Homeຂ່າວພາຍ​ໃນບົດລາຍງານສະພາບການລະບາດຂອງໂຄວິດ-19 ປະຈໍາວັນທີ 6 ມັງກອນ 2022

ບົດລາຍງານສະພາບການລະບາດຂອງໂຄວິດ-19 ປະຈໍາວັນທີ 6 ມັງກອນ 2022

Published on

ຕາມຖະແຫຼງການ ວັນທີ 6 ມັງກອນ 2022 ໂດຍ ດຣ. ລາຫຸນ ຈັນທະບຸດ ໄດ້ລາຍງານວ່າ ສະພາບການລະບາດພະຍາດໂຄວິດ-19 ໃນ ສປປລາວ ຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອເພີ່ມຂື້ນ, ມື້ນີ້ກໍ່ເປັນອີກມື້ໜື່ງທີ່ໂຕເລກຜູ້ຕິດເຊື້ອຫຼາຍກ່ວາ 1,000 ຄົນ ແລະ ການເພີ່ມຂື້ນກໍ່ສືບເນື່ອງຈາກພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນທີ່ຜ່ານມາ ແລະ ຄາດຄະເນວ່າໂຕເລກລາຍງານຜູ້ຕິດເຊື້ອອາດຈະຍັງສືບຕໍ່ເພີ່ມຂື້ນ, ສະນັ້ນ ຈີ່ງຂໍຮຽກຮ້ອງໃຫ້ທຸກຄົນທີ່ມີອາການບໍ່ສະບາຍຄ້າຍຄືໄຂ້ຫວັດ ຫຼື ມີປະຫວັດໄດ້ສຳຜັດກັບຜູ້ຕິດເຊື້ອມາກ່ອນຈົ່ງພາກັນໄປກວດຫາເຊື້ອ ແລະ ປີ່ນປົວໃຫ້ທັນເວລາ.

• ໄລຍະນີ້ ກໍ່ກ້າວເຂົ້າສູ່ງານບຸນປະເພນີຂອງຫຼາຍຊົນຊາດຊົນເຜົ່າ, ໂດຍສະເພາະງານບຸນກີນຈຽງ, ງານບຸນປີໃໝ່ຂອງເຜົ່າກືມມຸ, ບຸນປະເພນີກອງເຂົ້າ,ງານດອງ, ງານຂື້ນເຮືອນໃໝ່ ແລະ ບຸນອື່ນໆ ເຊີ່ງເປັນບຸນປະເພນີທີ່ສືບເນື່ອງມາຈາກບັນພະບຸລຸດທີ່ເຄີຍໄດ້ປະຕິບັດມາ, ຂ້າພະເຈົ້າຂໍຮຽກຮ້ອງມາຍັງຄະນະສະເພາະກິດຂັ້ນແຂວງ, ເມືອງ, ອຳນາດກັານປົກຄອງທຸກຂັ້ນຈົ່ງເອົາໃຈໃສ່ ຊີ້ນຳການຈັດປະຕິບັດມາດຕະການປ້ອງກັນການຕິດເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ,ໂດຍສະເພາະການຈັດງານປະເພນີກໍ່ຂໍໃຫ້ເຮັດແບບກະທັດຮັດສະເພາະຄົນໃນຄອບຄົວ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ ແລະ ຫຼີກລຽງການຊຸມແຊວແບບເປັນຈຸ້ມ ທັງນີ້ກໍ່ເພື່ອປ້ອງກັນບໍ່ໃຫ້ຕິດເຊື້ອ ເພາະຫຼາຍທ່ານຄິດວ່າການຕິດເຊື້ອພະຍາດໂຄວິດ-19 ປັດຈຸບັນບໍ່ມີອາການຮຸນແຮງ ແຕ່ກົງກັນຂ້າມຖ້າມີການຕິດເຊື້ອໃນຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ທີ່ບໍ່ທັນສັກວັກຊີນກໍ່ຈະເຮັດໃຫ້ມີອາການຮຸນແຮງ ແລະ ອາດຈະກ້າວສູ່ການເສຍຊີວິດໄດ້.

• ອີກເທື່ອໜື່ງ, ພວກເຮົາກໍ່ໄດ້ຮັບຟັງກ່ຽວກັບການຖະແຫຼງການກ່ຽວກັບການນຳໃຊ້ຢາປີ່ນປົວພະຍາດໂຄວີດ-19 ທີ່ ສປປລາວ ເຮົາສາມາດຜະລິດມານຳໃຊ້ ຖືວ່າເປັນຂ່າວດີຂອງສັງຄົມລາວທີ່ໄດ້ນຳໃຊ້ຢາປີ່ນປົວຢ່າງມີປະສິດທິພາບ ແລະ ຂ່າວດີອີກຢ່າງໜື່ງ ໃນບໍ່ດົນມານີ້ ທາງ ສປ ຈີນ ກໍ່ໄດ້ຄົ້ນພົບ ແລະ ທົດລອງນຳໃຊ້ຢາປີ່ນປົວພະຍາດໂຄວິດ-19 ທີ່ສາມາດຢັບຢັ້ງ ແລະ ປີ່ນປົວຜູ້ທີ່ຕິດເຊື້ອຈາກສາຍພັນໂອມິຄຣອນໄດ້ ສະນັ້ນຖືວ່າການຄົ້ນຄ້ວາໃນຄັ້ງນີ້ອາດຈະເປັນຂ່າວດີທີ່ພວກເຮົາຈະສາມາດຢັບຢັ້ງ ແລະ ຄວບຄຸມສະພາບການລະບາດໄດ້ ແຕ່ທັງນີ້ກໍ່ຕ້ອງຄຽງຄູ່ໄປກັບການເລັ່ງສັກຢາວັກຊີນໃຫ້ສູງຕາມເປົ້າໝາຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...