Homeຂ່າວຕ່າງປະເທດການສັກວັກຊີນເຂັມກະຕຸ້ນຫຼາຍເກີນໄປ ອາດສົ່ງຜົນເຮັດໃຫ້ພຸມຄຸ້ມກັນຫຼຸດລົງ

ການສັກວັກຊີນເຂັມກະຕຸ້ນຫຼາຍເກີນໄປ ອາດສົ່ງຜົນເຮັດໃຫ້ພຸມຄຸ້ມກັນຫຼຸດລົງ

Published on

ສໍານັກງານຢາແຫ່ງສະພາບເອີຣົບ (EMA) ເຕືອນວ່າ ການສັກວັກຊີນປ້ອງກັນໂຄວິດ-9 ເຂັມກະຕຸ້ນ ຫຼື ບູສເຕີໂດສ ຫຼາຍເກີນໄປອາດຈະເຮັດໃຫ້ພູມຄຸ້ມກັນຂອງຮ່າງກາຍອ່ອນແອລົງໄດ້ ເຊິ່ງໝາຍຄວາມວ່າ ວັກຊີນບູສເຕີ ເຂັມຕໍ່ໆໄປອາດໃຊ້ບໍ່ໄດ້ຜົນ.

ທ່ານ ມາໂກ ຄາວາເລຣີ ຫົວໜ້າຝ່າຍຍຸດທະສາດ ວັກຊີນຂອງ ສໍານັກງານຢາແຫ່ງສະຫະພາບເອີຣົບກ່າວວ່າ: ການສັກວັກຊີນເຂັມບູສເຕີນັ້ນ ສາມາດສັກໄດ້ ໜຶ່ງ ຫຼື ສອງຄັ້ງ ໃນລັກສະນະດຽວກັນກັບການສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ທີ່ສັກປີລະຄັ້ງ ແຕ່ບໍ່ຄວນສັກຖີ່ເກີນໄປ ແລະ ສັກຕໍ່ເນື່ອງ.

ຄໍາເຕືອນດັ່ງກ່າວ ໝາຍເຖິງການສັກວັກຊີນປ້ອງກັນ ໂຄວິດ-19 ເຂັມທີ 4 ເຊິ່ງສອດຄ່ອງກັບຜູ້ຊ່ຽວຊານດ້ານສາທາລະນະສຸກຂອງອັງກິດທີ່ລະບຸວ່າຍັງບໍ່ມີຄວາມຈໍາເປັນທີ່ຈະສັກວັກຊີນເຂັມທີ 4 ໃຫ້ປະຊາຊົນພ້ອມຢືນຢັນວ່າ ວັກຊີນເຂັມທີ 3 ກໍສາມາດປ້ອງກັນອາການເຈັບປ່ວຍໜັກ ແລະ ປ້ອງກັນເສຍຊີວິດໄດ້ແລ້ວ

ໃນຂະນະທີ່ອົງການອະນາໄມໂລກຢໍ້າວ່າ: ໂຄງການສັກວັກຊີນເຂັມກະຕຸ້ນແບບລັກສະນະຫວ່ານແຫ ໃນບັນດາປະເທດຮັ່ງມີ ອາດເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດຍືດເຍື້ອອອກໄປອີກເພາະພາລະກິດສໍາຄັນຄືການຫຼຸດອັດຕາການເສຍຊີວິດຈາກໂຄວິດ-19 ລົງ ແລະ ຊ່ວຍໃຫ້ປະເທດທຸກຍາກບັນລຸເປົ້າໝາຍການສັກວັກຊີນໃຫ້ປະຊາຊົນເສຍກ່ອນ.

ຂໍ້ມູນ: ໜັງສືພິມເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...