Homeຂ່າວຕ່າງປະເທດຕຶກເວີຣດ໌ເທຣດເຊັນເຕີ້ ໃນນິວຢອກ ເປີດທຳການອີກຄັ້ງ ຫລັງ 13 ປີ ເຫດວິນາດສະກຳ

ຕຶກເວີຣດ໌ເທຣດເຊັນເຕີ້ ໃນນິວຢອກ ເປີດທຳການອີກຄັ້ງ ຫລັງ 13 ປີ ເຫດວິນາດສະກຳ

Published on

NjpUs24nCQKx5e1DGoC0yKwBVDSnpn1ZYAUIUZeMlmZ

 

ຕຶກ ວັນ ເວີຣດ໌ເທຣດເຊັນເຕີ້ ເລີ່ມເປີດທຳການອີກຄັ້ງໜຶ່ງ ຫລັງຈາກ 13 ປີ ຖືກໂຈມຕີຖະຫລົ່ມລົງຈົນຮາບ

ກ້ຽງໃນວັນທີ 11 ກັນຍາ 2001 ໃຊ້ງົບກໍ່ສ້າງໃໝ່ 3,9 ຕື້ໂດລາ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 4 ພະຈິກນີ້ວ່າ ຕຶກ ” ວັນ ເວີລດ໌ເທຣດເຊັນເຕີ້ ” ອາຄານທີ່ສູງທີ່ສຸດໃນ

ສະຫະລັດ ເປີດທຳການອີກຄັ້ງສຳລັບພາກທຸລະກິດແລ້ວ ເມື່ອວັນຈັນ 3 ພະຈິກຜ່ານມາ ຫລັງຈາກບໍລິສັດສື່ມວນ

ຊົນ Conde Nast ຜູ້ເຊົ່າພື້ນທີ່ລາຍທຳອິດ ໄດ້ຂົນຍ້າຍພະນັກງານຂອງຕົນກ່ວາ 3,400 ຄົນ ເຂົ້າມາເຮັດວຽກຢູ່

ຊັ້ນທີ 20 ເຖິງຊັ້ນທີ 44 ຂອງຕຶກເປັນທີ່ຮຽບຮ້ອຍແລ້ວ.

 

ຕຶກ ວັນ ເວີຣດ໌ເທຣດເຊັນເຕີ້ ໃນເມືອງແມນຮັດຕັນ ຂອງລັດນິວຢອກ ໄດ້ເປີດທຳການອີກເທື່ອໜຶ່ງໃນຄັ້ງນີ້ນັ້ນ

ແມ່ນເປັນຄັ້ງທຳອິດ ຫລັງຈາກ 13 ປີທີ່ເກີດເຫດວິນາດສະກຳ ກຸ່ມກໍ່ການຮ້າຍຈີ້ເຮືອບິນ 2 ລຳເຂົ້າຕຳຕຶກແຝດ

ເວີຣດ໌ເທຣດເຊັນເຕີ້ ເມື່ອວັນທີ 11 ກັນຍາ 2001 ຈົນເຮັດໃຫ້ມີຜູ້ເສຍຊີວິດ 2,753 ຄົນ.

 

ທັງນີ້ ຕຶກ ວັນ ເວີຣດ໌ເທຣດເຊັນເຕີ້ ໃຊ້ງົບປະມານໃນການກໍ່ສ້າງ 3,9 ຕື້ໂດລາສະຫະລັດ ເຊິ່ງເປັນຕຶກສູງ 104 ຊັ້ນ

ໂດຍພາຍໃນອາຄານມີພື້ນທີ່ທັງໝົດ 325,000 ຕາແມັດ ເຊິ່ງລວມພື້ນທີ່ຂອງສຳນັກງານຕ່າງໆ, ລານຈອດລົດ

ແລະ ຫໍສັງເກດການ ເຊິ່ງມີກຳນົດເປີດໃນຊ່ວງລະດູໃບໄມ້ຫລົ່ນທີ່ຈະມາເຖິງອີກດ້ວຍ.

 

z-1_110

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...