Homeຂ່າວຕ່າງປະເທດຈີນ ລ໋ອກດາວ ເມືອງທີ 3 ຫຼັງພົບຜູ້ຕິດເຊື້ອໂອໄມຄຣອນ 2 ຄົນ

ຈີນ ລ໋ອກດາວ ເມືອງທີ 3 ຫຼັງພົບຜູ້ຕິດເຊື້ອໂອໄມຄຣອນ 2 ຄົນ

Published on

ວັນທີ 12 ມັງກອນ 2022 ສໍານັກຂ່າວ Metro ລາຍງານ ສະຖານະການ ການແຜ່ລະບາດຂອງ ໂຄວິດ-19 ໃນປະເທດຈີນ ຫຼັງຈາກທາງການທ້ອງຖິ່ນ ເມືອງອັນຫຍາງ ປະກາດໃຊ້ມາດຕະການການລັອກດາວຄຸມເຂັ້ມປະຊາກອນກວ່າ 5,5 ລ້ານຄົນ.

ໂດຍມີຄໍາສັ່ງ ຫ້າມອອກນອກເຂດອາຄານ, ຫ້າມບໍລິການຂົນສົ່ງມວນຊົນ ແລະ ແຕ່ລະຄອບຄົວໄດ້ຮັບອະນຸຍາດໃຫ້ສະມາຊິກພຽງ 1 ຄົນ ອອກໄປຊື້ອາຫານ ແລະ ເຄື່ອງໃຊ້ທີ່ຈໍາເປັນໄດ້ ຫຼັງກວດພົບຄົນໃນເມືອງອັນຫຍາງ 2 ຄົນ ຕິດເຊື້ອສາຍພັນໂອໄມຄຣອນ ແລະ ຄາດວ່າເປັນກໍລະນີທີ່ເຊື່ອມໂຍງກັບຜູ້ຕິດເຊື້ອສາຍພັນໂອມີຄອນ 2 ຄົນທີ່ກວດພົບກ່ອນໜ້ານີ້ໃນນະຄອນທຽນຈີນ.

ລາຍງານລະບຸວ່າ ເມືອງອັນຫຍາງ ກາຍເປັນເມືອງທີ 3 ໃນປະເທດທີ່ລັອກດາວເຕັມຮູບແບບ ຕໍ່ເນື່ອງຈາກເມືອງຊີອານ ແລະ ເມືອງ ຢູໂຈ, ສົ່ງຜົນໃຫ້ຈໍານວນປະຊາຊົນທີ່ຢູ່ພາຍໃຕ້ການລັອກດາວໃນປະເທດເພີ່ມເກືອບ 20 ລ້ານຄົນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...