Homeຂ່າວພາຍ​ໃນອິດສະຣາແອນ ເລີ່ມສັກວັກຊີນເຂັມ 4 ແລ້ວ ເສີມສ້າງພູມຄຸ້ມກັນໃຫ້ຜູ້ສູງອາຍຸ ແລະ ຜູ້ມີຄວາມສ່ຽງສູງ

ອິດສະຣາແອນ ເລີ່ມສັກວັກຊີນເຂັມ 4 ແລ້ວ ເສີມສ້າງພູມຄຸ້ມກັນໃຫ້ຜູ້ສູງອາຍຸ ແລະ ຜູ້ມີຄວາມສ່ຽງສູງ

Published on

ວັນທີ 22 ທັນວາ 2021 ສໍານັກຂ່າວ skyNEWS ລາຍງານວ່າ: ວັນ​ທີ 21 ທັນວາ 2021, ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິດ​ສະ​ຣາ​ແອນ Naftali Bennett ໄດ້​ປະ​ກາດ​ວ່າ ລັດຖະບານ​ຈະ​ເລີ່ມ​ໂຄງການ​ສັກວັກຊີນ​ປ້ອງ​ກັນ​ພະຍາດ ​ໂຄ​ວິດ-19. ເພື່ອສ້າງພູມຄຸ້ມກັນເຂັມທີ 4 ໃຫ້ກັບກຸ່ມຜູ້ສູງອາຍຸທີ່ມີຄວາມສ່ຽງ ທີ່ມີອາຍຸຕັ້ງແຕ່ 60 ປີຂື້ນໄປ, ໂດຍກ່າວວ່າ ພົນລະເມືອງອິດສະຣາແອນ ຈະເປັນກຸ່ມຄົນທໍາອິດໃນໂລກ ທີ່ໄດ້ຮັບວັກຊີນບູສເຕີເຂັມທີ 4 ເຊິ່ງສະແດງໃຫ້ເຫັນວ່າ ອິດສະຣາແອນຍັງຢູ່ແຖວໜ້າຂອງໂລກ ໃນການຮັບມືກັບການ​ແຜ່​ລະ​ບາດຂອພະຍາດ ​ໂຄ​ວິດ 19. ທ່າມກາງຄວາມຢ້ານກ່ຽວກັບເຊື້ອສາຍພັນ Omikron ທີ່ມີການແຜ່ກະຈາຍໄດ້ຢ່າງງ່າຍດາຍ ແລະ ໄວ.

ຂ່າວ​ລາຍງານວ່າ ນັບ​ມາ​ຮອດ​ວັນ​ທີ 21 ທັນວາ​ນີ້, ອິດສະຣາ​ແອນ​ໄດ້ກວດ​ພົບ​ຜູ້ຕິດເຊື້ອສາຍພັນ Omikron ​ຢ່າງ​ໜ້ອຍ 340 ກໍ​ລະ​ນີ ​ແລະ ​ເມື່ອໄວໆນີ້, ໂຮງໝໍ​ສູນ​ການ​ແພດໂຊໂຣກາ ໃນເມືອງເບຍຊີບາ ຢືນຢັນການພົບຜູ້ເສຍຊີວິດຄົນທໍາອິດຈາກການຕິດເຊື້ອສາຍພັນ Omikron ຢູ່ໃນປະເທດ ເຊິ່ງເປັນເພດຊາຍ ອາຍຸປະມານ 60 ປີ ມີພະຍາດປະຈໍາຕົວຫຼາຍໂຣກ, ລາວ​ໄດ້​ເສຍ​ຊີວິດ​ໃນ​ 2 ​ອາທິດ ​ຫຼັງ​ຈາກ​ໄດ້​ເຂົ້າ​ໄປ​ປິ່ນປົວ​ຢູ່ທີ່​ໂຮງ​ໝໍ.

ໃນ​ອາ​ທິດ​ນີ້, ອິດ​ສະ​ຣາ​ແອນກໍ​ໄດ້​ປະ​ກາດ ​ເພີ່ມ​​ລາຍ​ຊື່​ປະ​ເທດ​ທີ່​ຖືກ​ຫ້າມເດີນທາງ​ເຂົ້າ​​ອິດ​ສະ​ຣາ​ເອນ. ລວມທັງອາເມລິກາ, ເຢຍລະມັນ, ອີຕາລີ, ຕວກກີ ແລະ ການາດາ ເພື່ອສະກັດກັ້ນການແຜ່ລະບາດຂອງ ໂຄວິດ-19. ນອກ​ນີ້, ລັດຖະບານ​ຍັງ​ໄດ້​ປະກາດ​ຂໍ​ໃຫ້​ປະຊາຊົນ​ເຮັດ​ວຽກ​ຢູ່​ບ້ານ ແລະ ຫຼຸດຜ່ອນເວລາເຮັດວຽກຢູ່ຫ້ອງການລົງ 50%.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...