Homeຂ່າວພາຍ​ໃນ3 ພະຈິກ ວັນຊົນລະປະທານແຫ່ງຊາດ ສັນຍານເຕືອນກຽມເຂົ້າສູ່ການຜະລິດລະດູແລ້ງ

3 ພະຈິກ ວັນຊົນລະປະທານແຫ່ງຊາດ ສັນຍານເຕືອນກຽມເຂົ້າສູ່ການຜະລິດລະດູແລ້ງ

Published on

maikong

ວັນທີ 3 ເດືອນພະຈິກ ວັນຊົນລະປະທານແຫ່ງຊາດ ເປັນວັນປຸກລະດົມ ແລະ ເຕືອນສະຕິແກ່ປະຊາຊົນໂດຍ

ສະເພາະກະສິກອນ ໃນການກະກຽມລົງສູ່ການຜະລິດລະດູແລ້ງ ແລະ ໃນປີນີ້ແມ່ນປະຕິບັດຕາມຄຳຂວັນທີ່

ວ່າ “ຊຸກຍູ້ເຂັ້ມແຂງນາແຊງ ສົກປີ 2014-2015 ” ເຊິ່ງໃນສົກປີນີ້ ກົມຊົນລະປະທານ ມີແຜນການສູ້ຊົນສະ

ໜອງນ້ຳໃຫ້ແກ່ການຜະລິດລະດູແລ້ງ 180.000 ກວ່າເຮັກຕາ.

ທ່ານ ໄມກອງ ພອນພົມມະວັນ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່

ມວນຊົນ ໃນວັນທີ 31 ເດືອນຕຸລາຜ່ານມານີ້ວ່າ: ວັນຊົນລະປະທານແຫ່ງຊາດ 3 ພະຈິກ ເປັນມື້ເລີ່ມຕົ້ນເຮັດ

ຊົນລະປະທານຢູ່ເຂດປົດປ່ອຍ ໃນປີ 1967 ເນື່ອງຈາກວ່າໄລຍະຕໍ່ສູ້ກູ້ຊາດນັ້ນ ສະບຽງອາຫານບໍ່ພຽງພໍ ການ

ນຳລາວ ໂດຍສົມທົບກັບ ສສ ຫວຽດນາມ ໄດ້ມິທິດທາງແກ້ໄຂ ເຊິ່ງໄດ້ກໍ່ສ້າງເໝືອງ, ຝາຍ ແລະ ຊົນລະປະທານ

ຢູ່ເມືອງຊຽງຄໍ້ ແຂວງຫົວພັນເພື່ອພັດທະນາການປູກເຂົ້າຢູ່ ທ້ອງຖິ່ນທັງຮັບປະກັນການກຸ້ມຕົນເອງທາງດ້ານ

ສະບຽງອາຫານເຊິ່ງໃນໄລຍະນັ້ນ ມີເນື້ອທີ່ນາທີ່ສາມາດປູກເຂົ້າໄດ້ທັງລະດູແລ້ງ ແລະ ລະດູຝົນ ຈຳນວນ 200

ເຮັກຕາ. ຈາກນັ້ນ ຈຶ່ງໄດ້ກຳນົດເອົາວັນດັ່ງກາວ ເປັນມູນເຊື້ອສືບທອດ ກັນມາ ໂດຍຖືເອົາວັນທີ 3 ເດືອນພະ

ຈິກຂອງທຸກໆປີເປັນວັນປຸກລະດົມ ແລະ ເຕືອນສະຕິ ໃຫ້ແກ້ພໍ່ແມ່ປະຊາຊົນວ່າຮອດລະດູການຜະລິດລະດູ

ແລ້ງແລ້ວ ຕ້ອງໄດ້ພ້ອມກັນກະກຽມອະນາໄມ, ສ້ອມແປງເໝືອງ, ຝາຍ ແລະ ກະກຽມເນື້ອທີ່ເພື່ອທຳການ

ຜະລິດໃຫ້ທັນລະດູການ.

ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊົນລະປະທານແຫ່ງຊາດ 3 ພະຈິກ 2014 ກົມຊົນລະປະທານ

ໄດ້ອອກແຈ້ງການແນະນຳ ມາຍັງຂະແໜງຊົນລະປະທານແຂວງ ແລະ ນະຄອນຫລວງ ໃຫ້ເອົາໃຈໃສ່ຊຸກຍູ້ປຸກ

ລະດົມກຸ່ມຄຸ້ມຄອງນຳໃຊ້, ກຸ່ມກະສິກອນ ແລະ ທຸກພາກສ່ວນກ່ຽວຂ້ອງ ສ້າງຂະບວນການສ້ອມແປງ ແລະ

ອະນາໄມລະບົບຫົວງານ, ຄອງເໝືອງ, ປະຕູນ້ຳ ແລະ ອາຄານຕ່າງໆຕາມຄອງເໝືອງ, ຄອງຊົນລະປະທານ

ໃຫ້ເປັນຂະບວນຟົດຟື້ນ ເພື່ອໃຫ້ນ້ຳໄຫລສະດວກ, ຫລຸດຜ່ອນການຮົ່ວຊຶມຂອງນ້ຳ, ຮັບປະກັນການສະໜອງ

ນ້ຳເຂົ້າສູ່ເນື້ອທີ່ການຜະລິດໃນລະດູແລ້ງສົກປີ 2014-2015 ຢ່າງພຽງພໍ ແລະ ຕໍ່ເນື່ອງ. ພ້ອມທັງແນະນຳຂະ

ແໜງຊົນລະປະທານແຂວງ ແລະ ນະຄອນຫລວງ ຂໍທິດຊີ້ນຳຈາກຄະນະນຳພະແນກ ກະສິກຳ ແລະ ປ່າໄມ້

ເພື່ອເປັນເອກະພາບ ກັບຫ້ອງການກະສິກຳເມືອງ ຄັດເລືອກເອົາໂຄງການທີ່ຈະຈັດພິທີເປີດນ້ຳໃນວັນທີ 3

ເດືອນພະຈິກ ປີ 2014 ນີ້.

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...