Homeອຸບັດເຫດແລະປາກົດການຫຍໍ້ທໍ້ອາທິດຜ່ານມາ ອຸປະຕິເຫດບົນທ້ອງຖະໜົນໃນທົ່ວປະເທດ ມີທ່າອ່ຽງຫລຸດລົງ

ອາທິດຜ່ານມາ ອຸປະຕິເຫດບົນທ້ອງຖະໜົນໃນທົ່ວປະເທດ ມີທ່າອ່ຽງຫລຸດລົງ

Published on

accident

 

ເຈົ້າໜ້າທີ່ກົມໃຫຍ່ຕຳຫລວດຈະລາຈອນ ໃຫ້ຮູ້ວ່າ: ໃນອາທິດຜ່ານມານີ້, ສະພາບອຸປະຕິເຫດບົນທ້ອງຖະໜົນໃນທົ່ວ

ປະເທດມີທ່າອ່ຽງຫລຸດລົງ, ເມື່ອທຽບໃສ່ອາທິດກ່ອນ ຄືນັບແຕ່ວັນທີ 27 ຕຸລາ – 2 ພະຈິກນີ້ ທົ່ວປະເທດມີອຸປະຕິເຫດ

ເກີດຂຶ້ນ 96 ກໍລະນີສົ່ງຜົນໃຫ້ມີຜູ້ເສຍຊີວິດ 17 ຄົນ ຫລຸດລົງຈາກອາທິດກ່ອນ 3 ກໍລະນີ, ມີພາຫະນະເປ່ເພ184 ຄັນ,

ຕົກເປັນມູນຄ່າການເສຍຫາຍຫລາຍກວ່າ 1.450 ລ້ານ ກີບຄື ໃນເວລາຕອນບ່າຍຂອງ ວັນທີ 26 ຕຸລາ, ຢູ່ເຂດບ້ານ

ຫ້ວຍສະຫວັນ ເມືອງຊຳໃຕ້ ແຂວງຫົວພັນ ໄດ້ເກີດເຫດລົດຈັກຕຳກັນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 1 ຄົນ, ວັນທີ 27 ມີ

ອຸປະຕິເຫດເກີດຂຶ້ນ 2 ກໍລະນີຄື ຢູ່ເຂດບ້ານໜອງວຽງ ເມືອງ ແລະ ແຂວງຈຳປາສັກ ໄດ້ເກີດເຫດລົດຈັກຕຳລົດຖີບ

ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ອີກກໍລະນີໜຶ່ງເກີດຂຶ້ນໃນຕອນຫົວຄ່ຳຢູ່ບ້ານ ແລະ ເມືອງແອດ ແຂວງຫົວພັນ ລົດຈັກ

ຕຳລົດໃຫຍ່ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ໃນວັນທີ 28 ຕຸລາ ເກີດຂຶ້ນ 2 ກໍລະນີອີກເຊັ່ນດຽວກັນຄື ຢູ່ບ້ານຫລັກ 40

ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ ເກີດເຫດລົດຈັກຕຳລົດໃຫຍ່ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຢູ່ເຂດບ້ານຈານ

ເມືອງໂຂງ ແຂວງຈຳປາສັກ ໄດ້ເກີດເຫດລົດຈັກຕຳລົດໃຫຍ່ເສຍຊີວິດ 1 ຄົນ, ໃນ ຕອນແລງຂອງວັນທີ 29 ຢູ່ບ້ານໜອງ

ກົ້ມ ເມືອງໄກສອນ ແຂວງ ສະຫວັນນະເຂດ ໄດ້ເກີດເຫດລົດຈັກຕຳລົດໃຫຍ່ເສຍຊີວິດ 1 ຄົນ ແລະ ໃນວັນທີ 30 ມີອຸປະ

ຕິເຫດເກີດຂຶ້ນ 2 ກໍລະນີຄື ໃນເວລາຫົວຄ່ຳຢູ່ບ້ານວຽງໄຕເມືອງ ແລະ ແຂວງຫລວງນ້ຳທາ, ລົດຈັກຕຳຄົນຍ່າງຂ້າມທາງ

ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ຢູ່ບ້ານດົງສາມແສບ ເມືອງແກ່ນທ້າວ ແຂວງໄຊຍະບູລີໄດ້ເກີດເຫດລົດຈັກຕຳລົດ

ຍົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ໃນວັນທີ 31 ໄດ້ເກີດອຸປະຕິເຫດຂຶ້ນ 3 ກໍລະນີ ຄືໃນຕອນເຊົ້າຢູ່ບ້ານໄຕ ເມືອງຍອດອູ

ແຂວງຫລວງພະບາງ ໄດ້ເກີດເຫດລົດຈັກລົ້ມເອງເຮັດໃຫ້ເສຍຊີວິດ 1 ຄົນ, ຕໍ່ມາໃນຕອນທ່ຽງ ຢູ່ເຂດບ້ານປາກຈັນ

ເມືອງໝື່ນ ແຂວງວຽງຈັນ ລົດຈັກຕຳລົດໃຫຍ່ເສຍຊີວິດ 1 ຄົນ, ໃນທ່ຽງຄືນຂອງວັນດຽວກັນຢູ່ ບ້ານພິນທອງ ເມືອງ

ບາຈຽງ ແຂວງຈຳປາສັກ ໄດ້ເກີດເຫດລົດຈັກລົ້ມເອງເສຍຊີວິດ 1 ຄົນ ແລະ ທ່ຽງຄືນຂອງວັນທີ 1 ພະຈິກ ຢູ່ບ້ານ ໂພນ

ສີເໜືອ ເມືອງ ໂພນໂຮງ ແຂວງວຽງຈັນ, ໄດ້ເກີດເຫດລົດຈັກຕຳລົດ ໃຫຍ່ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ.

 

ສຳລັບອຸປະຕິເຫດທີ່ເກີດຂຶ້ນຢູ່ໃນນະຄອນຫລວງວຽງຈັນ ມີ 4 ກໍລະນີ ແຂວງ ທີ່ເສຍຊີວິດຍ້ອນອຸປະຕິເຫດຫລາຍກວ່າ

ໝູ່ມີ: ຈຳປາສັກ 5 ຄົນ, ນະຄອນຫລວງ 4 ຄົນ, ແຂວງວຽງຈັນ 2 ຄົນ ແລະ ນະຄອນຫລວງວຽງຈັນ ເປັນ ເຂດທີ່ມີອຸປະຕິ

ເຫດເກີດຂຶ້ນຫຼາຍກວ່າໝູ່ມີ 34 ກໍລະນີ, ຈຳປາສັກ 16 ກໍລະນີ ແລະ ແຂວງວຽງຈັນ 11 ກໍລະນີ, ສ່ວນ ແຂວງທີ່ມີອຸປະຕິ

ເຫດເກີດຂຶ້ນໜ້ອຍສຸດແມ່ນແຂວງຫລວງນ້ຳທາ, ບໍ່ແກ້ວ ແລະ ຄຳມ່ວນ.

 

ແຕ່ເຖິງຢ່າງໃດກໍຊົມເຊີຍ ໃນອາທິດຜ່ານມານີ້ ທົ່ວປະເທດມີສະພາບອຸປະຕິເຫດຫລຸດຜ່ອນລົງຫລາຍ, ນີ້ກໍຍ້ອນຄວາມ

ເອົາໃຈໃສ່ຂອງເຈົ້າໜ້າທີ່ ໃນການຄວບຄຸມຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ແລະ ຜູ້ໃຊ້ລົດໃຊ້ຖະໜົນ

ມີສະຕິປະຕິບັດລະບຽບຈະລາຈອນດີຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...