໍາ​ເອົາ​ປະຊາຊົນ​ຂອງ​ຕົນ​ກັບ​ບ້ານ​ ແຕ່​ປະ​ເຊີນ​ກັບ​ອຸ​ປະ​ສັກ​ດ້ານ​ການ​ຂົນ​ສົ່ງ.

ອ້າງອີງ: BBC News

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...