Homeຂ່າວຕ່າງປະເທດປະທານາທິບໍດີ ປູຕິນ ​​ສັ່ງ​ໃຫ້​ທະຫານ​ຮັກສາ​ສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ

ປະທານາທິບໍດີ ປູຕິນ ​​ສັ່ງ​ໃຫ້​ທະຫານ​ຮັກສາ​ສັນຕິພາບ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ

Published on

ປະທານາທິບໍດີ ວາລາດີເມຍ ປູຕິນໄດ້ອອກ​ສັ່ງ​ໃຫ້ກອງກຳລັງ​ທະຫານ​ເຄື່ອນ​ຍ້າຍ​ເຂົ້າ​ເມືອງໂດເນັດ (Donetsk) ​ແລະ ລູຮານ (Luhansk) ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ເພື່ອຮັກສາ​ສັນຕິພາບພາຍຫຼັງ​ໄດ້​ລົງ​ນາມ​ດຳລັດຍອມ​ຮັບ​ເອົາ​ການ​ປະກາດ​ເອກະລາດແຍກໂຕເປັນອິດສະຫຼະ​ຂອງ​ສອງ​ເຂດ.

ອີງຕາມການລາຍງານຈາກເວັບໄຊ້ຂ່າວ RT ໃນວັນທີ 22 ກຸມພາ 2022 ໄດ້ລາຍງານວ່າ: ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ມີຄຳສັ່ງໃຫ້ກະຊວງປ້ອງກັນປະເທດ ສົ່ງກອງກຳລັງໄປເຂດດອນບາສ ທາງຕາເວັນອອກຂອງຢູເຄຣນ ເພື່ອເຮັດໜ້າທີ່ໃນການຮັກສາສັນຕິພາບພາຍໃນເຂດໂດເນັດ ແລະ ເຂດລູຮານ ພ້ອມກັນນີ້ຍັງສັ່ງໃຫ້ກະຊວງການຕ່າງປະເທດດຳເນີນການຕໍ່ເລື່ອງແນວທາງການທູດ ໂດຍຄຳສັ່ງນີ້ເກີດຂຶ້ນບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທີ່ຜູ້ນຳຣັດເຊຍ ດຳລັດຍອມ​ຮັບ​ເອົາ​ການ​ປະກາດ​ເອກະລາດແຍກໂຕເປັນອິດສະຫຼະ​ຂອງ​ສອງ​ເຂດ.

ໃນຂະນະທີ່ສື່​ຂອງ CNN ໄດ້ລະບຸ​ວ່າ: ຍັງບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ ການ​ເຄື່ອນກຳລັງ​ທະຫານ​ໃນຄັ້ງນີ້​ແມ່ນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການຮຸກຮານ ຢູເຄຣນ ຕາມທີ່ຫຼາຍປະເທດມີຄວາມກັງວົນ ໃນຊ່ວງຫຼາຍອາທິດທີ່ຜ່ານມາຫຼືບໍ່ ແຕ່ຫຼາຍຝ່າຍເຕືອນວ່າ ອາດ​ຈະ​ມີ​ການສົ່ງກຳລັງທະຫານ​ຊຸດໃຫຍ່​ຕື່ມ​ເຂົ້າໄປອີກ​ໃນ​ໄວໆ​ນີ້.

ນອກຈາກນີ້ຜູ້ນຳຣັດເຊຍໄດ້ອອກຖະແຫຼງການກ່ຽວກັບວິກິດຢູເຄຣນວ່າ: ການຍອມຮັບການແຍກເປັນອິດສະຫຼະ ແລະ ອະທິປະໄຕຂອງສາທາລະນະລັດປະຊາຊົນ ໂດເນັດ ແລະ ສາທາລະນະລັດປະຊາຊົນ ລູຮານ ມັນ​ເປັນ​ສິ່ງ​ຈຳ​ເປັນ​ທີ່ຣັດ​ເຊຍ​ຄວນ​ເຮັດ​ມາ​ເປັນ​ເວລາ​ດົນ​ນານແລ້ວ ເພື່ອ​ຕ້ານ​ຢູ​ເຄຣນ ຊຶ່ງ​ເຄີຍເປັນ​ພີ່ນ້ອງ​ຮ່ວມ​ຊາດ ແຕ່ກັບກາຍເປັນອານານິຄົມຂອງຊາດຕາເວັນຕົກ ແລະ ບໍ່ຍອມຮັບປະຊາຊົນຊາວພຶ້ນເມືອງຣັດເຊຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...