Homeຂ່າວຕ່າງປະເທດອົງການອະນາໄມໂລກເຕືອນ ປະຊາຊົນເອີຣົບ 50% ຈະຕິດໂອໄມຄຣອນ ໃນອີກ 6 ອາທິດຂ້າງໜ້າ

ອົງການອະນາໄມໂລກເຕືອນ ປະຊາຊົນເອີຣົບ 50% ຈະຕິດໂອໄມຄຣອນ ໃນອີກ 6 ອາທິດຂ້າງໜ້າ

Published on

ອົງການອະນາໄມໂລກ (WHO) ອອກມາເຕືອນ ປະຊາຊົນເອີຮົບເຄິ່ງໜຶ່ງຈະຕິດເຊື້ອໂຄວິດສາຍພັນໂອໄມຄຣອນ ພາຍໃນອີກ 6 ອາທິດຂ້າງໜ້າ ແລະ ເປັນການລະບາດທີ່ໜັກຈາກທາງຕາເວັນຕົກໄປຕາເວັນອອກ.

ໃນວັນທີ 12 ມັງກອນ 2022 ສຳນັກຂ່າວ BBC ໄດ້ລາຍງານວ່າ: ດຣ. ຫັນ ຄູດ (Hans Kluge) ຜູ້ອຳນວຍການອົງການອະນາໄມໂລກ (WHO) ປະຈຳພາກພຶ້ນເອີຣົບ ໄດ້ອອກມາເຕືອນໃນວັນອັງຄານ ວັນທີ 11 ມັງກອນ 2022 ທີ່ຜ່ານມາວ່າ: ເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ກຳລັງລະບາດໄປທົ່ວທຸກພຶ້ນທີ່ຢ່າງໜັກຄ້າຍຄືກັບສາຍພັນເດລຕາ ໂດຍນຳຂໍ້ມູນມາຈາກສະຖາບັນປະເມີນ ສຸຂະພາບ  (Institute for Health Metrics and Evaluation) ເຊິ່ງຄາດການໄວ້ວ່າ: ປະຊາຊົນເອີຣົບກວ່າ 50% ຈະຕິດເຊື້ອພາຍໃນ 6-8 ອາທິດຂ້າງໜ້າ.

ທັງນີ້ຜົນການວິໄຈຫຼ້າສຸດ, ກ່ຽວກັບໂຄວິດ-19 ສາຍພັນໂອໄມຄຣອນເຫັນວ່າ: ສາຍພັນນີ້ ມີໂອກາດເຮັດໃຫ້ ຜູ້ຕິດເຊຶ້ອບໍ່ປ່ວຍໜັກເທົ່າສາຍພັນກ່ອນໆ ແຕ່ມີປະສິດທິພາບສູງໃນການຕິດຕໍ່ໄດ້ໄວ ແມ້ແຕ່ກຸ່ມຜູ້ທີ່ໄດ້ຮັບວັກຊີນແລ້ວ ເຊັ່ນ: ພົບຜູ້ຕິດເຊື້ອເພີ່ມຂຶ້ນໃນປະເທດອັງກິດກວ່າ 142,224 ຄົນ ແລະ ເສຍຊີວິດ 77 ຄົນໃນມື້ດຽວ ໂດຍໂຮງໝໍຫຼາຍແຫ່ງຕ້ອງປະກາດເປັນສະຖານະການສຸກເສີນ ເນື່ອງຈາກວ່າຂາດພະນັກງານ ແລະ ຈຳນວນຜູ້ປ່ວຍທີ່ເພີ່ມຂຶ້ນຢ່າງໄວ.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...