Homeຂ່າວທ້ອງຖິ່ນອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ!

ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ!

Published on

ຕາມຂໍ້ມູນໜັງສືພິມກອງທັບປະຊາຊົນລາວໃຫ້ຮູ້ວ່າ: ອາຄານລາດຊະວົງພລາຊາ ຕຶກສູງທີ່ສຸດຈະສືບຕໍ່ກໍ່ສ້າງອີກຄັ້ງ ລາດຊະວົງ ພລາຊາ ເປັນອາຄານສູນການຄ້າຄົບວົງຈອນ ແລະ ໂຮງແຮງລະດັບຫ້າດາວ ເຊິ່ງເປັນຕຶກສູງທີ່ສຸດໃນປະເທດລາວ ຈະຖືກດໍາເນີນການກໍ່ສ້າງຄືນໃໝ່, ເນື່ອງຈາກປີ 2016 ຜູ້ປະກອບການຂອງອາຄານດັ່ງກ່າວພົບຄວາມຫຍຸ້ງຍາກທາງດ້າການເງິນ ຈິ່ງໄດ້ໂຈະການດໍາເນີນການກໍ່ສ້າງ.

ອີງຕາມ ທ່ານ ພັນເອກ ສີພອນໄຊ ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ລາຍງານໃນພິທີເສັນສັນຍາສືບຕໍ່ໂຄງການລາດຊະວົງ ພລາຊາ ໃນວັນທີ 23 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທ່ານ ຮຸ່ງເພັດ ຈັນທະວົງ ເລຂາທິການສະມາຄົມມິດຕະພາບລາວ-ຈີນ, ທ່ານ ເຊຍເກຍເວນ ເລຂາຄະນະພັກ ບໍລິສັດທາງລົດ ໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງລາດຊະວົງພລາຊາເປັນການຮ່ວມມືທຸລະກິດລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ຊົງຊີງ ຟາງເຕີ ເຊິ່ງໄດ້ເຊັນສັນຍາ ແລະເລີ່ມກໍ່ສ້າງມາແຕ່ທ້າຍປີ 2013.

ລາດຊະວົງພລາຊາ ເປັນອາຄານໂຮງແຮມລະດັບ 5 ດາວ, ຫ້ອງການ, ສູນບຳບັດ, ສູນການຄ້າຄົບວົງຈອນ ແລະອື່ນໆ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ ໂດຍມີມູນຄ່າຫຼາຍກວ່າ 99 ລ້ານໂດລາສະຫະລັດ. ພາຍຫຼັງເຊັນສັນຍາບໍລິສັດດັ່ງກ່າວໄດ້ດຳເນີນການກໍ່ສ້າງ ແລະໄດ້ພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະດ້ານການເງິນ, ນິຕິກຳ ຈຳນວນໜຶ່ງຍັງບໍ່ສອດຄ່ອງ. ສະນັ້ນ, ປີ 2016 ໂຄງການດັ່ງກ່າວໄດ້ໂຈະການກໍ່ສ້າງ ຊົ່ວຄາວຈົນເຖິງປັດຈຸບັນ.

ສະພາບນີ້ ການນຳຂອງກະຊວງປ້ອງກັນປະເທດໄດ້ ໄດ້ແຕ່ງຕັ້ງຄະນະສະເພາະກິດແກ້ໄຂ ແລະຊຸກຍູ້ໂຄງການດັ່ງກ່າວ ເພື່ອຊ່ວຍເຫຼືອຜູ້ປະກອບການລົງທຶນໄດ້ສືບຕໍ່ກໍ່ສ້າງໃຫ້ສໍາເລັດພາຍໃນ 2 ປີ ນັບແຕ່ມື້ລົງລາຍເຊັນສັນຍາເປັນຕົ້ນໄປໂດຍໄດ້ແບ່ງເປັນ 2 ໄລຍະຄື:

  • 6 ເດືອນຕໍ່ໜ້າຈະດຳເນີນການກໍ່ສ້າງບັນດາໜ້າວຽກທີ່ຍັງຄ້າງໃຫ້ສໍາເລັດ ແລະສາມາດເປີດບໍລິການໄດ້ໃນປີກາງປີ 2022;
  • ໄລຍະທີ 2: ປີ 2023 ຈະກໍ່ສ້າງໂຄງການລາດຊະວົງ ພລາຊາ ໃຫ້ສໍາເລັດຢ່າງ ສົມບູນ ແລະ ສາມາດເປີດບໍລິການຮັບໃຊ້ສັງຄົມເຕັມຮູບແບບ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...