spot_img
Homeຂ່າວພາຍ​ໃນລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ວັນທີ 28 ມັງກອນ 2022

ລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ວັນທີ 28 ມັງກອນ 2022

Published on

➢ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 27 ມັງກອນ 2022, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3,191 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ກວດພົບເຊື້ອທັງໝົດ 551 ຄົນ (ຕິດເຊື້ອພາຍໃນ 551 ຄົນ ແລະ ນໍາເຂົ້າ 0 ຄົນ).

– ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 551 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

1. ນະຄອນຫຼວງ 127 ຄົນ
2. ບໍລິຄໍາໄຊ 59 ຄົນ
3. ຊຽງຂວາງ 53 ຄົນ
4. ຄໍາມ່ວນ 39 ຄົນ
5. ໄຊຍະບູລີ 36 ຄົນ
6. ຫົວພັນ 34 ຄົນ
7. ຜົ້ງສາລີ 30 ຄົນ
8. ວຽງຈັນ 23 ຄົນ
9. ສາລະວັນ 22 ຄົນ
10. ອັດຕະປື 21 ຄົນ
11. ຫຼວງພະບາງ 20 ຄົນ
12. ອຸດົມໄຊ 19 ຄົນ
13. ໄຊສົມບູນ 19 ຄົນ
14. ຫຼວງນໍ້າທາ 15 ຄົນ
15. ບໍ່ແກ້ວ 14 ຄົນ
16. ເຊກອງ 8 ຄົນ
17. ສະຫັວນນະເຂດ 6 ຄົນ
18. ຈໍາປາສັກ 6 ຄົນ

• ສໍາລັບການຕິດເຊື້ອນໍາເຂົ້າ ມີ 0 ຄົນ ທັງໝົດຈາກ ນະຄອນຫຼວງ 1 ຄົນ, ສະຫວັນນະເຂດ 1 ຄົນ ແຄົນ ເຊິ່ງໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.

• ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 132,681 ກໍລະນີ, ອອກໂຮງໝໍວານນີ້ 536 ຄົນ, ກຳລັງປິ່ນປົວ 7,065 ຄົນ ແລະ ເສຍຊີວິດສະສົມທັງໝົດ 538 ຄົນ (ເສຍຊີວິດໃໝ່ 04 ຄົນ).

– ສຳລັບຜູ້ເສຍຊີວິດໃໝ່ 04 ຄົນ ແມ່ນ ຈາກ ໄຊຍະບູລີ 2 ຄົນ, ຫຼວງພະບາງ 01 ຄົນ ແລະ ຊຽງຂວາງ 01 ຄົນ.

➢ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບ ມານະທີ່ນີ້ດ້ວຍ ➢ ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ

• ປັດຈຸບັນ ການລາຍງານການຕິດເຊື້ອໃນທົ່ວໂລກຍັງບໍ່ມີທ່າອ່ຽງຫຼຸດລົງເທື່ອ ສາເຫດຍ້ອນມີການລະບາດສາຍພັນໂອມີຄຣອນກະຈາຍຢູ່ຫຼາຍປະເທດໃນທົ່ວໂລກ ໂດຍສະເພາະແມ່ນ ຢູ່ເຂດ ຢູໂລບ, ອາເມຣິກາ ແລະ ອິນເດຍ.

ເຖິງວ່າມີລາຍງານການຕິດເຊື້ອເປັນຈໍານວນຫຼາຍ, ອົງການອະນາໄມໂລກ ໄດ້ຮຽກຮ້ອງໃຫ້ທຸກຄົນຕ້ອງປະຕິບັດມາດຕະການປ້ອງກັນຕົນເອງ, ຄຽງຄູກັບການເລັ່ງການສັກຢາວັກຊີນໃຫ້ສູງຂື້ນ ເພື່ອຫຼຸດຜ່ອນອັດຕາຄວາມຮຸນແຮງ ແລະ ເສຍຊິວິດຈາກການຕິດເຊື້ອ

• ສໍາລັບ ຢູ່ປະເທດເຮົາ ແມ່ນເກືອບ 2 ອາທິດແລ້ວ ທີ່ທ່າອ່ຽງຂອງການຕິດເຊື້ອຫຼຸດລົງ ເຊິງກໍ່ເປັນທີ່ ໜ້າເພີງພໍໃຈ ທັງນີ້ກໍ່ເນື່ອງຈາກການຮ່ວມແຮງຮ່ວມໃຈຈາກທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນຕົນເອງ ແລະ ໄປສັກວັກຊິນ ເພື່ອສ້າງພູມຄຸ້ມກັນໝູ່. ເຖິງວ່າການຕິດເຊື້ອຍັງມີຢູ່ ແຕ່ການລາຍງານຄວາມຮຸນແຮງ ແລະ ເສຍຊິວິດ ບໍ່ສູງຫຼາຍ ເຖິງແນວໃດກໍ່ຕາມ ກໍ່ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມຈົ່ງເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນຕົນເອງ ແລະ ຄວບຄົວຢ່າງເຄັງຄັດ ໂດຍສະເພາະໃນໄລຍະຊ່ວງສະຫຼອງປີໃໝ່ ຫວຽດນາມ ແລະ ຈີນ

• ໃນໄລຍະບຸນປີໃໝ່ຂອງ ພີ່ນ້ອງຊາວຫວຽດນາມ ແລະ ຈີນ ທີ່ໃກ້ຈະມາເຖິງນີ້ ຂໍໃຫ້ພີ່ນ້ອງຊາວຫວຽດນາມ ແລະ ຈີນ ສະເຫຼີມສະຫຼອງປີໃໝ່ໂດຍຄວາມມ່ວນຊື່ນ ເບີກບານ ແລະ ພ້ອມກັນນັ້ນ ກໍ່ຢາກໃຫ້ປະຕິບັດມາດຕະການປ້ອງກັນຕົນເອງທີ່ທາງຄະນະສະເພາະກິດໄດ້ແນະນໍາ ແລະ ສໍາລັບນະຄອນຫຼວງວຽງຈັນ ກໍ່ໃຫ້ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດວາງອອກ ແລະ ແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບ, ສະບັບເລກທີ 019/ປກສ.ນວ, ລົງວັນທີ 25 ມັງກອນ 2022 ກ່ຽວກັບ ການເພິ່ມທະວີ ຮັກສາຄວາມຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານບຸນປີໃໝ່ຫວຽດນາມ-ຈີນ ປີ 2022. ເພື່ອໃຫ້ງານສະເຫຼີມສະໜອງປີໃໝ່ ແລະ ການໄຫວບັນພະບູລຸດ ຜ່ານພົ້ນໄປໂດຍດີ ແລະ ມີຄວາມປອດໄພ.

• ກ່ອນຈະຈົບການຖະແຫຼງຂ່າວໃນມື້ນີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ: – ເຂັມ1 ໄດ້ 4,723,819 ຄົນ (ກວມເອົາ 64.38 %) – ທຸກເຂັມທີ່ແນະນໍາ 4,042,021 ຄົນ (ກວມເອົາ 55.09 %)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...