spot_img
Homeຂ່າວພາຍ​ໃນສປປ ລາວ ຈະມີການສະເໜີເພື່ອປັບຂຶ້ນເງິນຄ່າແຮງຂັ້ນຕໍ່າ ໃຫ້ແທດເໝາະກັບຕາມຄວາມເປັນຈິງ

ສປປ ລາວ ຈະມີການສະເໜີເພື່ອປັບຂຶ້ນເງິນຄ່າແຮງຂັ້ນຕໍ່າ ໃຫ້ແທດເໝາະກັບຕາມຄວາມເປັນຈິງ

Published on

ສູນກາງສະຫະພັນກໍາມະບານລາວ ກຽມປຶກສາຫາລືຄັ້ງສຸດທ້າຍກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ ກ່ຽວກັບການຂຶ້ນຄ່າແຮງງານຂັ້ນຕໍ່າ ພາຍໃນເດືອນມີນາປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງທີ່ຊັດເຈນ ແລ້ວສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ສາມຝ່າຍໄດ້ຕົກລົງຮ່ວມກັນ.

ທ່ານ ພອນສານ ວິໄລເມັ້ງ, ຮອງປະທານ ຄະນະບໍລິ ຫານງານສູນກາງສະຫະພັນກໍາມະບານລາວ ໃຫ້ສໍາພາດວ່າ: ຄ່າແຮງງານຂັ້ນຕໍ່າຢູ່ລາວໃນປັດຈຸບັນ ແມ່ນ 1.100.000 ກີບ/ຄົນ/ເດືອນ ໂດຍເລີ່ມປະຕິບັດນັບແຕ່ກາງປີ 2018 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດໄດ້ 3 ປີກວ່າ, ຍ້ອນຄ່າຄອງຊີບ ກໍຄື ລາຄາສິນຄ້າຕາມທ້ອງຕະຫລາດມີການເໜັງຕີງເພີ່ມຂຶ້ນຢ່າງຕໍ່ເນື່ອງ ເຮັດໃຫ້ມີຜົນກະທົບໂດຍກົງຕໍ່ກໍາມະກອນ ແລະ ຜູ້ອອກແຮງງານທີ່ມີເງິນເດືອນຕໍ່າ. ດັ່ງນັ້ນ ສູນກາງສະຫະພັນກໍາມະບານລາວ ຮ່ວມກັບພາກສ່ວນກ່ຽວຂ້ອງ ໄດ້ສໍາຫລວດກ່ຽວກັບຄວາມຈໍາເປັນໃນການດໍາລົງຊີວິດປະຈໍາວັນຂອງກໍາມະກອນ ແລະ ຜູ້ອອກແຮງງານຫລາຍກວ່າ 3.600 ຄົນ ພາຍ ໃນ 18 ແຂວງທົ່ວປະເທດ, ກວມເອົາ 4 ຂົງເຂດ ຄື: ກະສິກໍາ, ອຸດສາຫະກໍາ, ບໍລິການ ແລະ ກໍ່ສ້າງ, ເຊີ່ງທຸກແຂວງລ້ວນແຕ່ສະເໜີໃຫ້ປັບປຸງຄ່າແຮງງານຂັ້ນຕໍ່າຄືນໃໝ່. ໃນໄລຍະຜ່ານມາ ຄະນະກໍາມະການ 3 ຝ່າຍ ຄື: ສູນກາງສະ ຫະພັນກໍາມະບານລາວ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ປຶກສາຫາລືຮ່ວມກັນແລ້ວຫລາຍຄັ້ງ ແລະ ເຫັນດີໂດຍພື້ນຖານໃຫ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າຕື່ມອີກ ແຕ່ຍັງບໍ່ທັນໄດ້ກໍານົດເປັນເອກະພາບ ຫລື ຕົກລົງກັນຢ່າງລະອຽດເທື່ອວ່າຈະເພີ່ມຂຶ້ນຈໍານວນເທົ່າໃດ, ແຕ່ສະ ເພາະສູນກາງສະຫະພັນກໍາມະບານລາວ ແມ່ນສະເໜີໃຫ້ປັບຂຶ້ນຈາກ 1.100.000 ກີບ ເປັນ 1.500.000 ກີບ/ຄົນ/ເດືອນ.

ທ່ານ ພອນສານ ວິໄລເມັ້ງ ໃຫ້ຮູ້ຕື່ມວ່າ: ກອງປະຊຸມຄະນະກໍາມະການ 3 ຝ່າຍຄັ້ງສຸດທ້າຍກ່ຽວກັບການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຄາດວ່າຈະຈັດຂຶ້ນພາຍໃນເດືອນມີນາ ປີນີ້ ເພື່ອໃຫ້ໄດ້ຂໍ້ຕົກລົງສຸດທ້າຍທີ່ຊັດເຈນວ່າ ຈະປັບຂຶ້ນຄ່າແຮງງານຂັ້ນຕໍ່າອີກເທົ່າໃດ ຫລື ຈະເອົາຕາມທີ່ສູນກາງສະຫະພັນກໍາມະບານລາວ ສະເໜີ ຫລື ບໍ່, ເນື່ອງຈາກບັນດາຫົວໜ່ວຍທຸລະກິດ ກໍຄື ຜູ້ໃຊ້ແຮງງານຕ່າງໆ ໃນທົ່ວປະເທດແມ່ນພົບຄວາມຫຍຸ້ງຍາກຫລາຍສົມ ຄວນຈາກສະພາບການລະບາດຂອງພະຍາດໂຄວິດ-19, ເຊີ່ງອາດເຮັດໃຫ້ບາງຫົວໜ່ວຍແຮງງານພົບຄວາມຫຍຸ້ງຍາກໃນການປັບຂຶ້ນຄ່າແຮງງານຂັ້ນຕໍ່າ. ຢ່າງໃດກໍ່ຕາມ ທ່ານຢືນຢັນວ່າ: ຄ່າແຮງງານຂັ້ນຕໍ່າຕ້ອງໄດ້ປັບຂຶ້ນແນ່ນອນ ແຕ່ຈະປັບຂຶ້ນໜ້ອຍ ຫລື ຫລາຍນັ້ນ ຕ້ອງລໍຖ້າການຕົກ ລົງຮ່ວມກັນໃນກອງປະຊຸມຄະນະກໍາມະການ 3 ຝ່າຍກ່ອນ ເພາະຫລັງຈາກຈາກກອງປະຊຸມຄັ້ງນີ້ ຈະໄດ້ສະເໜີຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດຕົວຈິງຕາມທີ່ 3 ຝ່າຍໄດ້ຕົກລົງກັນ.

ໃນໄລຍະຜ່ານມາ ສປປ ລາວ ໄດ້ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ມາແລ້ວ 8 ຄັ້ງ, ໃນນີ້ ຄັ້ງຫລ້າສຸດ ແມ່ນປັບຂຶ້ນຈາກ 900.000 ກີບ ຂຶ້ນເປັນ 1.100.000 ກີບ ເຊີ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 1 ພຶດສະພາ ປີ 2018 ຈົນມາຮອດປັດຈຸບັນນີ້.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...