Homeຂ່າວການພັດທະນາຜະລິດສໍາເລັດແລ້ວ ຢາປິ່ນປົວຜູ້ປ່ວຍຢາເສບຕິດ ໂດຍບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3

ຜະລິດສໍາເລັດແລ້ວ ຢາປິ່ນປົວຜູ້ປ່ວຍຢາເສບຕິດ ໂດຍບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3

Published on

ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ກະຊວງສາທາລະນະສຸກ ໄດ້ມີຄວາມເອົາໃຈໃສ່ປະກອບສ່ວນສໍາຄັນເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ, ຄົ້ນຄວ້າວິໄຈທົດລອງຜູ້ປ່ວຍຕິດຢາເສບຕິດ ຈົນສາມາດຜະລິດເປັນຢາປິ່ນປົວແບບເມັດ ທີ່ມີຜົນຕໍ່ລະບົບປະສາດຂອງຜູ້ປ່ວຍເມື່ອກິນແລ້ວຈະຮູ້ສຶກຄືກັບເສບຢາອິ່ມ.

ທ່ານ ດຣ ລາຫຸນ ຈັນທະບຸດ ຜູ້ອໍານວຍການ ບໍລິສັດ ໂຮງງານຜະລິດຢາເລກ 3 ກະຊວງສາທາລະນະສຸກ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ: ຢາທີ່ນໍາໃຊ້ເຂົ້າໃນການປິ່ນປົວຜູ້ປ່ວຍຕິດຢາເສບຕິດທີ່ທາງໂຮງງານຜະລິດຢາເລກ 3 ໄດ້ຜະລິດອອກມານັ້ນ ແມ່ນຜະລິດຕະພັນຢາ ທີ່ມີຜົນຕໍ່ລະບົບປະສາດຂອງຜູ້ປ່ວຍເມື່ອກິນແລ້ວຈະຮູ້ສຶກຄືກັບເສບຢາອີ່ມ, ເປັນຢາປອມຫຼອກ ມີຜົນຄ້າຍຄືກັບສານເສບຕິດແທ້ ແຕ່ມີສານຄືຢາເສບຕິດທີ່ຜູ້ປ່ວຍຕ້ອງການແທ້ ແຕ່ໃນຄວາມເປັນຈິງແມ່ນເປັນພຽງຢາປອມເພື່ອກະຕຸ້ນປະສາດສ່ວນກາງຂອງຜູ້ປ່ວຍໃຫ້ຮູ້ສຶກອິ່ມຕົວ ແລະ ບໍ່ຢາກເສບຢາເສບຕິດ ຈົນກ້າວໄປສູ່ການອອກຢາໄດ້ ແລະ ຫາຍດີຈາກການຕິດຢາເສບຕິດ, ແຕ່ການປິ່ນປົວນັ້ນຈະໃຊ້ເວລາສັ້ນ ຫຼື ຍາວນັ້ນ ກໍຂຶ້ນກັບຕົວຂອງຜູ້ປ່ວຍທີ່ເສບຢາເສບຕິດໃນລະດັບທີ່ແຕກຕ່າງກັນ.

ການຜະລິດຢາປິ່ນປົວຜູ້ປ່ວຍຕິດຢາເສບຕິດ ລວມເຖິງການແຈກຢາຍ ແລະ ນໍາໃຊ້ຢາແຕ່ລະຄັ້ງຕ້ອງໄດ້ຜ່ານຄະນະກໍາມະການຮັບຜິດຊອບກວດກາຈາກພາກສ່ວນທີ່ກ່ຽວຂ້ອງບົນພື້ນຖານຕາມການຕົກລົງເຫັນດີຈາກຂັ້ນເທິງໂດຍຜ່ານໜ່ວຍງານຄວບຄຸມຢາເສບຕິດ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ. ສະນັ້ນ, ໂຮງງານຜະລິດຢາເລກ 3 ຈຶ່ງໄດ້ຜະລິດຢາເພື່ອປິ່ນປົວຜູ້ປ່ວຍຕາມແຜນຄວາມຕ້ອງການຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງຢາດັ່ງກ່າວມີອາຍຸນໍາໃຊ້ໄດ້ 3 ປີນັບຈາກມື້ທີ່ຜະລິດ.

ຂໍ້ມູນ: ສື່ ປກສ, Vientiane Times.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...