Homeຂ່າວຕ່າງປະເທດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

Published on

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 08-10 ມັງກອນ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງ ນະຄອນຫລວງຮ່າໂນ້ຍ ໃນຕອນເຊົ້າວັນທີ 08 ມັງກອນ 2022 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທີ່ສຳນັກງານປະທານປະເທດ.

ຫຼັງຈາກສຳເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສະຫາຍ ນ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບ ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ ຫ້ອງວ່າການລັດຖະບານ.

ໃນໂອກາດດັ່ງກ່າວ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນຫວຽດນາມ, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກ ລັດຖະມົນຕີ ແລະ ຍັງເປັນການພົບປະແບບເຊິ່ງໜ້າກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ຄັ້ງທໍາອິດ, ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດ ນາມ ອ້າຍນ້ອງຢ່າງແທ້ຈິງ.

ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະຜ່ານມາ ເຮັດໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ການຮ່ວມມືສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນຳຂັ້ນສູງ ຂອງສອງປະເທດ ໃນທຸກໆດ້ານຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ.

ສອງຝ່າຍຮ່ວມກັນຕີລາຄາສູງ ບັນດາການຮ່ວມມື ຮອບດ້ານໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ແລະ ໃນສອງປະເທດ ແຕ່ການພົວພັນສອງຝ່າຍພວກເຮົາໄດ້ມີ ການຂະຫຍາຍຕົວເປັນປົກກະຕິ, ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກ ແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ລະຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ. ນອກນັ້ນ, ຍັງມີການຕິດຕໍ່ທາງໂທລະສັບ, ປະຊຸມທາງໄກນໍາກັນ.

ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມທັນການ. ການຮ່ວມມືດ້ານເສດຖະກິດ ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ນັບມື້ນັບໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ບັນດາຂໍ້ຫຍຸ້ງຍາກຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງສອງຝ່າຍ ເຮັດໃຫ້ສາມາດຜ່ານຜ່າໄປໄດ້ດ້ວຍດີ. ການຮ່ວມມື ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄຳ ວິພາວັນ ກໍໄດ້ຕາງໜ້າພັກ-ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດການປະຕິວັດລາວມາໂດຍຕະຫຼອດ.

ອັນທີ່ພົ້ນເດັ່ນເປັນ ຄວາມເອກອ້າງທະນົງໃຈ ກໍ່ແມ່ນໂຄງການຕຶກຫໍສະພາແຫ່ງຊາດ ທີ່ມີມູນຄ່າສູງເຖິງ 111,75 ລ້ານໂດລາສະຫະລັດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ.

ນອກນີ້, ເຖິງແມ່ນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຍັງພົບຄວາມຫຍຸ້ງຍາກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫຼືອອັນລ້ຳຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດມາຊ່ວຍພວກຂ້າພະເຈົ້າ ຢ່າງທັນການ ແລະ ມີປະສິດທິຜົນ, ເຮັດໃຫ້ ສປປ ລາວ ສາມາດຄວບຄຸມແລະ ແກ້ໄຂການແຜ່ລະບາດຂອງ ພະຍາດດັ່ງກ່າວຢ່າງມີປະສິດທິຜົນ ແລະ ອື່ນໆ. ໃນໂອກາດການຢ້ຽມຢາມຄັ້ງນີ້, ຫວຽດນາມ ຍັງໄດ້ຊ່ວຍເຫຼືອວັກຊິນຈໍານວນ 1.000.000 ໂດສ ແກ່ ສປປລາວ ເພື່ອຮັບມືກັບການລະບາດຂອງພະຍາດຮ້າຍນີ້.

ສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ໃນປີ 2022 ຄື ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ເພື່ອໃຫ້ຄົນຮຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສາຍພົວພັນພິເສດສອງປະເທດ.

ພາຍຫຼັງສໍາເລັດການພົບປະ, ສະຫາຍ ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນການລົງນາມເອກະ ສານຮ່ວມມືສອງຝ່າຍ ຈຳນວນ 8 ສະບັບ. ພາຍຫຼັງສໍາເລັດພິທີລົງນາມເອກະສານ ສະຫາຍ ນາຍົກລັດຖະມົນຕີທັງສອງ ກໍ່ໄດ້ເຂົ້າຮ່ວມພິທີເປີດປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ. ໃນຕອນບ່າຍຂອງວັນດຽວກັນ, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈອງ ເລຂາທິການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງ ດິງ ເຫ໋, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ. ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈິນ ວັນ ຕຸ໋ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ. ພ້ອມນັ້ນ, ກໍ່ໄດ້ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ວາງພວງມາລາ ທີ່ ສຸສານ ປະທານ ໂຮ່ ຈິມິນ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ພັນຄໍາ ວິພາວັນ ຍັງຈະໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 44 ທີ່ ຫໍປະຊຸມສາກົນ ໃນວັນທີ 10 ມັງກອນ 2022.

ຂໍ້ມູນຈາກ: ຂປລ

ບົດຄວາມຫຼ້າສຸດ

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...