Homeຂ່າວພາຍ​ໃນປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 26 ທັນວາ 2021

ປະຫວັດຜູ້ເສຍຊີວິດຈາກໂຄວິດ-19 ປະຈໍາວັນທີ 26 ທັນວາ 2021

Published on

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ 3,458 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 851 ຄົນ (ຕິດເຊື້ອພາຍໃນ ມີ 851 ຄົນ ແລະ ຕິດເຊື້ອນໍາເຂົ້າ ບໍ່ມີ).

ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊື້ອພາຍໃນໃໝ່ ທັງໝົດ 851 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງ           323     ຄົນ
  • ອຸດົມໄຊ        97  ຄົນ
  • ຫຼວງນໍ້າທາ   92  ຄົນ
  • ຊຽງຂວາງ      65  ຄົນ
  • ບໍ່ແກ້ວ         62  ຄົນ
  • ວຽງຈັນ        38  ຄົນ
  • ຫຼວງພະບາງ 37  ຄົນ
  • ບໍລິຄໍາໄຊ 28  ຄົນ
  • ຈໍາປາສັກ 21  ຄົນ
  • ສະຫັວນນະເຂດ 18  ຄົນ
  • ຜົ້ງສາລີ        14  ຄົນ
  • ໄຊສົມບູນ 13  ຄົນ
  • ຫົວພັນ        13  ຄົນ
  • ຄໍາມ່ວນ        9   ຄົນ
  • ອັດຕະປື        9   ຄົນ
  • ເຊກອງ         5   ຄົນ
  • ໄຊຍະບູລີ 4   ຄົນ
  • ສາລະວັນ   3   ຄົນ

ຮອດປັດຈຸບັນ, ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 106.231 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 1,639 ຄົນ, ກໍາລັງປິ່ນປົວ 9.873 ຄົນ ແລະ ເສຍຊີວິດສະສົມທັງໝົດ 325ຄົນ (ເສຍຊີວິດໃໝ່ 8 ຄົນ).

ລາຍງານກ່ຽວກັບ ຜູ້ເສຍຊີວິດໃໝ່  8 ຄົນ, ລາຍລະອຽດດັ່ງນີ້:

1.ເພດຍີງ ອາຍຸ 48ປີ  ບ້ານ ໂພນໄຊ, ເມືອງ ໄຊທານີ, ນະຄອນຫລວງ

  • ສັກຢາວັກຊີນ ຄົບ
  • ວັນທີ 15/12/21: ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດຢູ່ໂຮງໝໍມິດຕະພາບພົບເຊື້ອ
  • ວັນທີ 24/12/21: ຄົນເຈັບເສຍຊີວິດ

2.ເພດຍິງ ອາຍຸ 56 ປີ ບ້ານ ໂພສີ ເມືອງຫາດຊາຍຟອງ, ນະຄອນຫຼວງ

  • ພະຍາດປະຈຳໂຕ: ເບົາຫວານ
  • ສັກຢາວັກຊີນ ຄົບ
  • ວັນທີ 17/12/21: ຜູ້ກ່ຽວເຂົ້າມາໂຮງໝໍເສດຖາທິລາດກວດພົບເຊື້ອ
  • ວັນທີ 25/12/21: ເວລາ 2:32 , ຜູ້ກ່ຽວໄດ້ເສຍຊີວິດ

3.ເພດ​ຊາຍ ອາ​ຍຸ 70 ປີ, ບ້ານ ຫ້ວຍຫົງ, ເມືອງ ຈັນທະບູລີ, ນະຄອນຫຼວງ

  • ພະ​ຍາດ​ປະ​ຈຳ​ຕົວ: ຄວາມດັນເລືອດສູງ, ເບົາຫວານ
  • ​ບໍ່ໄດ້ສັກຢາວັກຊີນ
  • ​ວັນ​ທີ 19/12/21: ໄດ້ເຂົ້າມາກວດໂຮງໝໍ 103 ພົບເຊື້ອ
  • ວັນທີ 24/12/21: ຄົນເຈັບໄດ້ເສຍຊີວິດ

4.ເພດຍິງ   ອາຍຸ 80 ປີ, ບ້ານ ຕີນທາດ.  ເມືອງ ຫ້ວຍຊາຍ . ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ຄວາມດັນເລືອດສູງ+ ເລືອດຈາງ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ
  • ວັນທີ 22 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 25/12/2021 ຄົນເຈັບເສຍຊີວິດ

5.ເພດຍິງ  ອາຍຸ 53 ປີ.   ອາຊີບ:  ແມ່ເຮືອນ ,  ບ້ານ ຕົ້ນເຜິ້ງ.  ເມືອງ ຕົ້ນເຜິ້ງ . ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດ ໂຄວິດ
  • ວັນທີ 23 ທັນວາ 2021  ກວດພົບເຊື້ອ covid-19.
  • ວັນທີ່ 23/12/2021 ຄົນເຈັບເສຍຊີວິດ

6.ເພດ ຍີງ ອາຍຸ 67 ປີ, ບ. ວຽງຄຳ. ມ.ປາກກະດີງ  ຂ.ບໍລິຄຳໄຊ

  • ພະຍາດປະຈຳໂຕ: ຄວາມດັນເລືອດສູງ, ເບົາຫວານ, ເສັ້ນເລືອດອຸດຕັນສະໝອງ >4ປີ,
  • ໄດ້ຮັບວັກຊີນຄົບ
  • ວັນທີ່ 16/12/21 ເຂົ້າໂຮງໝໍແຂວງ ກວດ RDT ຜົນອອກເປັນບວກ ,
  • ວັນທີ່ 25/12/2021 ຄົນເຈັບໄດ້ເສຍຊີວີດ

7.ເພດຊາຍ ອາຍຸ 35 ປີ, ອາຊີບ ຄ້າຂາຍ, ບ້ານປ່າອ້ອຍ, ເມືອງຫ້ວຍຊາຍ, ແຂວງ ບໍ່ແກ້ວ ( ເປັນຄົນຈີນ)

  • ບໍ່ມີພະຍາດປະຈຳໂຕ
  • ບໍ່ໄດ້ສັກວັກຊີນ
  • ວັນທີ 15/12/2021 ເຂົ້າມາໂຮງໝໍ ກວດພົບເຊື້ອໂຄວິດ
  • ວັນທີ 25/12/2021 ຄົນເຈັບເສຍຊີວີດ

8.ເພດຍິງ ອາຍຸ 53 ປີ ບ້ານ ຕົ້ນເຜິ້ງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ.

  • ພະຍາດປະຈຳຕົວ : ໄຂ່ຫຼັງຊຸດໂຊມ ຟອກໄຂ່ຫຼັງປະຈຳ
  • ບໍ່ໄດ້ສັກຢາກັນພະຍາດໂຄວິດ 19
  • ວັນທີ 23/12/21: ກວດພົບເຊື້ອ covid-19
  • ເວລາ 21:30 ຂອງວັນດັ່ງກ່າວຄົນເຈັບເສຍຊີວິດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...