spot_img
Homeຂ່າວທ້ອງຖິ່ນລາຍງານສະພາບການເກີດແຜ່ນດິນໄຫວເບື້ອງຕົ້ນຢູ່ແຂວງຜົ້ງສາລີ

ລາຍງານສະພາບການເກີດແຜ່ນດິນໄຫວເບື້ອງຕົ້ນຢູ່ແຂວງຜົ້ງສາລີ

Published on

ຕາມບົດລາຍງານຈາກພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຜົ້ງສາລີ ໃຫ້ຮູ້ກ່ຽວກັບສະພາບເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜນດິນໄຫວແຫ່ງຊາດໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວຈໍານວນ 2 ຄັ້ງ, ໃນບໍລິເວນ ແຂວງຜົ້ງສາລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີຄືດັ່ງນີ້:

ແຜ່ນດິນໄຫວຄັ້ງທີ1: ວັນທີ 24 ທັນວາ 2021, ເວລາ 20:44 ແລະ 21:02 ໂມງ

ໃນເວລາ 20:43:22 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານ ທີ່ 22.364 N ແລະ ເສັ້ນແວງທີ່ 101.688° E ຄວາມແຮງສັ່ນສະເທືອນວັດແທກໄດ້ 5.7 ຣິກເຕີ້, ມີຄວມເລີກ ຈາກເທິງໜ້າດິນປະມານ 10 Km, ຈຸດເກີດເຫດແມ່ນຫ່າງຈາກເທດສະບານເມືອງຍອດອູ ປະມານ 31 Km, ເຮັດໃຫ້ເຮືອນພໍ່ແມ່ປະຊາຊົນເປ່ເພ ແລະ ເສຍຫາຍຫຼາຍຢ່າງລວມທັງໝົດ 20 ບ້ານຄື:

  • ກຸ່ມບ້ານວ່າ: ບ. ງ໋ອງ
  • ກຸ່ມນາຫຼວງ: ບ. ນາຫຼວງ, ບ.ປາຈ່າ, ບ.ຫ້ອຍວາ ແລະ ບ.ພັງສານ
  • ກຸ່ມນາຍາວ: ບ. ນາຍາວ ແລະ ບ.ບໍ່ໃຕ້
  • ບ້ານ ໃຫຍ່ອຸເໜືອ: ຄຸ້ມ ດອນແຍງ, ຄຸ້ມນາວອນ, ຄຸ້ມໜອງງາຍ ແລະ ຄຸ້ມຊຽງຄອນ
  • ກຸ່ມຍອດອຸ: ບ.ໂພນງາມ, ບ.ສວຍງາມ, ບ.ດານຕຸ້ຍ, ບ.ແຊວຈ້າຍ ແລະ ບ.ສົມເຮືອງ
  • ເທດສະບານອຸໃຕ້: ບ.ເທິງ, ບ.ພູຊ້າງ, ບ.ລຸ່ມ, ບ.ກາດ, ບ.ໃຕ້, ບ.ພານ ແລະ ທະຫານກອງຮ້ອຍ 111

ນອກນີ້ ຍັງມີໂຮງຮຽນ, ວັດວາອາລາມຫຼາຍແຫ່ງເສຍຫາຍ ຄິດສະເລ່ຍ ເປັນມູນຄ່າທັງໝົດປະມານ: 1,423,800,000 ກີບ

ໃນເວລາ 21:02:30 ພົບສັນຍານແຜ່ນດິນໄຫວ ຈຸດສູນກາງ ເສັ້ນຂະໜານທີ່ 22.260 N ແລະ ເສັ້ນແວງທີ່ 101.89d E ຄວາມແຮງສັ່ນສະເທືອນວັດແທກໄດ້ 4.6 ຣິກເຕີ້, ເຊິ່ງມີຄວາມເລີກຈາກເທີງຫນ້າ ດິນປະມານ 10 Km. ຈາກສູນກາງເກີດແຜ່ນດິນໄຫວຢູ່ບໍລິເວນ ເມືອງຍອດອູ ແຂວງຜົ້ງສາລີ ເຊິ່ງຈຸດແຜ່ນດິນດັ່ງກ່າວ ແມ່ນໄກຈາກເທດສະບານ ເມືອງຍອດອູ ປະມານ 18 Km

ແຜ່ນດິນໄຫວຄັ້ງທີ 2: ວັນທີ 25 ທັນວາ 2021 18:55:ໂມງ: ພົບສັນຍານການເກີດແຜ່ນດິນໄຫວຈໍານວນ 01 ຄັ້ງ, ເວລາ 18:55:35 ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ 21.988°N ແລະ ເສັ້ນ ແວງທີ 101.940°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.5 ຣິກເຕີ, ມີຄວາມເລີກຈາກໜ້າດິນ 10 Km ຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານໂຈ້ກາເກົ່າ, ເມືອງຜົ້ງສາລີ, ແຂວງຜົ້ງສາລີ (ຍັງບໍ່ມີການລາຍງານຜົນເສຍຫາຍ)

ແຜ່ນດິນໄຫວຄັ້ງທີ 3: ວັນທີ 26 ທັນວາ 2021 ເວລາ 05:16 ໂມງ. ພົບ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງຜົ້ງສາລີ, ່ເວລາ 05:16:02, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 22:260 ‘N ແລະ ເສັ້ນແວງທີ 101.890 ຄວາມແຮງສັ່ນສະເທືອນວັດແທກໄດ້ 3.3 ຣິກເຕີ, ເຊິ່ງຄວາມເລີກຈາກ ເທິງໜ້າດິນປະມານ 10 Km ຈຸດສູນກາງເກີດແຜ່ນດິນໄຫວ ຢູ່ທີ່ ບໍລິເວນເມືອງຍອດອູ ແຂວງຜົ້ງສາລີ ຊາຍແດນ ລາວ – ຈີນ, ຫ່າງຈາກເທດສະບານ ເມືອງຍອດອູ ປະມານ 18 Km (ຍັງບໍ່ມີການລາຍງານຜົນເສຍຫາຍ)

ໝາຍເຫດ:ນີ້ເປັນບົດລາຍງານເບື້ອງຕົ້ນ, ສໍາລັບຂໍ້ມູນເພີ່ມເຕີມ ແມ່ນຈະລາຍງານໃຫ້ຮັບຊາບ ຕາມທີ່ຫຼັງຕື່ມ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...