Homeຂ່າວຕ່າງປະເທດພໍ່ແມ່ຮ້ອງໄຫ້ໃຈສິຂາດ ລູກອາຍຸ 2 ປີ ຈົມສະລອຍນໍ້າເສຍຊີວິດ

ພໍ່ແມ່ຮ້ອງໄຫ້ໃຈສິຂາດ ລູກອາຍຸ 2 ປີ ຈົມສະລອຍນໍ້າເສຍຊີວິດ

Published on

ເຊື່ອວ່າບໍ່ມີໃຜຢາກໃຫ້ເກີດເລື່ອງແບບນີ້ຂຶ້ນຢ່າງແນ່ນອນ ແຕ່ກໍຕ້ອງບໍ່ປະໝາດຈົນເກີນໄປ ດັ່ງກັບເຫດການທີ່ເກີດຂຶ້ນໃນວັນທີ 14 ກຸມພາທີ່ຜ່ານມາ ໜ່ວຍກູ້ໄພຢູ່ທີ່ພັດທະຍາ ປະເທດໄທ ໄດ້ຮັບແຈ້ງເຫດວ່າ ມີເດັກນ້ອຍອາຍຸ 2 ປີ ຈົມນໍ້າເສຍຊີວິດໃນສະລອຍນໍ້າພາຍໃນບ້ານພັກເຊົ່າແຫ່ງໜຶ່ງ ເມື່ອໄປຮອດຈຸດເກີດເຫດກໍເຫັນພໍ່ແມ່ອຸ້ມຮ່າງລູກຊາຍອອກມາຂໍຄວາມຊ່ວຍເຫຼືອ

ເຈົ້າໜ້າທີ່ໃຫ້ການຊ່ວຍເຫຼືອດ້ວຍການປໍ້າຫົວໃຈ ແຕ່ກໍບໍ່ສາມາດຊ່ວຍຊີວິດໄວ້ໄດ້ທັນ ເຊິ່ງພໍ່ ແລະ ແມ່ຂອງເດັກນ້ອຍທີ່ເສຍຊີວິດກໍຮ້ອງໄຫ້ໂສກເສົ້າໃຈສິຂາດຢູ່ຂ້າງໆ. ສອບຖາມເບື້ອງຕົ້ນໃຫ້ຮູ້ວ່າ ຜູ້ເປັນພໍ່ເຮັດອາຊີບຊ່າງຖ່າຍຮູບ ໄດ້ພາລູກ ແລະ ເມຍມາຖ່າຍຮູບຢູ່ທີ່ບ້ານພັກດັ່ງກ່າວ ໂດຍເຫດເກີດຂຶ້ນໃນຂະນະທີ່ພໍ່ ແລະ ແມ່ ຢູ່ທີ່ຊັ້ນເທິງຂອງບ້ານ ກໍາລັງຖ່າຍຮູບ ແລະ ປ່ອຍໃຫ້ລູກຫຼິ້ນນໍ້າຢູ່ທີ່ຊັ້ນລຸ່ມ.

ໃນວັນທີ 16 ກຸມພາ ທີ່ຜ່ານມາ ກໍເປັນວັນເກີດຂອງນ້ອງວີໂອ (ເດັກນ້ອຍທີ່ຈົມນໍ້າເສຍຊີວິດ) ເຊິ່ງພໍ່ແມ່ຂອງນ້ອງໄດ້ຈັດວັນເກີດ ແລະ ເປົ່າເຄັກໃຫ້ລູກຊາຍໃນມື້ງານສົບເຊິ່ງໄດ້ຈັດຂຶ້ນຢູ່ທີ່ວັດ.

ຢ່າງໃດກໍຕາມ, ສັງຄົມອອນລາຍໄທກໍໄດ້ສະແດງຄວາມຄິດເຫັນກັບຂ່າວດັ່ງກ່າວເປັນຈໍານວນຫຼາຍ ມີທັງສະແດງຄວາມເສຍໃຈນໍາຄອບຄົວ ລວມໄປເຖິງຄວາມຄິດເຫັນໃນທາງຕໍາໜິພໍ່ແມ່ທີ່ບໍ່ເບິ່ງແຍງລູກໃຫ້ດີ ເຊິ່ງຫຼາຍຄົນກໍເບິ່ງວ່າມັນເປັນອຸບັດຕິເຫດ ແລະ ບໍ່ມີໃຜຢາກໃຫ້ເກີດເຫດການນີ້ຂຶ້ນ ຈຶ່ງບໍ່ຄວນຊໍ້າເຕີມຕໍ່ຄອບຄົວຜູ້ເສຍຊີວິດອີກ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...