Homeຂ່າວຕ່າງປະເທດຄັກແທ້!! ກິນໄປພ້ອມອອກກໍາລັງກາຍໄປພ້ອມ

ຄັກແທ້!! ກິນໄປພ້ອມອອກກໍາລັງກາຍໄປພ້ອມ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ເຈົ້າຂອງຜູ້ໃຊ້ແອັບ Tiktok ທີ່ໃສ່ຊື່ວ່າ cris13yu ໄດ້ໂພສວິດີໂອທີ່ຖ່າຍຈາກຮ້ານ McDonald ແຫ່ງໜຶ່ງໃນປະເທດຈີນ ເຊິ່ງວິດີໂອດັ່ງກ່າວມີຜູ້ເຂົ້າເບິ່ງເຖິງ 31 ລ້ານຄົນ ແລະ ໄດ້ກາຍເປັນກະແສໃນສື່ອອນລາຍ ໂດຍໃນວິດີໂອມີແມ່ຍິງຄົນໜຶ່ງທີ່ກໍາລັງນັ່ງກິນເບີເກີ ພ້ອມກັບນັ່ງອອກກໍາລັງກາຍໃນທ່າຂີ່ລົດຖີບ, ແຕ່ທາງດ້ານຮ້ານໄດ້ອອກມາລະບຸວ່າ ສາຂາດັ່ງກ່າວ ລູກຄ້າສາມາດຖີບລົດຖີບທີ່ຖືກຕິດຕັ້ງມາກັບຕັ່ງແມ່ນເອົາໄວ້ປັ່ນກະແສໄຟຟ້າ ແລະ ໃຊ້ຊາກແບັດເຕຣີ່ໂທລະສັບ.

ຕັ່ງທີ່ຖືກຕິດຕັ້ງບ່ອນຖີບລົດໃສ່ນັ້ນແມ່ນຢູ່ຮ້ານ ແມັກໂດໂນ ໃນສາຂາ Jeiyang Wanda ປະເທດຈີນ  ເຊິ່ງເລີ່ມມີການເປີດໃຫ້ບໍລິການໃນເດືອນ ກັນຍາທີ່ຜ່ານມາ ແລະ ນອກຈາກນັ້ນຍັງມີຢູ່ສາຂາ New Hualian ໃນຊຽງໄຮ້ອີກດ້ວຍ ໂດຍທາງບໍລິສັດບອກວ່າຈະຮວບຮວມແນວຄວາມຄິດຈາກລຄກຄ້າທີ່ເຂົ້າມາໃຊ້ບໍລິການ ກ່ອນທີ່ຈະເລີ່ມມີການຂະຫຍາຍໄປຍັງສາຂາອື່ນໆ.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...