Homeຂ່າວຕ່າງປະເທດເກີດດິນຖະຫຼົ່ມທີ່ເໝືອງຂະໜາດໃຫຍ່ຂອງມຽນມາ ເຮັດໃຫ້ມີຜູ້ເສຍຊີວິດ

ເກີດດິນຖະຫຼົ່ມທີ່ເໝືອງຂະໜາດໃຫຍ່ຂອງມຽນມາ ເຮັດໃຫ້ມີຜູ້ເສຍຊີວິດ

Published on

ເວັບໄຊ້ຂ່າວຕ່າງປະເທດ ໄດ້ລາຍງານວ່າ: ໃນວັນທີ 22 ທັນວາ 2021 ເກີດດິນຖະຫຼົ່ມໃນພື້ນທີ່ເໝືອງໃນທາງພາກເໜືອຂອງມຽນມາ ໃນເວລາປະມານ4:00 ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1 ຄົນ ແລະ ມີຜູ້ຄົນສູນຫາຍອີກປະມານ 70 ຄົນ.

ເຈົ້າໜ້າທີ່ກູ້ໄພໄດ້ມີການຕິດຕາມ ແລະ ຄົ້ນຫາຜູ້ທີ່ຕິດຄ້າງຢູ່ເໝືອງ ເຊິ່ງສ່ວນໃຫຍ່ເປັນຄົນທີ່ເຮັດວຽກໃນເໝືອງແບບຜິດກົດໝາຍ ສ່ວນສາເຫດຂອງດິນຖະຫຼົ່ມນັ້ນແມ່ນອາດຈະມາຈາກຫິນທີ່ທີ່ຕົກອອກຈາກລົດບັນທຸກສະສົມກັນເປັນກອງຂະໜາດໃຫຍ່ ແລະ ຢູ່ບໍລິເວນນັ້ນບໍ່ມີຕົ້ນໄມ້ ເຮັດໃຫ້ຄົນທີ່ເຮັດໜ້າທີ່ຂຸດເໝືອງຕ້ອງເຮັດວຽກດ້ວຍຄວາມສ່ຽງເນື່ອງຈາກເປັນເໝືອງທີ່ມີຄວາມສູງ ແລະຊັນ ເຮັດໃຫ້ເກີດດິນຖະຫຼົ່ມໄດ້ງ່າຍ.

ມຽນມາເປັນແຫຼ່ງທີ່ມີເໝືອງຂະໜາດໃຫຍ່ ໂດຍມີການລາຍງານວ່າມີການຄ້າຂາຍຫິນຢົກຂອງມຽນມາທີ່ຂຸດມາຈາກເໝືອງມີມູນຄ້າຫຼາຍກວ່າ30,000 ລ້ານດອລລາ ແລະ ກໍເປັນເໝືອງທີ່ເຮັດໃຫ້ເກີດອຸບັດຕິດເຫດໃນຫຼາຍຄັ້ງເຊັ່ນກັນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...