Homeຂ່າວຕ່າງປະເທດມະຫາວິທະຍາໄລມົດສະກູ ກວດພົບອຸກກາບາດຍັກ ອາດມຸ່ງໜ້າປະທະໜ່ວຍໂລກ!

ມະຫາວິທະຍາໄລມົດສະກູ ກວດພົບອຸກກາບາດຍັກ ອາດມຸ່ງໜ້າປະທະໜ່ວຍໂລກ!

Published on

news04-1

 

ຣັດເຊຍ ກວດພົບລູກອຸກກາບາດຂະໜາດໃຫຍ່ ເສັ້ນຜ່າສູນກາງ 370 ແມັດ ເປັນໄປໄດ້ອາດຈະມຸ່ງໜ້າເຂົ້າມາປະ

ທະໜ່ວຍໂລກ.

 

ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 5 ພະຈິກນີ້ວ່າ ກ້ອງໂທລະທັດຫຸ່ນຍົນ ມາສເຕີ ຂອງມະຫາວິທະຍາໄລມົດສະກູ

ເຊິ່ງຕັ້ງຢູ່ໃນສັນພູຄໍເຄຊັສ ໃກ້ກັບເມືອງຄີສະໂລວັອດ ທາງພາກຕາເວັນຕົກສຽງໃຕ້ຂອງຣັດເຊຍ ໄດ້ກວດພົບອຸກກາ

ບາດຍັກ 2014 UR116 ມີເສັ້ນຜ່າສູນກາງປະມານ 370 ແມັດ ຢູ່ຫ່າງຈາກໂລກປະມານ 4.5 ກິໂລແມັດ ໂດຍມີຄວາມ

ເປັນໄປໄດ້ວ່າ ມັນຈະມຸ່ງໜ້າເຂົ້າປະທະຕຳໜ່ວຍໂລກໃນອານາຄົດ ເຊິ່ງຫາກເປັນດັ່ງນັ້ນ ກໍຈະກໍ່ໃຫ້ເກີດການລະເບີດ

ມະຫາສານ ຮຸນແຮງກ່ວາລະເບີດຈາກອຸກກາບາດ ທີ່ຕົກລົງໃນເມືອງເຊນຢາບິນຂອງຣັດເຊຍເມື່ອປີ 2013 ທີ່ຜ່ານມາ

ເຖິງ 1000 ເທົ່າ.  ອຸກກາບາດເຊນຢາບິນ ມີເສັ້ນຜ່າສູນກາງ 17 ແມັດ ແລະ ເຖິງແມ່ນຈະແຕກຕົວກ່ອນທີ່ຈະຕົກເຖິງ

ພື້ນໂລກໃນໄລຍະ 20 ກິໂລແມັດກໍຕາມ, ແຕ່ກໍມີແຮງລະເບີດເຖິງ 300 – 500 ກິໂລໂຕນ.

 

ຢ່າງໃດກໍຕາມ ອຸກກາບາດລູກນີ້ ຈະຍັງບໍ່ທັນເດີນທາງມາເຖິງໂລກພາຍໃນເວລາ 6 ປີຂ້າງໜ້ານີ້ ແລະ ກໍຍັງມີປັດໄຈ

ອື່ນໆ ອາດສົ່ງຜົນເຖິງວິຖີໂຄຈອນຂອງມັນ ເຊັ່ນການດຶງດູດຂອງດາວທີ່ມັນໂຄຈອນເຂົ້າໄປໃກ້, ແຕ່ດ້ານນັກວິທະຍາ

ສາດຣັດເຊຍ ກໍຈະຕ້ອງໄດ້ຈັບຕາເບິ່ງຄວາມເຄື່ອນໄຫວຂອງມັນຢ່າງຕໍ່ເນື່ອງ ນັບຈາກເວລານີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...