spot_img
Homeຂ່າວຕ່າງປະເທດຄຳເຫັນຂອງທ່ານ ອານຸພາບ ວົງຫນໍ່ແກ້ວ ຕໍ່ກອງປະຊຸມສະມັດຊາໃຫຍ່

ຄຳເຫັນຂອງທ່ານ ອານຸພາບ ວົງຫນໍ່ແກ້ວ ຕໍ່ກອງປະຊຸມສະມັດຊາໃຫຍ່

Published on

ບົດຄຳເຫັນຂອງທ່ານ ອານຸພາບ ວົງຫນໍ່ແກ້ວ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊໃນກອງປະຊຸມສຸກເສີນສະໄໝພິເສດ ຄັ້ງທີ 11 ຂອງສະມັດຊາໃຫຍ່ ສປຊ

02 ມີນາ 2022

ທ່ານ ປະທານສະມັດຊາໃຫຍ່,

ທ່ານ ເລຂາທິການໃຫຍ່ ສປຊ,

ໃນຖານະເປັນປະເທດທີ່ຮັກຫອມສັນຕິພາບ, ສປປ ລາວ ຢຶດຫມັ້ນຕໍ່ບັນດາຫຼັກການ ທີ່ກໍານົດໄວ້ ຢູ່ໃນກົດບັດ ອົງການສະຫະປະຊາຊາດ ແລະ ພັນທະຂອງຕົນ ໂດຍພາຍໃຕ້ກົດໝາຍສາກົນ. ບົນຈິດໃຈດັ່ງກ່າວ, ສປປ ລາວ ໄດ້ສືບຕໍ່ປະຕິບັດ ນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ເສີມຂະຫຍາຍການຮ່ວມມືກັບ ບັນດາປະຊາຊາດໃນໂລກ” ຢ່າງສະເໝີຕົ້ນສະເໝີປາຍ. ໃນນາມເປັນປະເທດໜຶ່ງ ທີ່ເຄີຍພົບກັບຄວາມທຸກທໍລະມານ ຈາກບາດແຜຂອງສົງຄາມ, ສປປ ລາວ ຊາບດີເຖິງຜົນກະທົບອັນຮ້າຍແຮງ ທີ່ມີຕໍ່ຊີວິດຂອງປະຊາຊົນຜູ້ບໍລິສຸດ. ພວກເຮົາເຊື່ອຫມັ້ນວ່າ ສິ່ງທີ່ພວມເກີດຂຶ້ນຢູ່ໃນປັດຈຸບັນນີ້ ຈະບໍ່ນໍາເອົາຜົນປະໂຫຍດໃດໆມາສູ່ທຸກຝ່າຍ.

ສປປ ລາວ ໄດ້ຕິດຕາມຢ່າງໃກ້ຊິດ ຕໍ່ສະພາບການທີ່ພວມມີການຜັນແປ ຢູ່ ອູກຣາອິນ ທີ່ເຕັມໄປດ້ວຍຄວາມສະຫລັບຊັບຊ້ອນ ແລະ ລະອຽດອ່ອນ. ພວກຂ້າພະເຈົ້າ ສະແດງຊົມເຊີຍ ມາຍັງ ອົງການ ສປຊ ແລະ ບັນດາປະເທດ ທີ່ໄດ້ປະກາດໃຫ້ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ.

ພວກເຮົາ ຍັງມີຄວາມກັງວົນ ຕໍ່ມາດຕະການຂວໍ້າບາດຝ່າຍດຽວ. ໃນທາງກົງກັນຂ້າມ, ພວກເຮົາ ເຫັນວ່າ ຄວນມີຄວາມລະມັດລະວັງ ຕໍ່ການນໍາໃຊ້ມາດຕະການຂໍ້ວາບາດ ທີ່ອາດສ້າງຜົນກະທົບໃນໄລຍະຍາວ ຕໍ່ປະຊາຊົນ ຜູ້ບໍລິສຸດ ແລະ ຕໍ່ວົງຄະນາຍາດສາກົນ ໂດຍລວມ, ໂດຍສະເພາະ ໃນທ່າມກາງພະຍາດລະບາດທີ່ພວມແຜ່ລາມ. ດ້ວຍເຫດນີ້, ພວກເຮົາຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຈົ່ງເພີ້ມທະວີຄວາມອົດກັ້ນຈາກທຸກການກະທໍາທີ່ອາດກາຍເປັນເປັນເຊື້ອໄຟ ເຮັດໃຫ້ສະພາບການຍິ່ງຍົກລະດັບຄວາມເຄັ່ງຕຶ້ງຂຶ້ນໄປຕື່ມອີກ ແລະ ຊອກຫາມາດຕະການເພື່ອແກ້ໄຂບັນຫາໂດຍສັນຕິວິທີ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຟື້ນຟູສັນຕິພາບ ແລະ ຄວາມໝັ້ນຄົງ ຄືນໃຫມ່. ບົນຈິດໃຈດັ່ງກ່າວນີ້, ພວກເຮົາຂໍສະແດງຄວາມຊົມເຊີຍ ຕໍ່ທຸກຄວາມພະຍາຍາມທີ່ພວມດໍາເນີນຢູ່ ເພື່ອຊອກຫາມາດຕະການແກ້ໄຂສະພາບການໃນປັດຈຸ ບັນ ໂດຍສັນຕິວິທີ ດ້ວຍວິທີການທາງການທູດ, ລວມທັງການເຈລະຈາສັນຕິພາບ ທີ່ຈັດຂຶ້ນຢູ່ເຂດຊາຍແດນ ເບລາຣຸສ.

ທ່ານປະທານ

ພວກເຮົາ ໄດ້ຮັບຟັງຢ່າງເອົາໃຈໃສ່ ໃນຕະຫລອດໄລຍະສອງມື້ຜ່ານມ ຂອງກອງປະຊຸມສຸກເສີນສະໄໝພິເສດຄັ້ງນີ້ ທີ່ປະກອບດ້ວຍຫລາຍຫຼາຍຄໍາຄິດເຫັນ ແລະ ທັດສະນະທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ມີສິ່ງໜຶ່ງ ທີ່ພວກເຮົາພ້ອມກັນຮຽກຮ້ອງຢ່າງກ້ອງດັງ ແລະ ເປັນເອກະພາບກັນ ຢູ່ໃນຫ້ອງປະຊຸມສະມັດຊາໃຫຍ່ແຫ່ງນີ້ ກໍຄື ການຮຽກຮ້ອງໃຫ້ມີສັນຕິພາບ ທີ່ສາມາດບັນລຸຜົນເປັນຈິງໄດ້ ໂດຍຜ່ານຊ່ອງທາງການທູດເທົ່ານັ້ນ. ພວກເຮົາ ຍັງມີຄວາມຫວັງຢ່າງຍິ່ງວ່າ ໂດຍຜ່ານຄວາມພະຍາຍາມທາງການທູດດັ່ງກ່າວ, ພວກເຮົາຈະສາມາດຟື້ນຟູສັນຕິພາບ, ສັນຕິພາບ ທີ່ເປັນທັງຈິດໃຈ ແລະ ຈິດວິນຍານ ຂອງອົງການຈັດຕັ້ງຂອງພວກເຮົາ, ນັ້ນກໍຄື ອົງການ ສະຫະປະຊາຊາດ. ຂໍຂອບໃຈ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...