spot_img
Homeຂ່າວຕ່າງປະເທດຮັກສາມເສົ້າ! ສອງສາວໂດດນ້ຳຕາຍ ຫລັງໜຸ່ມຈີນບໍ່ສາມາດເລືອກໃຜ!

ຮັກສາມເສົ້າ! ສອງສາວໂດດນ້ຳຕາຍ ຫລັງໜຸ່ມຈີນບໍ່ສາມາດເລືອກໃຜ!

Published on

557000013090601
ໜຸ່ມຈີນ (ເສື້ອສີດຳ) ກັບສາວແຟນໃໝ່ (ໂສ້ງແດງ) ຂະນະນັ່ງຕົກຕະລຶງ ແຄມແມ່ນ້ຳຢຽງຊີ ເມື່ອເຫັນສາວແຟນເກົ່າ ເລືອກຈົບຊີວິດຕົນເອງໃນແມ່ນ້ຳ ປ່ອຍໃຫ້ທັງສອງຢູ່ຮ່ວມກັນ

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ພະຈິກຜ່ານມານີ້ວ່າ ເກີດເຫດໂສກນາຕະກຳຮັກສາມເສົ້າ ລະຫວ່າງ

ຊາຍໜຶ່ງ ຍິງສອງ ໃນລະຫວ່າງການນັດໝາຍໄປແກ້ຂໍ້ຂ້ອງໃຈຕໍ່ກັນ ແຄມແມ່ນ້ຳແຢງຊີ ປະເທດຈີນ.

 

ລາຍງານຂ່າວໄດ້ລະບຸວ່າ 2 ສາວເຊິ່ງເປັນຄົນຮັກຂອງໜຸ່ມຄົນດຽວກັນນັ້ນ ຕ່າງກໍເລືອກເສັ້ນທາງແກ້ໄຂບັນຫາ

ຮັກສາມເສົ້າ ດ້ວຍການຈົບຊີວິດຂອງຕົນເອງ ຫລັງຈາກທີ່ແຟນໜຸ່ມຄົນດຽວຂອງພວກນາງ ບໍ່ສາມາດບອກໄດ້

ວ່າ ຈະເລືອກຄົບຫາກັບໃຜ ແລະ ໜີຈາກຝ່າຍໃດໄດ້.

 

ຜູ້ທີ່ເຫັນເຫດການເລົ່າວ່າ ນາງສາວແຟນໃໝ່ຂອງໜຸ່ມດັ່ງກ່າວ ໄດ້ຕັດສິນໃຈເລືອກແທນ ດ້ວຍການໂດດລົງແມ່

ນ້ຳຢຽງຊີ ເຊິ່ງເຮັດໃຫ້ຊາຍໜຸ່ມຮີບຟ້າວໂດດລົງໄປຊ່ວຍຊີວິດທັນທີ ເຊິ່ງທັງສອງໄດ້ປະຄອງໂອບກອດກັນຂຶ້ນຝັ່ງ

ດ້ວຍຄວາມປອດໄພ, ໃນຂະນະນັ້ນເອງ ເມື່ອແຟນສາວຄົນເກົ່າ ອົດເຫັນແຟນໃໝ່ຂອງຄົນຮັກຕົນ ໂອບກອດກັນ

ຂຶ້ນມາ ນາງຈິ່ງຕັດສິນໃຈແລ່ນໂດດລົງໄປໃນແມ່ນ້ຳ ໂດຍທີ່ແຟນໜຸ່ມຂອງນາງ ກຳລັງເມື່ອຍຫອບຢູ່ ແລະ ບໍ່ສາ

ມາດກະໂດດລົງໄປຊ່ວຍນາງໄດ້, ຕໍ່ມາປະມານ 10 ນາທີ ຊາວບ້ານຈິ່ງພົບເຫັນສົບຂອງນາງ ຢູ່ທ່າເຮືອຫາປາ ແລະ

ໄດ້ຊ່ວຍກອບກູ້ເອົາສົບຂອງນາງຂຶ້ນມາ ເຊິ່ງເປັນຈຸດສິ້ນສຸດຂອງຮັກສາມເສົ້າ.


ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...