spot_img
Homeຂ່າວຕ່າງປະເທດຢາພາຣາເຊຕາມອລ ຖ້າກິນໄລຍະຍາວອາດຈະສົ່ງຜົນເຮັດໃຫ້ເກີດຄວາມດັນເລືອດທີ່ເພີ່ມສູງຂຶ້ນ

ຢາພາຣາເຊຕາມອລ ຖ້າກິນໄລຍະຍາວອາດຈະສົ່ງຜົນເຮັດໃຫ້ເກີດຄວາມດັນເລືອດທີ່ເພີ່ມສູງຂຶ້ນ

Published on

ໃນວັນທີ 8 ກຸມພາ ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ຜົນການສຶກສາຂອງມະຫາວິທະຍາໄລ ເອນດິນບະຣະ ສະຫະລັດສະອານາຈັກ ກ່ຽວກັບການໃຊ້ຢາພາຣາເຊຕາມອລ ທີ່ບົ່ງຊີ້ໃຫ້ເຫັນວ່າ ຜູ້ທີ່ມີຄວາມດັນເລືອດສູງທີ່ກິນຢາພາຣາເຊຕາມອລໃນໄລຍະຍາວຈະສົ່ງຜົນເສຍອາດເຮັດໃຫ້ມີຄວາມສ່ຽງໃນການເກີດໂຣກຫົວໃຈ ແລະ ໂຣກຫຼອດເລືອດ.

ທີມວິໄຈໄດ້ລະບຸວ່າ: ໝໍທີ່ປິ່ນປົວຜູ້ປ່ວຍຕ້ອງຄໍານຶງເຖິງຄວາມສ່ຽງ ແລະ ປະໂຫຍດຕໍ່ກັບຜູ້ປ່ວຍທີ່ກິນຢາພາຣາເຊຕາມອລ ເປັນເວລາຫຼາຍເດືອນ ຄວນກິນຢາພາຣາເຊຕາມອລໃນຕອນທີ່ມີອາການເຈັບຫົວ ແລະ ເປັນໄຂ້.

Paracetamol medicine tablets on dark background

ຈາກຜົນການສຶກສາດັ່ງກ່າວໄດ້ທົດລອງກັບອາສາສະໝັກຈໍານວນ 110 ຄົນ ໃນນີ້ 2/3 ຂອງຈໍານວນຄົນທັງໝົດແມ່ນກິນຢາປິ່ນປົວໂຣກຄວາມດັນເລືອດສູງ ໂດຍເປັນການທົດລອງແບບສຸ່ມ ທີ່ໃຫ້ອາສາສະໝັກກິນຢາພາຣາເຊຕາມອລ 1 ເມັດ ມື້ລະ 4 ຄັ້ງ ເປັນເວລາ 2 ອາທິດ ເຊິ່ງເປັນປະລິມານທົ່ວໄປສໍາລັບຄົນໄຂ້ທີ່ມີອາການປ່ວຍຊໍາເຮື້ອ.

ທ່ານ ສາສະດາຈານ ເຈມ ເດຍ ເພຊັຊກອນ ຂອງມະຫາວິທະຍາໄລ ເອນດິນບະຣະ ໄດ້ກ່າວເຖິງການທົດລອງວ່າ: ຢາພາຣາເຊຕາມອລເພີ່ມຄວາມດັນເລືອດ ເຊິ່ງເປັນໜຶ່ງໃນປັດໃຈຄວາມສ່ຽງທີ່ສຸດສໍາລັບໂຣກຫົວໃຈ ແລະ ໂຣກຫຼອດເລືອດ.

ທີມນັກວິໄຈໄດ້ແນະນໍາວ່າ ໃຫ້ໝໍສັ່ງຢາພາຣາເຊຕາມອລໃຫ້ກັບຜູ້ປ່ວຍທີ່ມີອາກາຮປວດຊໍາເຮື້ອກິນໃນປະລິມານທີ່ຕໍ່າທີ່ສຸດເທົ່າທີ່ຈະເປັນໄປໄດ້.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...