Homeຂ່າວຕ່າງປະເທດຂົວໃຫຍ່ທີ່ສຸດໃນກຳປູເຈຍ ຂ້າມນ້ຳຂອງໃນສາຍທາງເຊື່ອມ ຫວຽດນາມ - ໄທ ໃກ້ສຳເລັດແລ້ວ!

ຂົວໃຫຍ່ທີ່ສຸດໃນກຳປູເຈຍ ຂ້າມນ້ຳຂອງໃນສາຍທາງເຊື່ອມ ຫວຽດນາມ – ໄທ ໃກ້ສຳເລັດແລ້ວ!

Published on

 

557000013017801

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກນີ້ວ່າ ການກໍ່ສ້າງຂົວ ເນັຍະເລີງ (Neak Leung) ເຊິ່ງເປັນ

ຂົວຍຸດທະສາດສຳຄັນແຫ່ງໜຶ່ງໃນອາຊຽນ ໃກ້ເປີດໃຫ້ບໍລິການເດືອນມີນາປີໜ້າ.

 

ແຫລ່ງຂ່າວໄດ້ລາຍງານວ່າ ຂົວແຫ່ງດັ່ງກ່າວແມ່ນເປັນຈຸດສຳຄັນຂອງແມ່ນ້ຳຂອງ ເຊິ່ງໃກ້ກັບຊາຍແດນຫວຽດ

ນາມ ໂດຍລັດຖະບານຍີ່ປຸ່ນ ໄດ້ໃຫ້ເງິນສະໜັບສະໜູນໂຄງການດັ່ງກ່າວ ເພື່ອເປັນຈຸດເຊື່ອມຕໍ່ການຄົມມະນາຄົມ

ລະຫວ່າງຫວຽດນາມ, ກຳປູເຈຍ ແລະ ປະເທດໄທ ຫລື ອາດຈະລວມທັງມຽນມ້າອີກດ້ວຍ.

 

ຂົວເນັຍະເລີງ  ຕັ້ງຢູ່ໃນແຂວງເປຣແວງ ເທິງເສັ້ນທາງຫລວງແຫ່ງຊາດສາຍທີ 1 ແຕ່ນະຄອນຫລວງພະນົມເປັນ

ໄປຫາຊາຍແດນບ່າເວັດ (Bavet) ເຊິ່ງເຊື່ອມກັບເສັ້ນທາງຫລວງຂອງຫວຽດນາມ ມຸ່ງໜ້າສູ່ນະຄອນໂຮ່ຈິມິນ.

 

ການເປີດໃຊ້ຂົວແຫ່ງດັ່ງກ່າວໃນຕົ້ນປີໜ້າ ຈະຊ່ວຍຕອບສະໜອງຕໍ່ການຂົນສົ່ງສິນຄ້າ ຈາກຫວຽດນາມທີ່ມີຈຳ

ນວນເພີ່ມຂຶ້ນທຸກປີ ເຊິ່ງຈະເຮັດໃຫ້ດ່ານຊາຍແດນໝ໊ອກບ່າຍ (Moc Bai) ຂອງຫວຽດນາມ ເກີດມີການຈະລາ

ຈອນໜາແໜ້ນໃນເວລາເລັ່ງດ່ວນ ໂດຍໃນບໍ່ດົນມານີ້ ລັດຖະບານຫວຽດນາມ ກໍໄດ້ຕັດສິນໃຈທີ່ຈະກໍ່ສ້າງ ແລະ

ຂະຫຍາຍທາງຫລວງຂອງຕົນ ຈາກດ່ານຊາຍແດນໝ໊ອກບ່າຍ ໄປຫານະຄອນໂຮ່ຈິມິນ ໃຫ້ກາຍເປັນຖະໜົນປະ

ເພດ 6 ຊ່ອງທາງຈະລາຈອນແລ້ວ ເພື່ອຮອງຮັບແກ່ການເປີດນຳໃຊ້ຂົວແຫ່ງດັ່ງກ່າວ.

 

557000013017803

557000013017806
ປັດຈຸບັນ ການຂ້າມນ້ຳຂອງຢູ່ຈຸດເນັຍະເລີງ ຍັງໃຊ້ເຮືອບັກຂ້າມຟາກຢູ່ ເຊິ່ງເຮັດໃຫ້ການສັນຈອນມີຄວາມລຳບາກ ໂດຍສະເພາະໃນໄລຍະເວລາເລັ່ງດ່ວນ ແລະ ງານເທສະການ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...