Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດ ຈຳຄຸກ 5 ປີ

ສານນະຄອນຫລວງ ຕັດສິນລົງໂທດຜູ້ຄ້າຢາເສບຕິດ ຈຳຄຸກ 5 ປີ

Published on

yasebtid

 

ເມື່ອບໍ່ດົນມານີ້ ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ວິລະກອນ ອາຍຸ 28 ປີ ຢູ່ບ້ານບຶງຂະ

ຫຍອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກເປັນເວລາ 5 ປີ, ພ້ອມປັບໃໝ 10 ລ້ານກີບ, ໃນຂໍ້ຫາ

ຄ້າຂາຍຢາເສບຕິດ, ໂດຍຖືກເຈົ້າໜ້າທີ່ຈັບໄດ້ຢູ່ເຮືອນ ເມື່ອຕົ້ນເດືອນມີນາ 2014 ພ້ອມຂອງກາງຢາໄອ ຈຳນວນ 5

ຖົງ ຊຸກເຊື່ອງໄວ້ຢູ່ໃນຫ້ອງນອນ.

 

ຜູ້ກ່ຽວຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ ຢາໄອທັງໝົດເປັນຂອງຕົນເອງແທ້ ໂດຍຊື້ມາຈາກເຄືອຂ່າຍຂະບວນການຄ້າ

ຢາເສບຕິດຢູ່ນະຄອນຫລວງວຽງຈັນ ເພື່ອຈະເອົາມາຂາຍໃຫ້ລູກຄ້າ ໃນນະຄອນຫລວງວຽງຈັນ ແລະ ຕົນເອງໄດ້ເລີ່ມ

ເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ປີ 2013 ແລະ ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຄືດັ່ງກ່າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...