spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປອມເປັນຕຳຫລວດ ສໍ້ໂກງຊັບພົນລະເມືອງ ອ້າງສາມາດເອົາເຂົ້າຮຽນນາຍສິບຕຳຫລວດໄດ້!

ປອມເປັນຕຳຫລວດ ສໍ້ໂກງຊັບພົນລະເມືອງ ອ້າງສາມາດເອົາເຂົ້າຮຽນນາຍສິບຕຳຫລວດໄດ້!

Published on

333 001

 

ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຕຳຫລວດເສດຖະກິດ ໄດ້ຈັບຕົວ ທ້າວ ຄຳຫລ້າ ອາຍຸ 45 ປີຢູ່ບ້ານ ໄຊສະຫວ່າງ ເມືອງໄຊທານີ

ນະຄອນຫລວງວຽງຈັນ ພ້ອມພັກພວກອີກ 4 ຄົນ, ພາຍຫລັງພວກເຂົາໄດ້ຮ່ວມກັນແອບອ້າງເປັນເຈົ້າໜ້າທີ່ຕຳຫລວດ

ເພື່ອສໍ້ໂກງຊັບພົນລະເມືອງ ດ້ວຍການຕົວະຍົວະເອົາຄົນເຂົ້າຮຽນຕຳຫລວດ ແລະ ປອມແປງເອກະສານ, ເຊິ່ງມີຜູ້ຕົກ

ເປັນເຫຍື່ອມາແລ້ວຫລາຍລາຍ.

 

ຮອງຫົວໜ້າກົມຕຳຫລວດເສດຖະກິດທ່ານ ພັນໂທ ບຸນຖິ່ນ ແກ້ວມົນລັດຊີໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກຄະນະ

ຄູອາຈານ ຢູ່ໂຮງຮຽນຕຳຫລວດນາຍສີບເມືອງປາກງື່ມວ່າ ໄດ້ມີສະພາບຫຍໍ້ທໍ້ບໍ່ດີເກີດຂຶ້ນພາຍໃນໂຮງຮຽນ, ເນື່ອງຈາກ

ມີນັກຮຽນຈຳນວນໜຶ່ງ ຖືກຄົນບໍ່ດີກຸ່ມໜຶ່ງແອບອ້າງເປັນຕຳຫລວດ ແລ້ວມາຕົວະຕົ້ມຫລອກລວງວ່າສາມາດເອົາເຂົ້າ

ໂຮງຮຽນຕຳຫລວດແຫ່ງດັ່ງກ່າວໄດ້, ຫລັງຈາກນັ້ນ ຈຶ່ງໄດ້ສົ່ງເຈົ້າໜ້າທີ່ລົງຕິດຕາມກຸ່ມຄົນບໍ່ດີດັ່ງກ່າວ, ຈົນສາມາດຈັບ

ຕົວຜູ້ກະທຳຜິດໄດ້ 5 ຄົນ, ໃນນັ້ນຜູ້ເປັນຫົວໂປ່ໂຕການແມ່ນ ທ້າວ ຄຳຫລ້າ ແລະ ຜ່ານການສືບສວນ- ສອບສວນ ຂອງ

ເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ຕົນພ້ອມດ້ວຍໝູ່ໄດ້ ຮ່ວມກັນເຄື່ອນໄຫວສໍ້ໂກງຊັບພົນລະເມືອງມາດົນແລ້ວ ດ້ວຍ

ການແອບອ້າງເປັນເຈົ້າໜ້າທີ່ ແລ້ວໃຫ້ໝູ່ຮ່ວມຂະບວນການໄປຊອກຫາຄົນທີ່ຢາກຮຽນຕຳຫລວດນາຍສີບ ໃນລາຄາ

35,000​ບາດ (ສະກຸນເງິນໄທ) ຫລື ປະມານ 9 ລ້ານກີບ ແລະ ຖ້າຕ້ອງການໄປຮຽນຢູ່ຕ່າງປະເທດ ໂດຍສະເພາະຢູ່ຫວຽດ

ນາມ ແລະ ສປ ຈີນ ແມ່ນ 70,000 ບາດ ຫລືປະ ມານ 17 ລ້ານກວ່າກີບ ແລະ ເມື່ອມີຜູ້ຕົກລົງຈ້າງໄປຮຽນແລ້ວ ພວກຕົນ

ກໍພາກັນເຮັດເອກະສານປອມແປງຂຶ້ນມາ, ພ້ອມທັງພິມກາຈ້ຳ ແລະ ລາຍເຊັນຂອງກົມກອງກ່ຽວຂ້ອງຕ່າງໆ ທີ່ເປັນຂອງ

ປອມ ເພື່ອໃຫ້ຜູ້ທີ່ຈ້າງເບິ່ງແລ້ວຫລົງເຊື່ອວ່າເປັນເອກະສານຈິງ ແລະ ໄດ້ຈ່າຍເງິນໃຫ້ຕາມທີ່ໄດ້ຕົກລົງກັນ, ຫລັງຈາກນັ້ນ

ກໍເອົາເງິນແບ່ງປັນກັນ ແລະ ຫາຍໜີໄປຕົວະຄົນໃໝ່ໄປເລື້ອຍໆ ຈົນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມລະບຽບ

ກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...