spot_img
Homeຂ່າວການພັດທະນາທຶນທີ່ຕ້ອງການໃນການພັດທະນາໃນປີ 2022 ແມ່ນປະມານ 44 ຕື້ກີບ

ທຶນທີ່ຕ້ອງການໃນການພັດທະນາໃນປີ 2022 ແມ່ນປະມານ 44 ຕື້ກີບ

Published on

ໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໄລຍະ 9 ເດືອນ, ຄາດຄະເນໝົດປີ 2021 ແລະ ທິດທາງແຜນການ ປະຈໍາປີ 2022 ໄດ້ໃຫ້ຮູ້ວ່າ: ຄວາມຕ້ອງການທຶນເພື່ອການພັດທະນາ ໃນປີ 2022 ມີທັງໝົດ 43.950 ຕື້ກີບ ເພີ່ມຂຶ້ນ 41,31% ທຽບໃສ່ແຜນປີຜ່ານມາ (31.100 ຕື້ກີບ) ເທົ່າກັບ 22,87% ຂອງລວມຍອດຜະລິດຕະພັນພາຍໃນ (GDP).

ມະຕິດັ່ງກ່າວ, ໃຫ້ຮູ້ອີກວ່າ: ຈຳ​ນວນທຶນທັງໝົດທີ່ຕ້ອງການນັ້ນ, ມາຈາກການລົງທຶນຂອງລັດ ທັງໝົດ 10.700 ຕື້ກີບ, ຫຼຸດລົງ 3,60%, ເທົ່າກັບ 24,34% ຂອງການລົງທຶນລວມ ແລະ ເທົ່າກັບ 5,56% ຂອງ GDP ຊຶ່ງໃນນີ້ ງົບປະມານການລົງທຶນພາຍໃນ 3.950 ຕື້ກີບ, ເພີ່ມຂຶ້ນ 1,28% ທຽບໃສ່ແຜນ ປີ 2021 ເທົ່າກັບ 8,99% ຂອງມູນຄ່າການລົງທຶນຂອງລັດທັງໝົດ ແລະ ເທົ່າກັບ 2,05% ຂອງ GDP; ທຶນຊ່ວຍເຫຼືອເພື່ອການພັດທະນາ (ODA) 6.750 ຕື້ກີບ, ຫຼຸດລົງ 6,25%,ເທົ່າກັບ 15,36% ຂອງມູນຄ່າການລົງທຶນຂອງລັດທັງໝົດ ແລະ ເທົ່າກັບ 3,51% ຂອງ GDP ຊຶ່ງໃນນີ້ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ 2.460 ຕື້ກີບ ແລະ ທຶນກູ້ຢືມ 4.290 ຕື້ກີບ.

ນອກນີ້, ຄວາມຕ້ອງການທຶນຈາກການລົງທຶນ​ຂອງ​ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແມ່ນ 29.420 ຕື້ກີບ, ເພີ່ມຂຶ້ນ47,1%, ເທົ່າກັບ 66,93% ຂອງມູນຄ່າການລົງທຶນລວມທັງໝົດ ແລະ ເທົ່າກັບ 15,31% ຂອງ GDP. ການລົງທຶນຈາກແຫຼ່ງອື່ນໆ (ການລົງທຶນຈາກຊຸມຊົນ) 3.830 ຕື້ກີບ ເທົ່າກັບ 8,71% ຂອງມູນຄ່າການລົງທຶນລວມທັງໝົດ ແລະ ເທົ່າກັບ 1,99% ຂອງ GDP.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...