Homeຂ່າວທ້ອງຖິ່ນຊີ້ແຈງຄ່າໃຊ້ຈ່າຍທີ່ມີລາຄາສູງ ໃນການປິ່ນປົວຜູ້ປ່ວຍໂຄວິດ-19

ຊີ້ແຈງຄ່າໃຊ້ຈ່າຍທີ່ມີລາຄາສູງ ໃນການປິ່ນປົວຜູ້ປ່ວຍໂຄວິດ-19

Published on

ເນື່ອງຈາກເປັນປະເດັ່ນທີ່ສັງຄົມໃຫ້ຄວາມສົນໃຈເປັນພິເສດ ສຳລັບຄ່າປິ່ນປົວໂຄວິດ-19 ທີ່ມີຄ່າໃຊ້ຈ່າຍທີ່ສູງ ເຊິ່ງທາງໂຮງໝໍກໍໄດ້ອອກມາຊີ້ແຈ້ງພ້ອມອະທິບາຍປັດໃຈ ທີ່ເຮັດໃຫ້ຄ່າໃຊ້ຈ່າຍສູງໃນການປິ່ນປົວ.

ບິນລາຍລະອຽດກ່ຽວກັບຄ່າປິ່ນປົວ

ຕາມບົດຊີ້ແຈ້ງຂອງທາງໂຮງໝໍມີລາຍລະອຽດດັ່ງນີ້:

  1. ພາວະຄົນໄຂ້ກ່ອນເຂົ້າຮັກສາແມ່ນຢູ່ໃນພາວະການຫາຍໃຈລົ້ມເຫລວ ປະລິມານອົກຊີເຈັນໃນເລືອດຢູ່ໃນ ລະດັບຕໍ່າ 80% – 84% ຈໍາເປັນຈະຕ້ອງໃຫ້ການຮັກສາພາຍໃນຫ້ອງຜູ້ປ່ວຍວິກິດ (ຫ້ອງຜູ້ປ່ວຍມໍລະສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ໂດຍໃຊ້ອຸປະກອນຊ່ວຍຫາຍໃຈ ເພື່ອເພີ່ມປະລິມານອົກຊີເຈັນໃນ ເລືອດ ( High Flow )

  1. ຜູ້ປ່ວຍມີພະຍາດປະຈໍາຕົວ ເບົາຫວານ ຄວາມດັນ ປະດົງ ໂລກຫມາກໄຂ່ຫລັງ ເຊິ່ງເປັນພາວະສ່ຽງສູງ ທີ່ຈະ ເສຍຊີວິດເຖິງ 80% ໂດຍຂະບວນການຮັກສາຈະຕ້ອງມີການປັບການໃຊ້ຢາຕ່າງໆ ໃນລະຫວ່າງການດໍາເນີນ ຂອງພະຍາດ ເພື່ອທີ່ຈະຮັກສາພາວະຫາຍໃຈລົ້ມເຫລວແລະສາມາດລົດການແຊກຊ້ອນຂອງພະຍາດປະຈໍາຕົວ

3.ເນື່ອງຈາກພາວະຂອງຜູ້ປ່ວຍທີ່ມີພະຍາດປະຈໍາຕົວ ພາວະແຊກຊ້ອນ ການໃຊ້ຢາໃນການຮັກສາໂຄວິດ 19 ຈໍານວນຫລາຍຊະນິດເພື່ອກູ້ພາວະທາງການຫາຍໃຈທີ່ລົ້ມເຫລວໃຫ້ກັບມາສູ່ສະພາວະປົກກະຕິ

4.ໃນລະຫວ່າງການດໍາເນີນຂອງພະຍາດ ເຊິ່ງຜູ້ປ່ວຍຕ້ອງພັກຮັກສາຕົວໃນຫ້ອງຜູ້ປ່ວຍວິກິດ( ຫ້ອງຜູ້ປ່ວຍມໍລະ ສຸມ ICU ) / ຫ້ອງຄວາມດັນລົບ ( Negative Pressure ) ແລະຫ້ອງຜູ້ປ່ວຍ ຈໍາເປັນຈະຕ້ອງມີການກວດວິ ນິໄສທີ່ມີຄວາມຈໍາເປັນໃນການຕິດຕາມການດໍາເນີນຂອງພະຍາດ ເຊັ່ນ ການເອັກສ໌ເລປອດ ການເຈາະເລືອດຫາ ທາດໃນຮ່າງກາຍ ( Blood gas ແລະ electrolyte )

5.ຜູ້ປ່ວຍລາຍນີ້ ຈໍາເປັນຕ້ອງໄດ້ພັກຮັກສາໃນຫ້ອງຜູ້ປ່ວຍວິກິດ (ຫ້ອງຜູ້ປ່ວຍມໍລະສຸມ ICU)/ ຫ້ອງ ຄວາມດັນລົບ ( Negative Pressure ) ເປັນເວລາ 3ມື້ ຈົນກະທັ້ງລະບົບການຫາຍໃຈກັບມາຢູ່ໃນລະດັບທີ່ປອດ ໄພແລະສາມາດເຄື່ອນຍ້າຍໄປຮັກສາທີ່ຫ້ອງຜູ້ປ່ວຍປົກກະຕິໄດ້.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...