spot_img
Homeຂ່າວພາຍ​ໃນນັກຂ່າວໄທ ເຂົ້າຂໍໂທດທ່ານທູດລາວປະຈໍາ ຣາຊະອານາຈັກໄທ ຫຼັງສະເໜີຂ່າວທີ່ບໍ່ມີມູນຄວາມຈິງ

ນັກຂ່າວໄທ ເຂົ້າຂໍໂທດທ່ານທູດລາວປະຈໍາ ຣາຊະອານາຈັກໄທ ຫຼັງສະເໜີຂ່າວທີ່ບໍ່ມີມູນຄວາມຈິງ

Published on

ເວລາ 15:00 ໂມງ ຕອນບ່າຍວັນທີ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ, ຫົວໜ້າກົມປະຊາສໍາພັນ ພ້ອມດ້ວຍຄະນະ 6 ທ່ານ ໄດ້ເຂົ້າພົບທ່ານ ແສງ ສຸຂະທິວົງ, ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະຖານທູດລາວ ເພື່ອມາຂໍໂທດກ່ຽວກັບການສະເໜີຂ່າວລົດໄຟຄວາມໄວສູງ ລາວ-ຈີນ ເຊິ່ງສື່ຂອງສະຖານີວິທະຍຸໂທລະພາບແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ່ 6 ທັນວາ 2021 ທີ່ຜ່ານມາ ໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງ ເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໃຊ້ໜີ້ຈີນໄດ້ ຈາກການກູ້ຢືມເງິນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະ ຍັງດູໝິ່ນຄົນລາວວ່າ ບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.


ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພິ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະ ປະຊາຊົນລາວ ແລະ ຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂື້ນອີກ ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນ, ຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂື້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ ພ້ອມທັງຮັບປາກຢ່າງໜັກແໜ້ນວ່າ ຈະບໍ່ໃຫ້ເຫດການລັກສະນະນີ້ເກີດຂື້ນອີກ. ພ້ອມດຽວກັນນີ້, ທ່ານພົນໂທ ສັນເສີນ ໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ໂດຍຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ, ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.

ຫຼັງຈາກນັ້ນ, ທ່ານທູດ ແສງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ ໂດຍຈະນໍາເອົາການຂໍໂທດຄັ້ງນີ້ ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີ ຈະໃຫ້ອະ ໄພໃນຄວາມຜິດພາດຄັ້ງນີ້ ແລະ ສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂື້ນອີກ. ໃນໂອກາດນີ້ ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງ ທີ່ມີຮີດຄອງປະ ເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້ ທ່ານທູດຍັງໄດ້ກ່າວຕື່ມວ່າ ຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫຼື ຕ້ອງ ການຂໍ້ມູນລະອຽດ ກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມຸນຂ່າວສານທີ່ຖຶກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈທີ່ຖຶກຕ້ອງ.

ທ່ານທູດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟຄວາມໄວສູງ ລາວ-ຈີນ ທີ່ເປັນເສັ້ນທາງປະ ຫວັດສາດ ແລະ ແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວ ມີຄວາມພາກ ພູມໃຈໃນການເປີດການນໍາໃຊ້ລົດໄຟຄວາມໄວສູງດັ່ງກ່າວ, ເຊິ່ງໂຄງການນີ້ ແມ່ນເພື່ອຜົນປະ ໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະ ພາກພື້ນໃນອານາຄົດ.


ສຸດທ້າຍນີ້, ທ່ານທູດ ໄດ້ເນັ້ນຄືນຈຸດຢືນຂອງລັດຖະບານ ສປປ. ລາວ ຍາມໃດ ກໍພະຍາ ຍາມເສີມຂະຫຍາຍ ສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດ ໃຫ້ນັບມື້ຈະເລີນກ້າວໜ້າ, ເຊິ່ງຕົນເອງໃນນາມທູດ ຈະທຸ້ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນງອກງາມຍິ່ງໆຂື້ນ.

ອ້າງອີງ: ເພຈ Lao National Radio

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...