spot_img
Homeຂ່າວການພັດທະນາປີ 2021 ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ເກີນດຸນປະມານ 1,000 ລ້ານໂດລາສະຫະລັດ

ປີ 2021 ສປປ ລາວ ມີມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ເກີນດຸນປະມານ 1,000 ລ້ານໂດລາສະຫະລັດ

Published on

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາ ປີ 2021 ບັນລຸໄດ້ປະມານ 13,000 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 7,000 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 6,000 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 1,000 ລ້ານໂດລາສະຫາລັດ.

ສິນຄ້າສົ່ງອອກຫຼັກ ສະເລ່ຍປະມານ 7,000 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ຄຳປະສົມ/ຄຳແທ່ງ ມີມູນຄ່າປະມານ 962 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ມີມູນຄ່າປະມານ 530 ລ້ານໂດລາສະຫະລັດ, ແຮ່ທອງ ມີມູນຄ່າປະມານ 330 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 300 ລ້ານໂດລາສະຫະລັດ, ຢາງພາລາ ມີມູນຄ່າປະມານ 270 ລ້ານໂດລາສະຫະລັດ, ມັນຕົ້ນ ມີມູນຄ່າປະມານ 265 ລ້ານໂດລາສະຫະລັດ, ແຮ່ເຫຼັກ ມີມູນຄ່າປະມານ 243 ລ້ານໂດລາສະຫະລັດ, ໝາກກ້ວຍ ມີມູນຄ່າປະມານ 235 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 190 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ ມີມູນຄ່າປະມານ 150 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ມີມູນຄ່າປະມານ 150 ລ້ານໂດລາສະຫະລັດ, ໂຄງຮ່າງ, ຊິ້ນສ່ວນກ້ອງບັນທຶກພາບ ມີມູນຄ່າປະມານ 122 ລ້ານໂດລາສະຫະລັດ ແລະ ເກີບ ມີມູນຄ່າປະມານ 101 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຫຼັກ ສະເລ່ຍປະມານ 6,000 ລ້ານໂດລາສະຫະລັດ ໃນນັ້ນສິນຄ້າທີ່ມີມູນຄ່າສູງສຸດ ເຊັ່ນ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) ມີມູນຄ່າປະມານ 463 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ ມີມູນຄ່າປະມານ 448 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 372 ລ້ານໂດລາສະຫະລັດ, ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 271 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 220 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ມີມູນຄ່າປະມານ 217 ລ້ານໂດລາສະຫະລັດ, ຜະລິດຕະພັນການຢາ (ເພສັດຊະກໍາ) ມີມູນຄ່າປະມານ 209 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 187 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 175 ລ້ານໂດລາສະຫະລັດ, ສາຍໄຟຟ້າ/ເຄເບີ້ລ ມີມູນຄ່າປະມານ 146 ລ້ານໂດລາສະຫະລັດ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 132 ລ້ານໂດລາສະຫະລັດ, ກາກ ແລະ ສິ່ງເສດເຫຼືອຈາກອຸດສາຫະກຳຜະລິດອາຫານ ມີມູນຄ່າປະມານ 123ລ້ານໂດລາສະຫະລັດ, ອຸປະກອນຖ່າຍພາບ ມີມູນຄ່າປະມານ 109 ລ້ານໂດລາສະຫະລັດ ແລະ ໄມ້ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍໄມ້ ມີມູນຄ່າປະມານ 100 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ສົ່ງອອກຫຼັກໄດ້ແກ່: ປະເທດຈີນ 2,221 ລ້ານໂດລາສະຫະລັດ, ໄທ 2,187 ລ້ານໂດລາສະຫະລັດ, ຫວຽດນາມ 1,220 ລ້ານໂດລາສະຫະລັດ, ອົດສະຕາລີ 348 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 116 ລ້ານໂດລາສະຫະລັດ.

5 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກໄດ້ແກ່: ປະເທດໄທ 3,000 ລ້ານໂດລາສະຫະລັດ, ຈີນ 1,255 ລ້ານໂດລາສະຫະລັດ, ຫວຽດນາມ 499 ລ້ານໂດລາສະຫະລັດ, ສ ອາເມລິກາ 250 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ 148 ລ້ານໂດລາສະຫະລັດ.ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາ ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.

ແຫຼ່ງຂ່າວຈາກ: laotradeportal

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...