Homeຂ່າວພາຍ​ໃນພິທີມອບ-ຮັບໜ້າທີ່ລັດຖະມົນຕີ, ຫົວໜ້າຫ້ອງວ່າກາສໍານັກນາຍົກຄົນໃໝ່

ພິທີມອບ-ຮັບໜ້າທີ່ລັດຖະມົນຕີ, ຫົວໜ້າຫ້ອງວ່າກາສໍານັກນາຍົກຄົນໃໝ່

Published on

ໃນຕອນບ່າຍວັນທີ 03 ກຸມພາ 2022 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່); ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ ແລະ ໃຫ້ກຽດໂອ້ລົມ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມ.

ໃນພິທີ, ທ່ານ ທອງຈັນ ໂຂງພູມຄໍາ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄປຮັບໜ້າທີ່ໃໝ່ ຢູ່ກະຊວງແຜນການ ແລະ ການລົງທຶນ; ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເປັນເລຂາຄະນະບໍ ລິຫານງານຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ  ແລະ ຜ່ານລັດຖະດຳລັດ ວ່າດ້ວຍການແຕ່ງຕັ້ງທ່ານ ອາລຸນໄຊ ສູນນະລາດ ເປັນລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ໄດ້ມີຄຳເຫັນກ່ຽວກັບການນຳພາ-ຊີ້ນຳວຽກງານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນໄລຍະ​ເວລາ 1 ປີ 3 ​ເດືອນ​ກວ່າ.

ໃນຕອນທ້າຍ, ທ່ານ ອາລຸນໄຊ ສູນນະລາດ ໄດ້ຂຶ້ນກ່າວຮັບຄຳໂອວາດ ຂອງທ່ານ ຮອງນາຍົກລັດຖະມົນຕີ, ພ້ອມທັງ ກ່າວຮັບໜ້າທີ່ ໂດຍຢືນຢັນ ຈະສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ປະສົບການຂອງຕົນ ຮ່ວມກັບຄະນະ​ນໍາ ແລະ ພະນັກງານ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ ຄວາມຮັບຜິດຊອບ ແລະ ການມອບໝາຍຂອງຂັ້ນເທິງ, ຮັບປະກັນທາງດ້ານຄຸນນະພາບ ແລະ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ໃຫ້ສົມກັບຄວາມເຊື່ອໝັ້ນ  ແລະ ໄວ້ວາງໃຈຂອງຂັ້ນເທິງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...