Homeຂ່າວຕ່າງປະເທດຊາຍຊາວອິນເດຍເຜົາທະນາຄານ ຫຼັງຖືກປະຕິເສດການກູ້ຍຶມເງິນຈຳນວນ 721 ລ້ານກີບ.

ຊາຍຊາວອິນເດຍເຜົາທະນາຄານ ຫຼັງຖືກປະຕິເສດການກູ້ຍຶມເງິນຈຳນວນ 721 ລ້ານກີບ.

Published on

ທ້າວ ວາຊິມ ມູລາ ອາຍຸ 33 ປີ ໄດ້ເຮັດເລື່ອງຂໍກູ້ເງິນຈາກທະນາຄານແຫ່ງໜຶ່ງເປັນເງິນຈຳນວນ 6.1 ລ້ານລູປີ ຫຼື ປະມານ 721.000.000 ກີບ ເມື່ອເດື່ອນທັນວາທີ່ຜ່ານມາ ແຕ່ວ່າຄຳຂໍຂອງເຂົາກໍຖືກປະຕິເສດໄປ ເນື່ອງຈາກເຂົາບໍ່ມີຄຸນນະສົມບັດພໍທີ່ຈະຢືມເງິນ ຈົນມາເຖິງວັນທີ 9 ມັງກອນທີ່ຜ່ານມາລາວໄດ້ຂີ່ລັດຈັກໄປທີ່ທະນາຄານດັ່ງກ່າວ ຫຼັງຈາກນັ້ນກໍທຸບແກ້ວ ແລະ ໄດ້ຊີດສະເປເຄມີຊະນິດໜຶ່ງໃສ່ແລ້ວຈູດໄຟ.

ເຊິ່ງເຫດການດັ່ງກ່າວມີພະຍານຜູ້ເຫັນເຫດການໄດ້ເລົ່າວ່າ: ຫຼັງຈາກທີ່ສັນຍານໄຟໄໝ້ດັງຂຶ້ນເຂົາກໍເຫັນຄວັນລອຍອອກມາຈາກພາຍໃນອາຄານ ຊາວບ້ານໃນແຖວນັ້ນຈຶ່ງໄດ້ຮີບຄວບຄຸມໂຕ ທ້າວ ວາຊິມ ໄວ້ຈົນກວ່າເຈົ້າໜ້າທີ່ຕຳຫຼວດຈະມາຮອດ ຜ່ານການສືບສວນສອບສວນຂອງເຈົ້າໜ້າຕຳຫຼວດໄດ້ບອກວ່າ: ຜູ້ກໍ່ເຫດເກີດໃຈຮ້າຍຫຼາຍທີ່ທາງທະນາຄານບໍ່ໃຫ້ກູ້ຢືມເງິນ ຈາກນັ້ນຈຶ່ງໃຊ້ສະເປເຄມີຊີດແລ້ວຈູດໄຟເຜົາ.

ຫຼັງຈາກເຈົ້າໜ້າທີ່ສາມາດຄວາມຄຸມໄຟໄວ້ໄດ້ ຈຶ່ງຮູ້ວ່າເຫດການໄຟໄໝ້ໃນຄັ້ງນີ້ໄດ້ສ້າງຄວາມເສຍຫາຍໂດຍມີຄອມພິວເຕີ 5 ເຄື່ອງ, ພັດລົມ, ປຶ້ມຝາກເງິນ, ເຄື່ອງນັບເງິນ ແລະ ເງິນສົດຈຳນວນ 1.2 ລ້ານລູປີ ຫຼື ປະມານ 371 ລ້ານກີບ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...