spot_img
Homeຂ່າວຕ່າງປະເທດອິນເດຍຜະລິດວັກຊີນ mRNA ໂຕທໍາອິດຂອງປະເທດໃກ້ສໍາເລັດແລ້ວ

ອິນເດຍຜະລິດວັກຊີນ mRNA ໂຕທໍາອິດຂອງປະເທດໃກ້ສໍາເລັດແລ້ວ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍວ່າ: ບໍລິສັດ Gennova Biopharmaceuticals ຂອງປະເທດອິນເດຍກໍາລັງພັດທະນາວັກຊີນປ້ອງກັນໂຄວິດ-19 ຊະນິດ mRNA ໂຕທໍາອິດຂອງປະເທດທີ່ໃຊ້ປ້ອງກັນໂຄວິດ-19 ສາຍພັນໂອໄມຄຣອນໂດຍສະເພາະ ໂດຍໃນຂະນະນີ້ຂັ້ນຕອນການພັດທະນາກໍໃກ້ຈະສໍາເລັດການທົດລອງໃນໄລຍະທີ 3 ແລ້ວ ເຊິ່ງອາດຈະສາມາດພ້ອມໃຊ້ງານໄດ້ພາຍໃນອີກ 1 ຫຼື 2 ເດືອນຂ້າງໜ້າ.

ວັກຊີນທີ່ຜະລິດດັ່ງກ່າວນີ້ອາດຈະຕ້ອງຜ່ານຂະບວນການທົດລອງໃຊ້ໃນກຸ່ມຕົວຢ່າງກ່ອນທີ່ຈະສາມາດນໍາໄປໃຊ້ກັບປະຊາຊົນທົ່ວໄປ ເພື່ອໃຊ້ເປັນວັກຊີນເຂັມທໍາອິດ ຫຼື ອາດຈະໃຊ້ເປັນວັກຊີນເຂັມກະຕຸ້ນ.

ສ່ວນທາງດ້ານຂອງບໍລິສັດ Bharat biotech ຜູ້ຜະລິດວັກຊີນໂຄວິດ-19 Covaxin ຂອງປະເທດອິນເດຍໄດ້ກ່າວວ່າ: ການສັກວັກຊີນເຂັມທີ 3 ຫຼື ເຂັມກະຕຸ້ນນັ້ນສາມາດຮັບມືກັບໂຄວິດ-19 ສາຍພັນໂອໄມຄຣອນໄດ້ ແລະ ບໍລິສັດຜູ້ຜະລິດວັກຊີນ Pfizer ກໍຈະມີການເປີດໂຕວັກຊີນໃໝ່ທີ່ໃຊ້ໃນການປ້ອງກັນໂຄວິດ-19 ສາຍພັນໂອໄມຄຣອນໂດຍສະເພາະໃນເດືອນມີນາ 2022.

ບົດຄວາມຫຼ້າສຸດ

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...

ສຳປະທານເນື້ອທີ່ 500 ເຮັກຕາ ໃຫ້ແກ່ນັກລົງທຶນ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ມູນຄ່າ 700 ລ້ານໂດລາ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ

ໃນວັນທີ 5 ກັນຍາ 2025 ທີ່ຜ່ານມາ, ໄດ້ມີພິທີລົງນາມສໍາປະທານເນື້ອທີ່ດິນ 500 ກວ່າເຮັກຕາ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ລະຫວ່າງ ລັດຖະບານ ສປປ ລາວ...