Homeຂ່າວພາຍ​ໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ກຽມປັບປຸງໂດຍຈະໃຊ້ງົບຫຼາຍພັນຕື້

ເຂດເສດຖະກິດພິເສດສາມຫຼ່ຽມຄຳ ກຽມປັບປຸງໂດຍຈະໃຊ້ງົບຫຼາຍພັນຕື້

Published on

20141030141825

 

ລັດຖະບານ​ໄດ້​ລົງ​ນາມ​ສັນຍາ​ສະບັບ​ປັບປຸງ ​ວ່າ​ດ້ວຍ​ການພັດທະນາເຂດ​ເສດຖະກິດ​ສະເພາະ ສາມຫຼ່ຽມ​ຄຳ ເຊິ່ງ​ການພັດ

ທະນາ​ຄັ້ງ​ນີ້ ​ຍັງ​ຮັກສາ​ຮູບແບບ ແລະ ເງື່ອນໄຂ​ຂອງ​ສັນຍາ ສະບັບ​ປີ 2007 ສ່ວນ​ເນື້ອທີ່​ດິນແມ່ນ​ຈະ​ໄດ້​ຂະຫຍາຍ​ອອກ​ຕື່ມ

ການ​ພັດທະນາ​ອາດ​ຈະ​ປະກອບດ້ວຍ ​ເຂດ​ເສດຖະກິດ​ສະເພາະ ຄາດ​ຄະເນ​ແຜນການ​ລົງທຶນ​ມູນຄ່າ​ເຖິງ 1 ຕື້​ໂດ​ລາ​ສະຫະ

ລັດ ຫຼື ປະມານ 8.000 ຕື້​ກີບ.

 

ຮູບ​ແບບ​ຂອງ​ການ​ພັດທະນາ ແມ່ນ​ຍັງ​ຈະ​ຮັກສາ​ສັນຍາ​ສະບັບປີ 2007 ທີ່​ໄດ້​ກຳນົດ​ເນື້ອທີ່​ດິນ 827 ເຮັກຕາ ລັດຖະບານ​

ຖື​ຫຸ້ນ 20% ຜູ້​ພັດທະນາ 80% ສ່ວນເນື້ອທີ່​ດິນ​ທີ່​ຈະ​ຂະຫຍາຍ​ໃນ​ຈຳນວນ 2.173 ເຮັກຕາ ໃນ​ນັ້ນ ຜູ້ພັດທະນາ​ສຳ​ປະທານ

​ຈາກ​ລັດຖະບານ ​ໂດຍ​ມີ​ສັນຍາ​ສະເພາະ​ຕ່າງຫາກ ເຊິ່ງ​ອາດ​ເປັນ​ດິນ​ຕໍ່​ແຜ່ນ ຫຼື ບໍ່​ຕໍ່​ແຜ່ນ ແມ່ນ​ຢູ່​ບົນ​ພື້ນຖານ ການ​ຮັບ

ປະກັນ​ສິດ ແລະ ຜົນ​ປະໂຫຍດ​ຂອງ​ປະຊາຊົນ ລັດ​ຖະບານ ແລະ ຜູ້​ພັດທະນາ​ເຂດ​ດັ່ງກ່າວ​ນີ້​ ແມ່ນ​ຈະ​ໄດ້​ລົງທຶນ​ເຂົ້າ​ໃນ 14

ໂຄງການ ເປັນຕົ້ນ​ສະໜາມບິນ​ສາກົນ ສະ​ໜາມ​​ກ໋ອຟ ພັດ​ທະນາ​ແຫຼ່ງ​ທ່ອງ​ທ່ຽວ​ດອນ​ຊາວ ເຂດ​ເຊື່ອມ​ຕໍ່​ເມືອງເກົ່າ​ສຸວັນ

ນະໂຄມ​ຄຳ ແລະ ອື່ນໆ.

 

ນອກ​ນັ້ນ ຈະ​ໄດ້​ມີ​ການ​ປັບປຸງຮູບ​ແບບ​ການ​ຄຸ້ມ​ຄອງ​ໃຫ້​ກະທັດຮັດ ປອດ​ໃສ ແລະ ກວດ​ສອບ​ໄດ້ ໂດຍ​ຈັດ​ຕັ້ງ​ໃຫ້​ມີ​ຄະນະ​

ບໍລິຫານພຽງ​ຄະນະ​ດຽວ ທີ່​ປະກອບ​ດ້ວຍຝ່າຍ​ລັດ ແລະ ຜູ້​ພັດທະນາ ຮ່ວມກັນ​ບໍລິຫານ​ຄຸ້ມ​ຄອງຕາມ​ກົນ​ໄກ ຫົວໜ່ວຍ​ບໍ

ລິຫານ​ນ້ອຍ-ສັງຄົມກວ້າງ ທີ່​ນຳ​ໃຊ້​ກາ​ປະ​ທັບ​ດຽວ ແລະ ແບ່ງ​ຄວາມ​ຮັບຜິດຊອບຂອບ​ເຂດ​ສິດ ແລະ ພາລະ​ບົດບາດ​ຂອງ

​ແຕ່​ລະ​ຝ່າຍ​ຢ່າງ​ຈະແຈ້ງ.

 

ນອກ​ນັ້ນ ລາຍ​ຮັບ​ທັງ​ໝົດທີ່​ໄດ້​ຮັບ​ຈາກ​ການ​ບໍລິຫານ ແລະ ຄຸ້ມ​ຄອງ ຈະ​ໄດ້​ຈັດ​ແບ່ງ​ເຂົ້າ​ງົບປະມານ​ລັດ ສ່ວນ​ໜຶ່ງ​ຈະ​ໄດ້​

ທົດແທນ​ຄືນ​ຕົ້ນ​ທຶນ​ການ​ກໍ່ສ້າງ​ເສັ້ນທາງ​ເບ​ຕົງ ແຕ່​ບ້ານ​ນ້ຳ​ເກິ່ງ-ບ້ານ​ມ໋ອມ ແລະ ການ​ກໍ່ສ້າງ​ກັນຕາຝັ່ງ​ເຈື່ອນເຂດ​

ດອນ​ຊາວ ຕາມ​ສັນຍາ​ທີ່​ຂະແໜງ​ໂຍທາ​ທິການ-ຂົນສົ່ງ ໄດ້​ເຊັນ​ສັນຍາ​ກັບບໍລິສັດ ດອກ​ງິ້ວ​ຄຳ ຈຳກັດ ສ່ວນລາຍ​ຮັບ​ທີ່​

ເຫຼືອ​ແມ່ນ​ຈະ​ແບ່ງ​ໃຫ້ທົ່ວ​ເຖິງ​ທັງ​ສູນ​ກາງ ແລະ ທ້ອງຖິ່ນ.

 

ພິທີ​ລົງ​ນາມ​ສັນຍາ​ສະບັບ​ປັບປຸງ ​ວ່າ​ດ້ວຍ​ການ​ພັດທະນາ​ເຂດເສດຖະກິດ​ພິເສດ​ສາມຫຼ່ຽມ​ຄຳ ໄດ້​ຈັດ​ຂຶ້ນ​ວັນ​ທີ 29 ຕຸລາ

2014 ຜ່ານ​ມາ ຕາງໜ້າ​ລັດຖະບານລາວ​ແມ່ນ​ທ່ານ ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ ກະຊວງແຜນການ ແລະ ການ​ລົງ

ທຶນ ແລະ ທ່ານ ເຈົາ​ເວີຍ ປະທານ​ບໍລິ​ສັດ ຄິງ​ໂລມັນ ອິນ​ເຕີ​ເນ​ໂຊນານ ຈຳກັດ ​ສປ ຈີນ ຕາງໜ້າໃຫ້​ກັບ​ຜູ້​ພັດທະນາໂດຍ

​ມີ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກງານ​ເສດຖະກິດ​ການ​ຜະລິດ ແລະ ຈໍ​ລະ​ຈອນ ປະ

ທານ​ຄະນະ​ກຳ​ມະການ​ແຫ່ງ​ຊາດ​ລາວ ເພື່ອ​ຄຸ້ມຄອງ​ເຂດ​ເສດຖະກິດ​ພິເສດ-ເຂດເສດຖະກິດ​ສະເພາະ ແລະ ພາກສ່ວນ​

ກ່ຽວຂ້ອງ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...