Homeຂ່າວຕ່າງປະເທດລີງອໍາມະຫິດ ຂ້າໝາຕາຍຫຼາຍເຖິງ 250 ໂຕ ຢູ່ປະເທດອິນເດຍ

ລີງອໍາມະຫິດ ຂ້າໝາຕາຍຫຼາຍເຖິງ 250 ໂຕ ຢູ່ປະເທດອິນເດຍ

Published on

ວັນທີ 17 ທັນວາ ທີ່ຜ່ານມານີ້ ​ເວັບໄຊ້ news18 ​ໄດ້ມີລາຍງານວ່າ ມີລີງຈໍານວນໜຶ່ງອຸ້ມໝາຂຶ້ນໄປບ່ອນສູງ ຫຼັງຈາກກນັ້ນພວກມັນກໍໄດ້ໂຍນໝາລົງມາຈົນເຮັດໃຫ້ໝາຕາຍຈໍານວນຫຼາຍ ສູງເຖິງ 250 ໂຕ ຢູ່ທີ່ 2 ເຂດບ້ານ ໂດຍເຂດບ້ານທໍາອິດແມ່ນຕັ້ງຢູ່ທີ່ ເມືອງບີດ, ລັດ Maharashtra ປະເທດອິນເດຍ ແລະ ອີກເຂດບ້ານໜຶ່ງແມ່ນ ຢູ່ທີ່ເມືອງລະໂວ ເຊິ່ງຫ່າງຈາກບ້ານທໍາອິດປະມານ 10 ກິໂລແມັດ, ເກືອບບໍ່ມີໝາຈັກໂຕຫຼົງເຫຼືອຢູ່ທັງສອງເຂດບ້ານດັ່ງກ່າວແລ້ວ. ນອກຈາກນັ້ນ, ເດັກນ້ອຍນັກຮຽນຫຼາຍຄົນກໍ່ຖືກລີງໄລ່ລ່າ ແລະ ໂຈມຕີເຊັ່ນກັນ.

ຊາວບ້ານ ເວົ້າວ່າ ລີງໄດ້ໂຈມຕີໝາທັນທີທີ່ເຫັນພວກມັນ. ກ່ອນທີ່ຈະລາກຂຶ້ນໄປບ່ອນສູງເຊັ່ນ: ​ເທິງເຮືອນ ​ແລະ ເທິງ​ຕົ້ນ​ໄມ້.​ຈາກ​ນັ້ນ ​ກໍ​ໂຍນລົງພື້ນຈົນໝາຕາຍ. ໃນຂະນະທີ່ສື່ອິນເດຍເຜີຍແຜ່ພາບເຫດການດັ່ງກ່າວ. ໜຶ່ງໃນນັ້ນໄດ້ຖ່າຍຮູບໄດ້ທັນ ໃນຂະນະທີ່ລີງຢູ່ເທິງຫຼັງຄາເຮືອນ ແລະ ໄດ້ເອົາໝານ້ອຍຂຶ້ນໄປເທິງລະບຽງຂອງອາຄານ. ເຊິ່ງໄດ້ມີເຫດການ ທີ່ນັກຮຽນຫຼາຍຄົນຖືກລີງໂຈມຕີຈາກລີງ ໜຶ່ງ​ໃນ​ນັ້ນ​ແມ່ນ​ເດັກ​ນ້ອຍຜູ້ຊາຍ ​ອາ​ຍຸ 8 ປີ ​ທີ່​ຖືກ​ລີງ​ຈັບ ​ແລະ ​ດຶງໄວ້, ຊາວບ້ານ​ຕ້ອງ​ແກວ່ງ​ກ້ອນ​ຫີນ​ໃສ່​ພວກ​ມັນ ​ຈົນ​ພວກ​ລີງ​ຢ້ານ​ ​ແລະ ​ໜີ​ໄປ.

ຊາວບ້ານໄດ້ຕິດຕໍ່ໄປຫາ ເຈົ້າໜ້າທີ່ກົມປ່າໄມ້ ໂດຍຂໍໃຫ້ພວກເຂົາຈັບລີງທີ່ໂຫດຮ້າຍເຫຼົ່ານີ້, ຊາວບ້ານພະຍາຍາມປົກປ້ອງໝາຂອງພວກເຂົາ. ຈົນມາຮອດ ວັນທີ 20 ທັນວາ ກົມປ່າໄມ້ກໍສາມາດຈັບລິງເຫຼົ່ານັ້ນ ແລະ ກຽມເອົາໄປປ່ອຍຢູ່ພື້ນທີ່ຕ່າງໆຂອງປ່າ Nagpur ຕໍ່ໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...