spot_img
Homeຂ່າວພາຍ​ໃນລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ໃນລາວ ວັນທີ 12 ມັງກອນ 2022

ລາຍງານສະພາບລວມການແຜ່ລະບາດຂອງ ໂຄວິດ-19 ໃນລາວ ວັນທີ 12 ມັງກອນ 2022

Published on

• ປັດຈຸບັນ ສາຍພັນໂອໄມຄຣອນ ລະບາດມາໄດ້ 6 ອາທິດແລ້ວ ພ້ອມດຽວກັນ ກໍ່ຍັງສົ່ງຜົນກະທົບຕໍ່ລະບົບສາທາລະນະສຸກຂອງຫຼາຍໆປະເທດອີກດ້ວຍ.
• ສິ່ງທີ່ໜ້າເປັນຫ່ວງ ຂອງສາຍພັນໂອໄມຄຣອນນັ້ນ ບໍ່ພຽງແຕ່ ມີການແຜ່ລະບາດຢ່າງໄວວາ ເຊິ່ງບາງມື້ ກໍ່ມີຕົວເລກລາຍງານສູງກວ່າ 1 ລ້ານຄົນ ນອກຈາກນັ້ນ ຍັງເຮັດໃຫ້ຄົນທີ່ເຄີຍຕິດເຊື້ອ ສາມາດກັບມາຕິດເຊື້ອຊ້ຳຄືນອີກ ໄດ້ງ່າຍຂຶ້ນ.
• ສະເພາະ ປະເທດຂອງພວກເຮົາ ເຖິງແມ່ນວ່າ ຈະມີລາຍການການກວດພົບໂອໄມຄຣອນຈາກກໍລະນີນຳເຂົ້າ ແຕ່ບໍ່ທັນມີລາຍງານ ກວດພົບໂອໄມຄຣອນພາຍໃນປະເທດຂອງເຮົາເທື່ອ, ແຕ່ພວກເຮົາໝົດທຸກຄົນ ກໍ່ບໍ່ຄວນປະໝາດ ແລະ ຫຼະເຫຼິງ ຕ້ອງມີສະຕິລະວັງຕົວ ແລະ ເຂັ້ມງວດ ໃນການປ້ອງກັນຕົນເອງ ເພາະເປັນວິທີພື້ນຖານທີ່ດີທີ່ສຸດ ແລະ ຄວນໃຫ້ຄວາມສຳຄັນ ໃນການປະຕິບັດຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຄວາມສ່ຽງ ທີ່ຈະຕິດເຊື້ອໃນຊຸມຊົນ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໝັ່ນສັງເກດອາການຂອງຕົນເອງ ເຊັ່ນ: ອ່ອນເພຍ, ປວດຕາມຕົນໂຕ, ປວດກ້າມຊີ້ນ ຫຼື ໄອ…… ຖ້າຫາກມີອາການ ຄວນແຍກໂຕທັນທີ ແລະ ໄປພົບແພດເພື່ອກວດຫາເຊື້ອ.
• ຕໍ່ໄປນີ້ ຂ້າພະເຈົ້າ ຂໍແນະນຳ ວິທີປ້ອງກັນ ສາຍພັນໂອໄມຄຣອນ ແບບບໍ່ປະໝາດ ຄືດັ່ງນີ້:
– ສັກວັກຊີນໃຫ້ຄົບທຸກເຂັມທີ່ແນະນຳ ໂດຍສະເພາະ ຜູ້ສູງອາຍຸ, ຜູ້ທີ່ມີພະຍາດຊຳເຮື້ອ ແລະ ແມ່ຍິງຖືພາ
– ລ້າງມືທຸກຄັ້ງ ກ່ອນ ແລະ ຫຼັງ ສຳຜັດສິ່ງຂອງ
– ເມື່ອໄປພົບຜູ້ສູງອາຍຸ ເຮົາຄວນປ້ອງກັນຕົນເອງຢ່າງເຂັ້ມງວດ ເພາະເຮົາອາດນຳເຊື້ອໄປໃຫ້ເພິ່ນ ໂດຍບໍ່ຮູ້ໂຕ ຫຼື ບໍ່ໄດ້ຕັ້ງໃຈໄດ້
– ສຳລັບ ຜູ້ທີ່ບໍ່ສະບາຍ ເຮົາບໍ່ຮູ້ວ່າ ຈະຕິດເຊື້ອ ຫຼື ບໍ່ ສະນັ້ນ ບໍ່ຄວນສຳຜັດໃກ້ຊິດ ເພາະຜູ້ທີ່ບໍ່ສະບາຍອາດຈະແຜ່ເຊື້ອໃຫ້ໂຕທ່ານໄດ້
– ໃສ່ຜ້າປິດປາກ-ດັງ ໃຫ້ຖືກຕ້ອງ ແລະ ຕະຫຼອດເວລາ ຢູ່ໃນບ້ານ ຫຼື ເມື່ອອອກຈາກບ້ານ
– ຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ ເພາະ ໂອໄມຄຣອນ ແຜ່ກະຈາຍເຊື້ອໄດ້ໄວກວ່າ ສາຍພັນເດວຕ້າ ເຖິງ 30 ເທົ່າ
– ຫຼີກລ້ຽງໄປສະຖານທີ່ຄົນແອອັດ ແລະ ອາກາດບໍ່ຖ່າຍເທ
– ບໍ່ຊຸມແຊວ​ ຫຼື ພົບປະກັນ ເປັນກຸ່ມ
• ການສັກວັກຊີນ ຈະຊ່ວຍເພິ່ມພູມຄຸ້ມກັນ ໃຫ້ແກ່ບຸກຄົນ ແລະ ປະເທດຂອງເຮົາໄດ້ ເພື່ອຕໍ່ສູ້ກັບພະຍາດໂຄວິດ. ສະນັ້ນ ຈຶ່ງຂໍເຊີນຊວນບັນດາທ່ານ ເຂົ້າຮັບການສັກວັກຊີນ ຄົບທຸກເຂັມທີ່ແນະນຳ ແລະ ເຂັມກະຕຸ້ນ ເພື່ອຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດ ເມື່ອຕິດເຊື້ອ. ປັດຈຸບັນ ຫຼາຍທ່ານ ກໍ່ໄດ້ໄປສັກວັກຊີນ ສັງເກດເຫັນວ່າ ມີການແຫຍ້ກັນຫຼາຍ ບໍ່ເປັນລະບຽບຮຽບຮ້ອຍ ເພາະ ບາງທ່ານ ກໍ່ມີຈຸດປະສົງຢາກສັກ ແຕ່ວັກຊີນບາງຊະນິດເທ່ົານັ້ນ, ຂ້າພະເຈົ້າຈຶ່ງຂໍແຈ້ງໃຫ້ທ່ານຊາບວ່າ ທຸກວັກຊີນ ທີ່ພັກ ແລະ ລັດຖະບານ ໄດ້ຈັດຫາ ແລະ ສະໜອງ ມາໃຫ້ແກ່ບັນດາທ່ານໄດ້ສັກນັ້ນ ລ້ວນແລ້ວແຕ່ມີ ປະສິດຕິພາບ ແລະ ປະສິດຕິຜົນ. ສະນັ້ນ ກໍ່ຂໍໃຫ້ບັນດາທ່ານ ຈົ່ງມີຄວາມໝັ້ນໃຈ ແລະ ໄປຮັບການສັກວັກຊີນໄດ້ຕາມຈຸດທີ່ກຳນົດໄວ້. ອີກເທື່ອໜຶ່ງ ກໍ່ຂໍໃຫ້ທ່ານມີນ້ຳໃຈເອື້ອເຟື້ອເພື່ອແຜ່ ໃຫ້ໂອກາດຜູ້ສູງອາຍຸ, ຜູ້ທີ່ມີພະຍາດປະຈຳໂຕ ແລະ ແມ່ຍິງຖືພາໄດ້ຮັບການສັກວັກຊີນກ່ອນ.
• ກ່ອນຈະຈົບການຖະແຫຼງຂ່າວໃນມ້ືນ້ີ້ ຂໍແຈ້ງໃຫ້ບັນດາທ່ານຊາບວ່າ ມາຮອດມື້ນີ້ ທົ່ວປະເທດ ສັກວັກຊີນສະສົມທັງໝົດ:
– ເຂັມ1 ໄດ້ 4,629,372 ຄົນ (ກວມເອົາ 63.09 %)
– ທຸກເຂັມທີ່ແນະນໍາ 3,743,685 ຄົນ (ກວມເອົາ 51.02%)
– ອາຍຸ 12-17 ປີ ໄດ້ 491,558 ຄົນ (ເຂັ້ມ 1 ມີ 56.8%)

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...