Homeຂ່າວພາຍ​ໃນສະດວກຍິ່ງຂຶ້ນ! ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ໃຈກາງເມືອງ

ສະດວກຍິ່ງຂຶ້ນ! ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ໃຈກາງເມືອງ

Published on

ເພື່ອເຮັດໃຫ້ຊ່ອງທາງຂາຍປີ້ດີຂຶ້ນຕື່ມອີກ ແລະ ເຮັດໃຫ້ວຽກງານຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນສະດວກສະບາຍ, ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ກຳນົດບ່ອນຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດຢູ່ນະຄອນຫຼວງວຽງຈັນໃນໄວໆນີ້ ເພື່ອຂາຍປີ້ລົດໄຟເພື່ອ ສ້າງຄວາມສະດວກໃຫ້ແກ່ຜູ້ໂດຍສານ.

ອີງຕາມການລາຍງານຂອງເພສຂ່າວ CRI ໃຫ້ຮູ້ວ່າ: ບ່ອນຂາຍປີ້ລົດໄຟແຫ່ງໃໝ່ຕັ້ງຢູ່ຊັ້ນໜຶ່ງຂອງອາຄານສູນການຄ້າວຽງຈັນເຊັນເຕີ, ຂາຍປີ້ລົດໄຟ 3 ວັນລ່ວງໜ້າ ມີແຜນຈະຂາຍປີ້ລົດໄຟຈາກວຽງຈັນຫາບໍ່ເຕັນ, ເມືອງໄຊ ແລະ ຫຼວງພະບາງ. ເວລາຂາຍປີ້ໃນເບື້ອງຕົ້ນຈະເລີ່ມແຕ່ 10 ໂມງເຊົ້າ ຫາ 15 ໂມງ 30 ນາທີ.
ສ່ວນວິທີຊື້ປີ້ສາມາດຈ່າຍຜ່ານການຮູບບັດທະນາຄານ ຫຼື ສະແກນ QR code, ໃນເບື້ອງຕົ້ນຂອງການຊື້ປີ້ຍັງບໍ່ຮັບເງິນສົດ.

ສ່ວນລາຍລະອຽດກ່ຽວກັບມື້ເປີດຈຳໜ່າຍຢ່າງເປັນທາງການຈະລາຍງານຕື່ມພາຍຫຼັງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...