Homeຂ່າວຕ່າງປະເທດຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນມີໂອກາດເຂົ້າໂຮງໝໍບໍ່ເຖິງ 50%

ຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນມີໂອກາດເຂົ້າໂຮງໝໍບໍ່ເຖິງ 50%

Published on

ເວັບໄຊ ບີບີຊີ ລາຍງານ: ຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ມີໂອກາດໜ້ອຍຫຼາຍທີ່ຈະມີອາການໜັກຈົນຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ ເຊິ່ງກວມອັດຕາຕໍ່າສຸດເຖິງ 70% ເມື່ອທຽບກັບສາຍພັນຕ່າງໆທີ່ຄົ້ນພົບກ່ອນໜ້ານີ້.

ອີງຕາມການສຶກສາຂອງໜ່ວຍງານຄວາມປອດໄພດ້ານສຸຂະພາບ ແຫ່ງຣາຊະອານາຈັກອັງກິດ ເຊິ່ງລາຍງານໄດ້ສະແດງໃຫ້ເຫັນວ່າ ຜູ້ຕິດເຊື້ອໂຄວິດສາຍພັນໂອໄມຄຣອນມີໂອກາດໜ້ອຍທີ່ຈະຖືກສົ່ງຕົວເຂົ້າຫ້ອງສຸກເສີນເຖິງ 31% ຫາ 45%, ທັງມີໂອກາດໜ້ອຍທີ່ຈະໄດ້ເຂົ້າປິ່ນປົວຢູ່ໂຮງໝໍ 50% ຫາ 70% ແຕ່ເນື່ອງຈາກໄວຣັສສາຍພັນດັ່ງກ່າວໄດ້ແຜ່ລະບາດໄວເກີນໄປ ເຊິ່ງສາມາດສ້າງແຮງກົດດັນໃຫ້ກັບແພດໝໍຫຼາຍສົມຄວນ.

ຢ່າງໃດກໍຕາມ, ຍັງບໍ່ເປັນທີ່ແນ່ນອນກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບກຸ່ມຜູ້ສູງອາຍຸຫາກຕິດເຊື້ອໄວຣັສສາຍພັນໂອໄມຄຣອນ ເນື່ອງຈາກຜົນການທົດລອງ ແລະຜູ້ທີ່ເຂົ້າປິ່ນປົວໃນໂຮງໝໍສ່ວນໃຫຍ່ແມ່ນກຸ່ມຄົນທີ່ມີອາຍຸຕໍ່າກວ່າ 40 ປີ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...