Homeຂ່າວຕ່າງປະເທດສະເປນອອກກົດບັງຄັບໃຊ້ຜ້າປິດປາກ-ດັງຮັບມືໂຄວິດລະບາດ

ສະເປນອອກກົດບັງຄັບໃຊ້ຜ້າປິດປາກ-ດັງຮັບມືໂຄວິດລະບາດ

Published on

ທ່ານ ເປໂດ ຊັນເຊສ ນາຍົກລັດຖະມົນຕີປະເທດສະເປນ ໄດ້ປະກາດກົດບັງຄັບໃຊ້ຜ້າປິດປາກ-ດັງສຳລັບປະຊາຊົນທົ່ວໄປ ໂດຍສະເພາະເວລາອອກນອກເຮືອນ ທັງນີ້ກໍເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ ເຊິ່ງປັດຈຸບັນຍອດຜູ້ຕິດເຊື້ອໃນສະເປນໄດ້ເພີ່ມຈຳນວນສູງຂຶ້ນ.

ສຳນັກຂ່າວ ບີບີຊີ ລາຍງານວ່າ: ສະເປນເຄີຍຍົກເລີກກົດບັງຄັບໃຊ້ຜ້າປິດປາກ-ດັງ ພາຍໃນປະເທດມາແຕ່ຊ່ວງ 6 ເດືອນກ່ອນ ແຕ່ຍອດຜູ້ປ່ວຍທະລຸເກືອບ 50 ລາຍ ໃນວັນທີ 21 ທັນວາ 2021 ຜ່ານມາ ເນື່ອງຈາກສາຍພັນໂອໄມຄຣອນກຳລັງແຜ່ລະບາດໄປທົ່ວເອີຣົບ ຂະນະທີ່ສະເປນເຊື່ອວ່າ ສາຍພັນດັ່ງກ່າວມີສ່ວນກ່ຽວຂ້ອງຂອງການຕິດເຊື້ອພາຍໃນປະເທດເກືອບ 50%.

ເຫດຜົນດັ່ງກ່າວ ເຮັດໃຫ້ລັດຖະບານສະເປນຕັດສິນໃຈປະກາດໃຊ້ກົດບັງຄັບໃນການໃສ່ຜ້າປິດປາກ-ດັງຄືນໃໝ່ອີກຄັ້ງ ພ້ອມປະກາດເລັ່ງໂຄງການສົ່ງເສີມການສີດວັກຊີນໃຫ້ກັບພົນລະເມືອງພາຍໃນປະເທດ ພາຍໃຕ້ການມີສ່ວນຮ່ວມເພີ່ມຂຶ້ນຈາກກອງທັບ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...