spot_img
Homeຂ່າວພາຍ​ໃນລາຍງານສະພາບໂຄວິດ-19 ປະຈໍາວັນທີ 4 ມັງກອນ 2022

ລາຍງານສະພາບໂຄວິດ-19 ປະຈໍາວັນທີ 4 ມັງກອນ 2022

Published on

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 4 ມັງກອນ 2022 ເຊິ່ງລາຍງານໂດຍ ດຣ ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ:

ສະພາບຂອງການລະບາດພະຍາດໂຄວິດໃນທົ່ວໂລກຍັງມີທ່າອ່ຽງສູງຂື້ນໃນຫຼາຍປະເທດ ເນື່ອງຈາກມີການລະບາດຂອງສາຍພັນໂອໄມຄຣອນ, ມາຮອດປະຈຸບັນມີລາຍງານສາຍພັນດັ່ງກ່າວ ໃນ 130 ກ່ວາປະເທດ, ຫຼາຍໆປະເທດ ແມ່ນພົບລາຍງານການຕິດເຊື້ອເພີ້ມສູງຂື້ນ ໃນໄລຍະສະຫຼອງປີໃໝ່! ໃນບາງປະເທດໃກ້ຄຽງ ພົບວ່າ ມີການເພີ້ມຂື້ນຂອງສາຍພັນ ໂອໄມຄຣອນ ແລະ ທ່າອ່ຽງອາດ ຈະທົດແທນສາຍພັນແດນຕ້າທີ່ກຳລັງລະບາດຢູ່!

ຕໍ່ກັບສະພາບການລະບາດດັ່ງກ່າວ, ທ່ານ Dr Tedros Adhanom Ghebreyesus, ອຳນວຍການໃຫຍ່ຂອງອົງການອະນາໄມໂລກໄດ້ອອກມາຖະແຫຼງຂ່າວໃນວັນທີ 31- ທັນວາ-2021ປີຜ່ານມາວ່າ ໂລກເຮົາສາມາດເອົາຊະນະການລະບາດຂອງພະຍາດໂຄວິດໃນປີ 2022 ນີ້ໄດ້ເນື່ອງຈາກພວກເຮົາມີເຄື່ອງມືຫຼາຍຢ່າງ, ເຊັ່ນຢາວັກຊີນປ້ອງກັນພະຍາດໂຄວິດ-19 ທີ່ມີຫຼາຍຊະນິດ, ຢາປິ່ນປົວພະຍາດ ລວມທັງເຄື່ອງມືທາງການແພດອື່ນໆ ແຕ່ ອົງການອະນາໄມໂລກຢ້ຳຕື່ມວ່າຜົນສຳເລັດດັ່ງກ່າວຈະບັນລຸໄດ້ກໍ່ຕໍ່ເມື່ອຄວາມແຕກຕ່າງກ່ຽວກັບການເຂົ້າເຖີງການສັກວັກຊີນປ້ອງກັນໂຄວິດ19 ໝົດໄປ ຫຼື ມີໜ້ອຍທີ່ສຸດ! ດັ່ງນັ້ນທ່ານຮຽກຮ້ອງໃຫ້ບັນດາປະເທດຮ່ວມແຮງກັນເພື່ອພ້ອມກັນຄວບຄຸມ ແລະ ສະກັດກັ້ນການລະບາດໃຫ້ຢຸດຕິໂດຍໄວ ແລະ ໄດ້ຢ້ຳກ່ຽວກັບການແບ່ງປັນວັກຊີນລະຫວ່າງປະເທດທີ່ພັດທະນາແລ້ວ ກັບປະເທດທີ່ກຳລັງພັດທະນາທີ່ກຳລັງປະເຊີນໜ້າກັບການລະບາດໃນຂະໜາດນີ້ ລວມທັງການລະບາດຂອງສາຍພັນໂອມິກຣອນ ຊຶ່ງເມື່ອປະຊາຊົນໃນປະເທດທີ່ກຳລັງພັດທະນາບໍ່ໄດ້ຮັບຢາໃນອັດຕາສ່ວນທີ່ສູງໄດ້ຄາດໝາຍ ເຮັດໃຫ້ເຊື້ອມີໂອກາດກາຍພັນເຊີ່ງຜົນໄດ້ຮັບກໍ່ຄືມີເກີດມີຫຼາກຫຼາຍສາຍພັນທີ່ພວກເຮົາກຳລັງປະເຊີນໜ້າໃນຄະນະນີ້ ແລະ ສ້າງຄວາມ ວິຕົກກັງວົນບໍ່ໜ້ອຍໃຫ້ແກ່ເຫຼົ່າບັນດາປະເທດໃນທົ່ວໂລກ! ອົງການອະນາໄມໂລກວາງຄາດໃຫ້ນານາປະເທດເລັ່ງສັກຊີນປ້ອງກັນໃຫ້ໄດ້70% ຂື້ນໄປເພື່ອຢຸດຕິການລະບາດໃນຄັ້ງນີ້ໂດຍໄວ.

ສະພາບການລະບາດພະຍາດ ໂຄວິດ-19 ໃນ ສປປ ລາວ ຍັງບໍ່ເປັນທີ່ນ່າໄວ້ວາງໃຈ ເຖີງວ່າໄລຍະນີ້ໂຕເລກລາຍງານການຕິດເຊື້ອຈະໜ້ອຍ ແຕ່ກໍ່ຈະສັງເກດເຫັນວ່າຕົວຢ່າງການກວດຫາເຊື້ອກໍ່ໜ້ອຍເຊັ່ນກັນໃນແຕ່ລະແຂວງ ມີສະເພາະຜູ້ທີ່ມີອາການສະແດງເທົ່ານັ້ນທີ່ມາກວດຫາເຊື້ອ ແລະ ອັດຕາການກວດພົບເຊື້ອໃນແຕ່ລະແຂວງແມ່ນສູງຫຼາຍ ບາງແຂວງອັດຕາກວດພົບເຊື້ອສູງຫຼາຍກ່ວາ 50 % ຂອງຈຳນວນຕົວຢ່າງທີ່ເກັບມາກວດ. ພາຍຫຼັງການສະເຫຼີມສະຫຼອງປີໃໝ່ສາກົນພວກເຮົາຈະຕ້ອງໄດ້ຈັບຕາຕິດຕາມເຝົ້າລະວັງຢ່າງເຄັ່ງຄັດ ແລະ ອາດຈະມີການລາຍງານຜູ້ຕິດເຊື້ອສູງຂື້ນພາຍໃນ1-2ອາທິດໃນຕໍ່ໜ້າ.

ໃນໄລຍະນີ້ກໍ່ເຂົ້າສູ່ລະດູໜາວ ເຮັດໃຫ້ມີຄົນມີອາການຄ້າຍຄືໄຂ້ຫວັດຫຼາຍໂດຍສະເພາະໃນບັນດາແຂວງພາກເໜືອ ພົບມີການລະບາດໄຂ້ຫວັດເປັນຈຸ້ມ ແລະ ຍັງກວດພົບການລະບາດພະຍາດ ໂຄວິດ-19 ເປັນຈູ້ມໃນຫຼາຍເມືອງ, ສະນັ້ນປັດຈຸບັນຖືວ່າທຸກບ່ອນມີຄວາມສ່ຽງ ແລະ ມີການຢັ້ງຍືນວ່າທ່ານສາມາດຕິດໄຂ້ຫວັດຕາມລະດູການ ແລະ ໂຄວິດພ້ອມກັນໄດ້, ສະນັ້ນ ພັກ-ລັດ ຮຽກຮ້ອງໃຫ້ທຸກຄົນໃນສັງຄົມ ຈົ່ງຍົກສູງສະຕິລະວັງຕົວໃນການປະຕິບັດປ້ອງກັນຕົນເອງຢ່າງເຂັ້ມງວດ, ງົດເດີນທາງໄປສະຖານທີ່ສ່ຽງ ຖ້າບໍ່ຈໍາເປັນແທ້ໆ ຫຼີກລ່ຽງການເອົາຕົນເອງໄປຈຸດສ່ຽງຕ່າງໆ ເຊັ່ນຕະຫຼາດ, ງານພິທີຕ່າງໆ ຖ້າມີຄວາມຈໍາເປັນແທ້ໆຕ້ອງໄປ ກໍ່ຄວນແຍກຫ່າງຈາກຄົນອື່ນ ໃສ່ຜ້າອັດປາກດັງຢ່າງຖືກຕ້ອງ ລ້າງມືໃສ່ສະບູ ຫຼື ເຈວທີ່ມີທາດເຫຼົ້າເລື້ອຍໆ ເຮັດຄວບຄູ່ກັນໄປທຸກຢ່າງຈົນເປັນຄວາມຊິນເຄີຍ.

ສໍາລັບສໍານັກງານອົງການ ພາຍຫຼັງພັກຊ່ວງປີໃໝ່ຫຼາຍວັນ, ຫຼາຍຄົນໄດ້ເດີນທາງກັບມາຈາກການໄປຢ້ຽມຢາມຄອບຄົວ,ກັບຄືນທ້ອງຖີ່ນ, ໄປສະຖານທີ່ທ່ອງທ່ຽວຕ່າງໆໃນຫຼາຍແຂວງ, ດັ່ງນັ້ນເມື່ອກັບມາເຮັດວຽກປົກກະຕິຫ້ອງການກໍ່ຄວນມີມາດຕະການປ້ອງກັນການຕິດເຊື້ອ ໂດຍສະເພາະຄວນມີການ ວັດແທກອຸນຫະພູມກ່ອນເຂົ້າເຮັດວຽກ, ມີຈຸດລ້າງມືໃນສະຖານທີ່ເຮັດວຽກ, ຮັກສາໄລຍະຫ່າງ ແລະ ແນະນຳໃຫ້ເປີດປ່ອງຢ້ຽມເພື່ອໃຫ້ອາກາດ ຖ່າຍເທສະດວກ.

ຖ້າພະນັກງານຄົນໃດບໍ່ສະບາຍມີອາການຄ້າຍຄືໄຂ້ຫວັດ ຫຼື ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍ່ໃຫ້ຜູ້ກ່ຽວໂຈະການມາເຮັດວຽກໃນຫ້ອງການທັນທີ ພ້ອມທັງຈຳກັດບໍລິເວນຕົນເອງ ແລະ ໃຫ້ເຮັດວຽກທາງໄກຢູ່ບ້ານ, ພ້ອມທັງກວດຫາເຊື້ອໂດຍໄວ ທັງນີ້ກໍ່ເພື່ອໃຫ້ທຸກຄົນປອດໄພ.

ໄລຍະນີ້ຫຼາຍຄົນໄດ້ຊື້ເຄື່ອງກວດແບບໄວຕາມອອນລາຍມາກວດເອງຢູ່ບ້ານ ແລະ ບາງຄົນກວດພົບເຊື້ອກໍ່ບໍ່ຍອມມາກວດຕາມສະຖານທີ່ກຳນົດໄວ້ ເຮັດໃຫ້ປະຫວັດການຕິດເຊື້ອຂອງທ່ານບໍ່ໄດ້ເຂົາຢູ່ໃນລະບົບການຕິດຕາມຂອງແພດໝໍແກ່ຍາວການປີ່ນປົວຕົນເອງໂດຍບໍ່ມີແພດຕິດຕາມແນະນຳຢ່າງໃກ້ຊິດ ເຊີ່ງເຮັດໃຫ້ມີຄວາມສ່ຽງທີ່ ອາດຈະກ້າວເຂົ້າສູ່ອາການຮຸນແຮງ ຫຼື ຮ້າຍແຮງໄປກ່ວານັ້ນອາດຈະ ເສຍຊີວິດໄດ້, ສະນັ້ນ ຖ້າໃຜມີຄວາມສ່ຽງ ຫຼື ມີອາການສະແດງກໍ່ໃຫ້ໄປເກັບຕົວຢ່າງກວດຫາເຊື້ອຕາມສະຖານທີ່ກຳນົດໄວ້ ເພາະຖ້າທ່ານມີອາການບໍ່ຮຸນແຮງກໍ່ຈະສາມາດປີ່ນປົວຢູ່ບ້ານໂດຍມີການຕິດຕາມປະເມີນອາການຈາກເຈົ້າໜ້າທີ່ ແລະ ທ່ານຍັງສາມາດຂໍຄຳປືກສາຈາກສາຍດ່ວນ 164 ຖ້າມີອາການຮຸນແຮງຂື້ນກໍ່ຈະມີລົດແພດໄປຮັບມາປີ່ນປົວຢູ່ຕາມໂຮງໝໍທີ່ກຳນົດໄວ້.

ແລະ ຍັງມີຫຼາຍແຫຼ່ງຂ່າວທີ່ບໍ່ເປັນທາງການໄດ້ໂຄສະນາເຄື່ອງກວດແບບໄວສາມາດກວດຫາສາຍພັນໂອໄມຄຣອນໄດ້, ຂ້າພະເຈົ້າຂໍອະທິບາຍວ່າ ການວິເຄາະຊອກຫາເຊື້ອໂດຍວິທີເຄື່ອງກວດແບບໄວທີ່ມີໃນປະຈຸບັນແມ່ນບໍ່ມີເຄື່ອງກວດແບບໄວຊະນິດໃດສາມາດໄຈ້ແຍກລະຫວ່າງສາຍພັນແດນຕາ ແລະ ໂອມິກຣອນໄດ້ ມີວິທີດຽວໃນການກວດຊອກຫາເຊື້ອໂຄວິດສາຍພັນ “omicron “ ປະຈຸບັນການກວດຊອກຫາເຊື້ອໂຄວິດ19 ດ້ວຍວິທີ RT-PCR, ຊຶ່ງມີເຕັກນິກໃນການກວດສະເພາະຂອງມັນ, ຊຶ່ງສາມາດກວດໃນເບື້ອງຕົ້ນບົ່ງຊີ້ບອກວ່າສົງໄສສາຍພັນ omicron , ສ່ວນການຢັ້ງຢືນສາຍພັນນັ້ນແມ່ນຕ້ອງກວດລົງເຫຼິກຊອກຫາສາຍພັນທຸກຳລະອຽດຊຶ່ງຈະໃຊ້ເວລາປະມານ 4-5 ວັນຈຶ່ງຈະຮູ້ຜົນ!

ບົດຄວາມຫຼ້າສຸດ

ຫຼາຍເພຈໃນລາວຖືກແອບອ້າງ!

ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ. ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ...

ພະຍາກອນອາກາດ ເຊົ້າວັນທີ 28 ເມສາ 2025

ພາກເໜືອ-ພາກກາງກຽມຮັບມື ສະພາບອາກາດຮ້ອນ-ຮ້ອນເອົ້າ ອຸນຫະພູມສູງສຸດ 40 ອົົງສາ ຄວາມກົດດັນຕ່ຳຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນຫາຮ້ອນເອົ້າ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກຕື່ມອີກ. ພະຍາກອນອາກາດ ແຕ່ເວລາ 07...

ໂຫດຮ້າຍ! ຊາຍຊາວຈີນຖືກປະຕິເສດຮ່ວມຮັກກັບສາວປະເພດສອງຈຶ່ງລົງມືຄາຕະກຳສຸດໂຫດ

ຊາຍຊາວຈີນກໍ່ເຫດຄາຕະກຳສາວປະເພດສອງຢ່າງໂຫດຫ້ຽມ ທີ່ຈັງຫວັດຊົນບູລີ ປະເທດໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ເມສາ 2025, ເຈົ້າໜ້າທີ່ຕຳຫຼວດເມືອງພັດທະຍາ  ໄດ້ຮັບແຈ້ງເຫດຄາຕະກຳ ພາຍໃນອາພາດເມັ້ນແຫ່ງໜຶ່ງ ຢູ່ອຳເພີບາງລະມຸງ ຈັງຫວັດຊົນບູລີ ຫຼັງໄດ້ຮັບແຈ້ງລາຍງານ ຈຶ່ງນຳກຳລັງກອງພິສູດຫຼັກຖານ ແລະ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...