Homeຊີວິດແລະຄວາມຮັກຮັກທີ່ບໍ່ມີຂໍ້ອ້າງ ຄືຫຍັງ?

ຮັກທີ່ບໍ່ມີຂໍ້ອ້າງ ຄືຫຍັງ?

Published on

1970870_465482540219048_1346492128_n

ຜູ້ຊ່ຽວຊານໄດ້ນິຍາມຄວາມໝາຍໄວ້ວ່າ “ຄວາມຮັກໂດຍບໍ່ມີຂໍ້ອ້າງ” ຄືຮັກທີ່ບໍ່ມີຂອບເຂດ ຄືການບໍ່ມີຄວາມສາມາດທີ່ຈະ ບໍ່ຮັກ ໃນໄລຍະສອງສາມອາທິດທຳອິດ ຂອງການໄດ້ເປັນພໍ່ແມ່ອັນເຕັມໄປດ້ວຍຄວາມ ປຶ້ມປິຕິທີ່ມາພ້ອມກັບຄວາມເມື່ອຍທີ່ສຸດ ເຮົາມັກຈະຄິດວ່າລູກເຮົາໝົດຈົດ ສົມບູນແບບແລະໜ້າຈະເປັນຜູ້ນຳເອົາ ຄວາມສະຫງົບສຸກມາສູ່ໂລກໃນທີ່ສຸດ ກວ່າລູກຈະເຖິງໄວຫັດນັ່ງກະໂຖນ ເຮົາກໍຮູ້ສຶກແລ້ວວ່າລູກບໍ່ແມ່ນທາງອອກ ສູ່ສັນຕິພາບຂອງໂລກ ເຜີໆ ລູກນີ້ແຫຼະຄືສາເຫດຂອງສົງຄາມ! ແຕ່ທັງໝົດທັງມວນນີ້ກໍບໍ່ອາດຈະເຮັດໃຫ້ ເຮົາເຊົາຮັກລູກໄດ້ ແມ່ນບໍ? ພໍ່ແມ່ສາມາດຮັກລູກໄດ້ໂດຍບໍ່ມີວັນຜັນແປ ເຖິງແມ່ນວ່າຈະຮູ້ເຖິງຂໍ້ບົກພ່ອງ ຫຼືຈຸດດ້ອຍຂອງລູກກໍຕາມ.

ຈະຮັກລູກໂດຍບໍ່ມີຂໍ້ອ້າງໄດ້ຈັ່ງໃດ?

  • ບອກລູກຊູ່ມື້ວ່າທ່ານຮັກລູກ ວິທີຊັດເຈນທີ່ສຸດທີ່ຈະສະແດງຄວາມຮັກ ໂດຍບໍ່ມີຂໍ້ອ້າງຄືການເລິ່ມຕົ້ນແລະຈົບ ແຕ່ລະວັນດ້ວຍການບອກສັ້ນໆ ງ່າຍໆ ແຕ່ເລິກເຊິ່ງວ່າ “ພໍ່/ແມ່ ຮັກລູກເດີ”.
  • ໝັ່ນກອດແລະຫອມລູກ ແມ່ນຢູ່ວ່າລູກຊາຍໄວສິບປີຂອງທ່ານຄົງ ບໍ່ຢາກໃຫ້ພໍ່ຫຼືແມ່ຫອມທັງນັ້ນ ໃນເວລາໄປສົ່ງຢູ່ໂຮງຮຽນ ແຕ່ລູກຈະຮູ້ສຶກດີທີ່ຖືກກອດ ຈູບກະໝ່ອມ ຫຼືຫອມແກ້ມກ່ອນນອນ ຫຼືກ່ອນອອກຈາກເຮືອນໄປຫຼິ້ນກິລາ.
  • ຈົ່ງຄິດສະເໝີວ່າ ວິທີທີ່ທ່ານເວົ້າສຳຄັນເທົ່າກັບສິ່ງທີ່ທ່ານເວົ້າ ການຂັດເກົາວິໄນຂອງລູກທັງວິທີທີ່ຖືກແລະຜິດ ການສັ່ງສອນລູກກໍມີທັງວິທີທີ່ຖືກແລະຜິດ ເຊັ່ນກັນຄື:

+ ລູກບໍ່ມີມື້ຈະເຮັດຫຍັງເປັນນຳເຂົາດອກ ຖ້າຍັງເຮັດໂຕເປັນແບບນີ້ ກັບ ລູກອາດຈະຍັງບໍ່ຮູ້ ແຕ່ສິ່ງທີ່ລູກເຮັດໃນມື້ນີ້ຈະສົ່ງຜົນເຖິງ ອະນາຄົດຂອງລູກເອງໃນມື້ໜ້າ ມັນເປັນໜ້າທີ່ຂອງພໍ່/ແມ່ທີ່ຈະແນະນຳ ແນວທາງທີ່ຖືກທີ່ຄວນໃຫ້ແກ່ລູກໃນຕອນນີ້ ມື້ຂ້າງໜ້າລູກຈະໄດ້ຮູ້ວ່າຕ້ອງເດິນທາງໃດ.

+ ເລື່ອງງ່າຍຄືກັບປອກກ້ວຍແບບນີ້ ລີງມັນຍັງເຮັດໄດ້ເລີຍ ກັບ ພໍຈັບທາງໄດ້ແລ້ວລູກຈະເຮັດໃຫ້ເອງ ແຕ່ຕ້ອງເຝິກໜ້ອຍໜຶ່ງເທົ່ານັ້ນ ບອກພໍ່/ແມ່ແມະວ່າບໍ່ເຂົ້າໃຈບ່ອນໃດ ເຮົາຈະໄດ້ເລິ່ມຈາກຈຸດນັ້ນນຳກັນ.

+ ຖ້ານ້ອງເຮັດໄດ້ ລູກກໍຕ້ອງເຮັດໄດ້ຕິ! ກັບ ເຮັດໃຫ້ດີທີ່ສຸດກໍພໍລູກ ບໍ່ມີໃຜເຮັດໄດ້ດີຍິ່ງກວ່ານັ້ນດອກ.

  • ຢ່າຕັ້ງຂໍ້ອ້າງກັບຄວາມຮັກທີ່ບໍ່ມີຂໍ້ອ້າງ ຟັງເບິ່ງແລ້ວພິສດານຫຼາຍ ແຕ່ເຊື່ອທ້ອນວ່າ ມັນເກີດຂຶ້ນຢູ່ຕະຫຼອດເວລາແທ້ໆ
  • ຕ້ອງໃຫ້ແນ່ໃຈວ່າລູກຮູ້ວ່າ ເປັນທີ່ຮັກສະເໝີໂດຍສະເພາະຢ່າງຍິ່ງ ໃນເວລາທີ່ລູກຖືກອົບຮົມສັ່ງສອນ ຄືການບໍ່ເປັນທີ່ຮັກລູກຈະເບິ່ງວ່າ “ໂຕເອງເຮັດແນວບໍ່ດີ ພໍ່ແມ່ເລີຍບໍ່ຮັກເຮົາແລ້ວ” ນີ້ເປັນເລື່ອງປົກກະຕິຂອງຂະບວນການເຕີບໂຕທາງວຸດທິພາວະ ບອກໃຫ້ລູກຮູ້ວ່າລູກຍັງເປັນທີ່ຮັກສະເໝີ ແລ້ວທ່ານຈະເປັນຜູ້ຫຼໍ່ຫຼອມໃຫ້ລູກ ເຕີບໂຕທາງວຸດທິພາວະໄດ້ຢ່າງງົດງາມ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...