Homeຂ່າວຕ່າງປະເທດໂອໄມຄຣອນ ອາດແຜ່ລະບາດໄວຂຶ້ນ ເມື່ອຢູ່ເທິງເຄື່ອງບິນ

ໂອໄມຄຣອນ ອາດແຜ່ລະບາດໄວຂຶ້ນ ເມື່ອຢູ່ເທິງເຄື່ອງບິນ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ທ່ານ ເດວິດ ພາວເວລ ໝໍ ແລະ ທີ່ປຶກສາທາງການແພດຂອງສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ(IATA) ໄດ້ເປີດເຜີຍກັບສໍານັກຂ່າວວ່າ ນັບຕັ້ງແຕ່ມີໂຄວິດ-19 ສາຍພັນໂອໄມຄຣອນ ຜູ້ໂດຍສານໃນເຄື່ອງບິນມີໂອກາດຕິດເຊື້ອໂຄວິດ-19 ໄດ້ປະມານ 2-3 ເທົ່າໃນໄລຍະທີ່ຢູ່ເທິງເຄື່ອງບິນ ເຖິງແມ່ນວ່າເຄື່ອງບິນຈະມີລະບົບກັ່ນຕອງອາກາດແບບດຽວກັນທີ່ໃຊ້ກັບໂຮງໝໍກໍຕາມ.

ທ່ານ ພາວເວລ ໄດ້ກ່າວວ່າ ນັ່ງເຄື່ອງບິນຊັ້ນທຸລະກິດອາດຈະປອດໄພກວ່ານັ່ງຊັ້ນປະຢັດທີ່ມີຜູ້ໂດຍສານໜາແໜ້ນ ແລະ ຜູ້ໂດຍສານຕ້ອງຫຼີກຫຼ່ຽງການສໍາພັດແບບປະເຊີນໜ້າກັນ ລວມທັງຜູ້ທີ່ນັ່ງຕິດກັບຄົນອື່ນຈະຕ້ອງບໍ່ຖອດໜ້າກາກອະນາໄມ. ຄວາມສ່ຽງການຕິດເຊື້ອຢູ່ເທິງເຄື່ອງບິນອາດເພີ່ມຂຶ້ນ ເຊັ່ນດຽວກັນກັບຄວາມສ່ຽງເວລາທີ່ເຮົາໄປຫ້າງຊັບພະສິນຄ້າ ຫຼື ຂຶ້ນລົດໃນລະບົບຂົນສົ່ງສາທາລະນະ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...