Homeຂ່າວເຫດການເມືອງ​ຫລວງ​ພະ​ບາງ​ ໄດ້​ຮັບ​ລາງ​ວັນ​ມີ​ຄວາມ​ຍືນຍົງ​ ດ້ານ​ສິ່ງ​ແວດ​ລ້ອມ​ອາ​ຊຽນ

ເມືອງ​ຫລວງ​ພະ​ບາງ​ ໄດ້​ຮັບ​ລາງ​ວັນ​ມີ​ຄວາມ​ຍືນຍົງ​ ດ້ານ​ສິ່ງ​ແວດ​ລ້ອມ​ອາ​ຊຽນ

Published on

Asean award

 

ຄືນ​ວັນ​ທີ 30 ຕຸລາ​ນີ້ ຢູ່​ຫໍ​ປະ​ຊຸມ​ແຫ່ງ​ຊາດ ນະຄອນຫລວງ​ວຽງຈັນ ໄດ້​ມີ​ການມອບລາງວັນໃຫ້ບັນດາຕົວເມືອງຂອງ

ຫລາຍປະເທດໃນອາຊຽນ, ທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມຄັ້ງທີ 3 ຂຶ້ນ ແລະ ສຳລັບລາວເຮົາແມ່ນເມືອງຫລວງ

ພະບາງ ໄດ້ຮັບລາງວັນອັນຊົງກຽດດັ່ງກ່າວ.

 

ທ່ານ ຫນູລິນ ສິນບັນດິດ ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມປະທານຈັດ

ກອງປະຊຸມລັດຖະມົນຕີອາຊຽນດ້ານສິ່ງແວດລ້ອມບໍ່ເປັນທາງການຄັ້ງທີ 15 ກ່າວວ່າ: ການມອບລາງວັນຕົວເມືອງ

ອາຊຽນທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມຄັ້ງນີ້, ແມ່ນເພື່ອເປັນການໂຄສະນາ ແລະ ເປັນການເພີ່ມທະວີການ

ຮ່ວມມືຂອງອາຊຽນເພື່ອຮັກສາສິ່ງແວດລ້ອມໃຫ້ຍືນຍົງ, ໂດຍສະເພາະການສ້າງຕົວເມືອງໃຫ້ມີສະພາບແວດລ້ອມ

ທີ່ດີ ແລະ ມີຄວາມສວຍງາມ, ສີຂຽວສະອາດເພື່ອເຮັດ ໃຫ້ປະຊາຄົມອາຊຽນມີຄວາມພົ້ນເດັ່ນດ້ານສິ່ງແວດລ້ອມ.

 

ກອງເລຂາອາຊຽນໃຫ້ຮູ້ວ່າ: ນອກຈາກເມືອງຫລວງພະບາງແລ້ວ ເມືອງທີ່ໄດ້ຮັບລາງວັນດ້ານສິ່ງແວດລ້ອມທີ່ຍືນ

ຍົງນີ້ ຍັງມີເມືອງສີລີເບກາວັນຂອງບຣູໄນ, ບັນທຳບັງຂອງກຳປູເຈຍ, ບາລິປາປັງຂອງອິນໂດເນເຊຍ, ມາລາກາຂອງ

ມາເລເຊຍ, ຢາງກຸ້ງຂອງມຽນມ້າ, ຊັງກາລອດຊີຕີ ຂອງຟີລິບປິນ, ເມືອງພາກຕາເວັນຕົກສຽງເໜືອຂອງສິງກະໂປ

ແລະ ຊຽງໃໝ່ຂອງໄທ. ນອກຈາກນີ້ ຍັງມີການມອບໃບກຽດຕິຄຸນໃຫ້ບັນດາຕົວເມືອງໃນອາຊຽນເຊັ່ນ: ປະເພດຕົວ

ເມືອງທີ່ສະອາດ, ປະເພດຕົວເມືອງທີ່ມີນ້ຳສະອາດ ແລະ ອື່ນໆ ເປັນກຽດເຂົ້າຮ່ວມໂດຍທ່ານ ຫນູລິນ ສິນບັນດິດ

ລັດຖະມົນຕີວ່າການກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ໄຊ ສາມານ ລັດຖະມົນຕີ

ສິ່ງແວດລ້ອມປະເທດກຳປູເຈຍ, ສຳລັບຕົວແທນຂອງລາວທີ່ຂຶ້ນຮັບລາງວັນໂດຍທ່ານ ພູມີ ອໍເພັດສານ ຮອງເຈົ້າ

ເມືອງຫລວງພະບາງ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...