Homeຂ່າວທ້ອງຖິ່ນຄໍາມ່ວນເກີດເຫດ ກຸ່ມແຮງງານຈີນອອກມາປະທ້ວງ ຫຼັງບໍ່ໄດ້ຮັບຄ່າແຮງຊົດເຊຍຈາກນາຍຈ້າງ

ຄໍາມ່ວນເກີດເຫດ ກຸ່ມແຮງງານຈີນອອກມາປະທ້ວງ ຫຼັງບໍ່ໄດ້ຮັບຄ່າແຮງຊົດເຊຍຈາກນາຍຈ້າງ

Published on

ເຈົ້າໜ້າທີ່ຖະແຫຼງເຫດການຄວາມບໍ່ສະຫງົບຢູ່ບໍລິສັດແຫ່ງໜຶ່ງທີ່ບ້ານດົງໃຕ້ ແຂວງຄຳມ່ວນ
___________
ສອງສາມມື້ຜ່ານມານີ້ ໄດ້ເກີດເຫດການກຳມະກອນຄົນຈີນຮ່ວມຕົວກັນກໍ່ເຫດຄວາມບໍ່ສະຫງົບເພື່ອທວງເອົາຄ່າແຮງງານນຳບໍລິສັດແຫ່ງໜຶ່ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ ຈົນກຳລັງທະຫານທີ່ຮັບຜິດຊອບ ໃນເຂດດັ່ງກ່າວຍິງປືນຂຶ້ນຟ້າ ຫຼາຍນັດ ເພື່ອຄວບຄຸມເຫດການ. ເຫດການດັ່ງກ່າວໄດ້ເຮັດໃຫ້ສັງຄົມສົນໃຈ.
​ຕໍ່ກັບເຫດການດັ່ງກ່າວ ໃນວັນທີ 2 ກຸມພາ 2022, ເຈົ້າໜ້າທີ່ ກຳລັງ ປກຊ-ປກສ ແຂວງຄຳມ່ວນ ໂດຍມີທ່ານ ພັທ ບຸນເລີດ ບຸບຜາວັນ ຮອງຫົວໜ້າກອງບັນຊາການ ປກຊ ແຂວງຄຳມ່ວນ, ທ່ານ ພັທ ຄຳຮຸ່ງ ອາລຸນສັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ທ່ານ ພັທ ພູນສຸກ ໄຊສົມບັດ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ໄດ້ຖະແຫຼງກ່ຽວກັບເຫດການດັ່ງກ່າວວ່າ: ໃນເວລາປະມານ 8:30-9:00 ໂມງຂອງວັນທີ 30 ມັງກອນ 2022 ຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ໄດ້ເກີດເຫດການມີກຳມະກອນຊາວຈີນ ຈຳນວນ 35 ຄົນ ຂອງບໍລິສັດ ຊິງອ່ານ ອຸດສາຫະກຳຈຳກັດ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງຫໍພັກກຳມະກອນ ໃຫ້ແກ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ບໍລິສັດດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2021 ເຊິ່ງໄດ້ຕົກລົງ ກັນວ່າ ພາຍຫຼັງກໍ່ສ້າງສຳເລັດແລ້ວ ທາງບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ ຈະຈ່າຍມູນຄ່າການກໍ່ສ້າງໃຫ້ບໍລິສັດ ຊິງອ່ານ ອຸດສາຫະກຳ ໃນຈຳນວນ 85% ຂອງມູນຄ່າການກໍ່ສ້າງທັງໝົດ ສ່ວນທີ່ເຫຼືອອີກ 15% ແມ່ນພາຍຫຼັງ ໄດ້ກວດກາໂຄງການແລ້ວຈະຈ່າຍອີກ 5-10% ແລະ ຍັງເຫຼືອອີກ 5% ແມ່ນແຮໄວ້ເພື່ອຮັບປະກັນຄຸນນະພາບ ຂອງການກໍ່ສ້າງ.
ໂຄງການກໍ່ສ້າງດັ່ງກ່າວແມ່ນໄດ້ສຳເລັດໃນເດືອນພະຈິກ ປີ 2021 ແລະ ບໍລິສັດ ຊີໂນ-ອາກຣີ ແມ່ນໄດ້ຈ່າຍມູນຄ່າການກໍ່ສ້າງໃຫ້ແກ່ບໍລິສັດຊິງອ່ານ ແລ້ວ 85% ຕາມການຕົກລົງ. ແຕ່ບໍລິສັດ ຊິງອ່ານບໍ່ຈ່າຍເງິນເດືອນໃຫ້ກຳມະມະກອນຄົບຕາມຈຳນວນ ຈິ່ງ​ເປັນສາເຫດຂອງກຳມະກອນຄົນສັນຊາດຈີນຂອງບໍລິສັດຊິງອ່ານ ກໍ່ເຫດການຄັ້ງນີ້ຍ້ອນຄວາມບໍ່ພໍໃຈ ຕໍ່ບໍລິສັດຊິງອ່ານ ທີ່ບໍ່ຈ່າຍເງິນເດືອນເປັນຈຳນວນ 02 ເດືອນ (ເດືອນ 11,12 ປີ 2021) ແລະ ເງິນຄ່າເດີນທາງ ກັບປະເທດ ເພາະວ່າໃນເບື້ອງຕົ້ນ ບໍລິສັດຊິງອ່ານ ໄດ້ໃຫ້ສັນຍາວ່າ ພາຍຫຼັງໂຄງການສຳເລັດ ແມ່ນຈະຈ່າຍ ຄ່າເດີນທາງໃຫ້ກຳມະກອນກັບຄືນປະເທດຈີນ ແຕ່ຍ້ອນສະພາບໂຄວິດ-19 ຈຶ່ງເຮັດໃຫ້ຄ່າເດີນທາງເພີ່ມຂຶ້ນ ຈາກໃນ ເມື່ອກ່ອນ 3.000 ຢວນ ມາເປັນປະມານ 5.000 ຢວນຕໍ່ຄົນ ຈຶ່ງເຮັດໃຫ້ບໍລິສັດ ຊິງອ່ານ ບໍ່ສາມາດຈ່າຍ ໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງກຳມະກອນ ບໍລິສັດສາມາດຈ່າຍໃຫ້ໄດ້ 4.000 ຕໍ່ຄົນ.
ກຳມະກອນຈຳນວນດັ່ງກ່າວຈຶ່ງໄດ້ວາງແຜນຮວມຕົວກັນ ເພື່ອສ້າງ ສະຖານະການໃຫ້ບໍລິສັດ ຊີໂນ-ອາກຣີ ຮັບຮູ້ຈຸດປະສົງ ແລະ ໃຫ້ບໍລິສັດຊີໂນ-ອາກຣີ ຮຽກຮ້ອງໃຫ້ບໍລິສັດຊິງອ່ານ ຕ້ອງຈ່າຍເງິນເດືອນທີ່ຍັງຄ້າງ ແລະ ຮັບຜິດຊອບ ຄ່າເດີນທາງໃຫ້ເພື່ອຈະໄດ້ກັບປະເທດຈີນ ໂດຍການເອົາເຫຼັກມາຕັນທາງເຂົ້າຫໍພັກ.
ເມື່ອເປັນແນວນັ້ນ ທາງກຳລັງທະຫານທີ່ປະຈຳການ ປ້ອງກັນຢູ່ບໍລິສັດຈຶ່ງໄດ້ເຂົ້າມາລະງັບເຫດການ ແຕ່ສະຖານະການຍິ່ງມີຄວາມ ຮຸນແຮງຂຶ້ນ ພວກກຳມະກອນຄົນສັນຊາດຈີນ ໄດ້ໄລ່ຍາດຊີງເອົາປືນຈາກກຳລັງທະຫານ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ເຫດການທີ່ເກີດຂຶ້ນຮຸງແຮງ ແລະ ບານປາຍ ທາງເຈົ້າໜ້າທີ່ທະຫານຈຶ່ງໄດ້ນຳໃຊ້ອາວຸດປືນຍິງຂຶ້ນຟ້າຈຳນວນ ຫຼາຍນັດ ຈຶ່ງເຮັດໃຫ້ສະຖານະການຄ່ອຍຜ່ອນຄາຍລົງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...