Homeຂ່າວການພັດທະນາສຶກສາຄວາມເປັນໄປໄດ້ໃນການສົ່ງໄຟຟ້າຈາກເຂື່ອນນໍ້າອູຫາຊາຍແດນຫວຽດນາມ

ສຶກສາຄວາມເປັນໄປໄດ້ໃນການສົ່ງໄຟຟ້າຈາກເຂື່ອນນໍ້າອູຫາຊາຍແດນຫວຽດນາມ

Published on

ອີງຕາມການລາຍງານຂອງສຳນັກຂ່າວເສດຖະກິດການຄ້າໄດ້ລາຍງານໃນວັນທີ 4 ກຸມພາ 2022 ກະຊວງແຜນການ ແລະ ການລົງທຶນ ຕາງໜ້າລັດຖະບານລາວ ຮ່ວມກັບ ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໂຄງການສາຍສົ່ງໄຟຟ້າແຮງດັນ 220 ກິໂລໂວນ ຈາກເຂື່ອນນໍ້າອູ 3,4,5,6 ແລະ 7 ນີ້ ຜ່ານແຂວງຫຼວງພະບາງ ແລະ ແຂວງຜົ້ງສາລີ ອອກສູ່ຊາຍແດນ ສສ ຫວຽດນາມ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທອນ ຈັນທະສະຫວັດ ປະທານບໍລິສັດ CTC Development ກຼູບ, ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນຖົມ ລໍມະນີ ປະທານທີ່ປຶກສາ ບໍລິສັດ CTC Development ກຼູບກ່າວວ່າ: ບໍລິສັດ CTC Development ກຼູບ ແລະ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ) ເປັນບໍລິສັດເອກະຊົນທັງ 2 ທີ່ໄດ້ຮ່ວມທຸລະກິດກັນມາດົນນານແລ້ວ ແລະ ມີຄວາມພ້ອມທາງດ້ານທຶນຮອນ, ເຕັກນິກວິຊາການ ແລະ ແຮງງານທຸກດ້ານ. ເຊິ່ງລັກສະນະການສຳຫຼວດນີ້ຈະມີການອອກແບບສາຍສົ່ງໄຟຟ້າແບບແຈກບໍ່ຈຳກັດ ເພື່ອເປັນໂອກາດໃຫ້ບໍລິສັດໄດ້ນໍາໃຊ້ໄດ້ ແລະ ຜົນສຳເລັດຄັ້ງນີ້ແມ່ນຍ້ອນການໄດ້ຮັບການສະໜັບສະໜູນຈາກບັນຄະນະນຳ ຈາກຂະແໜງການກ່ຽວຂ້ອງຈົນເຖິງມື້ນີ້.

ທ່ານກ່າວຕື່ມວ່າ: ເຖິງຈະເປັນໄລຍະເວລາທີ່ສັ້ນພວກຂ້າພະເຈົ້າຈະພະຍາຍາມສູ້ຊົນປະຕິບັດຕາມກຳນົດເວລາໃຫ້ໄດ້ຂ້າພະເຈົ້າເຊື່ອວ່າຫາກຜົນການສຶກສາສຳເລັດ ແລະ ໄດ້ຈັດຕັ້ງປະຕິບັດການກໍ່ສ້າງສາຍສົ່ງໄປສູ່ຊາຍແດນ ສສ ຫວຽດນາມ ຄິດວ່າຈະເກີດຜົນປະໂຫຍດໃຫ້ລໍ້າຄ່າມາໃຫ້ ສປປ ລາວ ໂດຍສະເພາະການສ້າງລາຍໄດ້ເຂົ້າປະເທດ.

ເຊິ່ງການເຊັນລົງນາມຄັ້ງນີ້ຝ່າຍລັດຖະບານ ສປປ ລາວ ໂດຍທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ໂດຍການເຊັນເປັນສັກຂີພິຍານຂອງທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຜົ້ງສາລີ, ທ່ານ ບຸນເພັງ ວິລະວົງສາ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຫຼວງພະບາງ ກັບຝ່າຍບໍລິສັດແມ່ນການລົງນາມຂອງ ທ່ານ ຈັນທອນ ຈັນທະສະຫວັດ ປະທານບໍລິສັດ CTC Development ກຼູບ, ໂດຍການເຊັນເປັນພິຍານຂອງທ່ານ ຟາມກວາງຈຸງ Pham Quang Trung ປະທານ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ), ທ່ານ ບຸນຖົມ ລໍມະນີ ປະທານທີ່ປຶກສາ ບໍລິສັດ CTC Development ກຼູບ, ທ່ານ ຫງວຽນ ແທ່ງຮາຍ Nguyen Thanh Hai ຄະນະທີ່ປຶກສາ ປະທານ ບໍລິສັດ Vu Thu Construction Joint Stock Company (ສສ ຫວຽດນາມ).

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...